ໃນໄລຍະຜ່ານມາ, ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເຊກອງ ໄດ້ເອົາໃຈໃສ່ຂະຫຍາຍຕາໜ່າງດ້ານການສຶກສາ, ປັບປຸງແບບແຜນວິທິເຮັດວຽກຜູ້ບໍລິຫານ-ຄະນະພັດທະນາການສຶກສາ, ປັບປຸງຄຸນນະພາບການຮຽນ-ການສອນໃນທຸກຊັ້ນຮຽນໃຫ້ສູງຂຶ້ນ ຕິດພັນກັບການໂຄສະນາປຸກລະດົມປະຊາຊົນໃຫ້ສົ່ງເສີມລູກ-ຫຼານຂອງຕົນ ໄດ້ເຂົ້າຮຽນໃນລະດັບຕ່າງໆ ແລະ ເປີດໂອກາດໃຫ້ທົ່ວສັງຄົມມີສ່ວນຮ່ວມພັດທະນາການສຶກສາໃຫ້ມີການຫັນປ່ຽນໃໝ່, ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ທ່ານ ຄໍາໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວແຂວງມີໂຮງຮຽນລ້ຽງເດັກ-ອະນຸບານ ແລະ ສາມັນທັງໝົດ 301 ແຫ່ງ. ໃນນີ້, ໂຮງຮຽນລ້ຽງເດັກ-ອະນຸບານ 34 ແຫ່ງ (ເອກະຊົນ 4 ແຫ່ງ); ໂຮງຮຽນປະຖົມ 219 ແຫ່ງ (ເອກະຊົນ 3 ແຫ່ງ); ໂຮງຮຽນມັດທະຍົມຕອນຕົ້ນ 30 ແຫ່ງ ແລະ ມັດທະຍົມຕອນປາຍ 18 ແຫ່ງ. ໃນສົກຮຽນ (2023-2024) ສູ້ຊົນເຮັດໃຫ້ອັດຕາການເຂົ້າຮຽນຂອງເດັກ 5 ປີໃຫ້ໄດ້ 78,5%; ອັດຕາເຂົ້າຮຽນໃໝ່ສຸດທິ (ປ1) ຂອງເດັກ 6 ປີໃຫ້ໄດ້ 95,8%; ອັດຕາເຂົ້າຮຽນໃໝ່ລວມ ປ5 ໃຫ້ໄດ້ 98%; ອັດຕາເຂົ້າຮຽນໃໝ່ລວມ ມ4 ໃຫ້ໄດ້ 68,2%. ພ້ອມກັນນີ້, ກໍຊຸກຍູ້ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບໃຫ້ໄດ້ 1.472 ຄົນ; ສົ່ງເສີມນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ ແລະ ອົບຮົມວິຊາຊີບໃຫ້ໄດ້ 3%; ຈັດຕັ້ງການຮຽນ-ການສອນຊັ້ນມັດທະຍົມຕອນປາຍ ສໍາລັບປະຊາຊົນໃນກຸ່ມເປົ້າໝາຍໃຫ້ສໍາເລັດ; ຊຸກຍູ້ພາກເອກະຊົນ ຂະຫຍາຍໂຮງຮຽນເອກະຊົນໃຫ້ຫຼາຍຂຶ້ນ ເພື່ອຮອງຮັບເດັກໃນເກນອາຍຸເຂົ້າຮຽນ ແລະ ສ້າງເງື່ອນໄຂໃຫ້ນັກສຶກສາທີ່ຮຽນຈົບວິຊາຊີບສາຍຄູມີວຽກເຮັດງານທໍາ ແລະ ປັບປຸງລະບົບການບໍລິຫານຄຸ້ມຄອງການສຶກສາທຸກຂັ້ນໃຫ້ໄປລວງດຽວກັນ ແລະ ມີຄຸນນະພາບສູງຂຶ້ນ.
ທ່ານ ຄໍາໄພ ສິມມາວັດ ໃຫ້ຮູ້ຕື່ມວ່າ: ຜົນການຈັດຕັ້ງປະຕິບັດ 15 ຄາດໝາຍປະຈໍາສົກຮຽນ (2023-2024) ໃນ 6 ເດືອນຕົ້ນປີ 2024 ມີຄາດໝາຍທີ່ບັນລຸຕາມແຜນ 9 ຄາດໝາຍ ຄື: ອັດຕາເຂົ້າຮຽນຂອງເດັກ 5 ປີ; ອັດຕາເຂົ້າຮຽນໃໝ່ສຸດທິ ປ1 ເດັກອາຍຸ 6 ປີ; ອັດຕາການເຂົ້າຮຽນໃໝ່ລວມຮອດ ປ5; ອັດຕາການປະລະການຮຽນຂອງນັກຮຽນ ປ1; ອັດຕາຄ້າງຫ້ອງມັດທະຍົມຕອນປາຍ; ຄວາມສະເໝີພາບຍິງ-ຊາຍ; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ອົບຮົມວິຊາຊີບ; ສົ່ງເສີມນັກຮຽນທີ່ຮຽນຈົບມັດທະຍົມຕອນຕົ້ນໄດ້ເຂົ້າຮຽນຕໍ່ສາຍອະຊີວະສຶກສາ, ອົບຮົມວິຊາຊີບ ແລະ ສົ່ງເສີມທຸກເພດ-ທຸກໄວໄດ້ເຂົ້າຫັດກາຍະບໍລິຫານ, ອອກກໍາລັງການ ແລະ ຫຼິ້ນກິລາກາຍະກໍາ. ສ່ວນຄາດໝາຍທີ່ບໍ່ບັນລຸຕາມແຜນ 6 ຄາດໝາຍ ແຕ່ມີທ່າອ່ຽງດີຂຶ້ນ.
(ຂ່າວ-ພາບ: ສັນຍາ)