ບໍລິສັດ ລັດວິສາຫະກິດໂຮງພິມສຶກສາ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ສຳເລັດການພິມປຶ້ມແບບຮຽນ, ປຶ້ມຄູ່ມືຄູ ແລະ ສຳເລັດການແຈກຢາຍປຶ້ມໃຫ້ບັນດາໂຮງຮຽນຕ່າງໆ 148 ເມືອງໃນຂອບເຂດທົ່ວປະເທດເພື່ອໃຫ້ທັນເປີດສົກຮຽນໃໝ່ ສົກຮຽນ 2024-2025ໃນວັນທີ 2ກັນຍານີ້.
ທ່ານ ພະນົມໄພ ສີສຸລາດ ຮອງຜູ້ອຳນວຍການ ຜູ້ຈັດການຝ່າຍຜະລິດ ບໍລິສັດລັດວິສາຫະກິດໂຮງພິມສຶກສາ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນໃນວັນທີ 27ສິງຫານີ້ວ່າ: ໂຮງພິມສຶກສາໄດ້ກະກຽມພິມປຶ້ມສື່ການຮຽນ-ການສອນມາແຕ່ຕົ້ນປີ 2024 ເພື່ອໃຫ້ທັນກັບຄວາມຕ້ອງການຂອງສັງຄົມ. ມາຮອດປັດຈຸບັນໄດ້ສໍາເລັດການພິມປຶ້ມແບບຮຽນ, ປຶ້ມຄູ່ມືຄູ ແລະ ສຳເລັດການແຈກຢາຍປຶ້ມດັ່ງກ່າວໄປເຖິງບັນດາໂຮງຮຽນຕ່າງໆ 148 ເມືອງໃນຂອບເຂດທົ່ວປະເທດ ແນໃສ່ເພື່ອຮັບປະກັນໃຫ້ທັນເປີດສົກຮຽນໃໝ່ ສົກຮຽນ 2024-2025ໃນວັນທີ 2ກັນຍານີ້ ຊຶ່ງໂຮງພິມສຶກສາໄດ້ຮັບການມອບໝາຍ 2 ໜ້າທີ່ຄື: ພິມປຶ້ມຕາມໂຄງການທີ່ກະຊວງ ສສກ ມອບໝາຍໃຫ້ ແລະ ພິມປຶ້ມເພື່ອຈໍາໜ່າຍຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ ກໍຄືສັງຄົມເຂົ້າໃນການຮຽນ-ການສອນທັງ 2 ໜ້າທີ່ນີ້ໄດ້ມີການປະສານສົມທົບກັນບໍ່ສາມາດຕັດແຍກອອກຈາກກັນໄດ້ຊຶ່ງມີປຶ້ມອະນຸບານ, ຫ້ອງກຽມປະຖົມ, ປະຖົມສຶກສາ, ມັດທະຍົມຕອນຕົ້ນ-ຕອນປາຍ ແລະ ສິ່ງພິມອື່ນໆກ່ຽວກັບວຽກງານການສຶກສາ, ການພິມປຶ້ມຕ້ອງໃຫ້ສຳເລັດກ່ອນການເປີດສົກຮຽນໃໝ່ 2024-2025 ຕາມຈຳນວນທີ່ຕ້ອງການກໍຄື 148 ຕົວເມືອງໃນຂອບເຂດທົ່ວປະເທດ ຊຶ່ງພວກເຮົາໄດ້ພິມສຳເລັດ ແລະ ໄດ້ມອບຕໍ່ໃຫ້ພາກສ່ວນກະຊວງ ສສກ ເປັນຜູ້ຈັດສົ່ງຕໍ່ປີນີ້ຖືວ່າສຳເລັດກ່ອນຄາດໝາຍ.ນອກຈາກພິມປຶ້ມທັງໝົດທີ່ນອນຢູ່ໃນໂຄງການຂອງກະຊວງ ສສກ ກໍານົດໄວ້, ຈຳນວນໜຶ່ງແມ່ນໄດ້ພິມເພື່ອຮັບໃຊ້ສັງຄົມ, ດ້ານລາຄາແມ່ນກະຊວງອຸດສາຫະກຳ-ການຄ້າເປັນຜູ້ກຳນົດ, ການຜະລິດປຶ້ມແບບຮຽນເພື່ອຈຳໜ່າຍສະເພາະປຶ້ມຊັ້ນປະຖົມສຶກສາຜະລິດປະມານ 15.000-20.000 ຫົວ, ປຶ້ມມັດທະຍົມສຶກສາ 10.000-15.000 ຫົວ, ປຶ້ມມັດທະຍົມຕອນປາຍ 5.000-10.000 ຫົວ ເພື່ອໃຫ້ທ່ວງທັນກັບຄວາມຕ້ອງການຂອງສັງຄົມ, ປີນີ້ປຶ້ມແບບຮຽນຊັ້ນປະຖົມສຶກສາມີຄວາມຕ້ອງການຫຼາຍກວ່າປີຜ່ານມາປະມານ 20-30% ຍ້ອນເປັນຫຼັກສູດທີ່ປັບປຸງໃໝ່ດ້ານເນື້ອໃນຮູບພາບພິມເປັນສີສັນສວຍງາມເພື່ອດຶງດູດຈິດໃຈນັກຮຽນ, ມາຮອດປັດຈຸບັນທາງໂຮງພິມສຶກສາໄດ້ສຳເລັດການພິມປຶ້ມສື່ການຮຽນ-ການສອນເພື່ອສະໜອງຄວາມຕ້ອງການຂອງສັງຄົມເປັນທີ່ຮຽບຮ້ອຍແລ້ວ. ດັ່ງນັ້ນ, ຖ້າທ່ານໃດມີຄວາມຕ້ອງການປຶ້ມແບບຮຽນກໍສາມາດເຂົ້າມາຊື້ໄດ້ທີ່ຮ້ານຂາຍປຶ້ມໂຮງພິມສຶກສາໃນວັນລັດຖະການ ແລະ ວັນເສົາ.
ຂ່າວ: ພູວັນ, ພາບ: ບຸນຕອມ