ໃນວັນທີ 29 ສິງຫາຜ່ານມາ, ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງເຊກອງ ໄດ້ເຄື່ອນໄຫວຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ເມືອງທ່າແຕງ ໂດຍມີທ່ານ ແສງລາຕີ ຫຼອມຍະເດດ ວ່າການເລຂາພັກເມືອງເຈົ້າເມືອງທ່າແຕງ ພ້ອມດ້ວຍຄະນະຊີ້ນໍາຂັ້ນແຂວງ, ຄະນະພັກ-ຄະນະນໍາ ແລະ ພະນັກງານຫຼັກແຫຼ່ງອ້ອມຂ້າງເມືອງ ເຂົ້າຮ່ວມ.
ທ່ານ ແສງລາຕີ ຫຼອມຍະເດດ ໄດ້ລາຍງານວ່າ: ທົ່ວເມືອງທ່າແຕງ ປະກອບມີ 129 ຮາກຖານພັກ. ໃນນີ້, ມີຄະນະພັກຮາກຖານ 18 ຄະນະພັກຮາກ ແລະ ໜ່ວຍພັກຮາກຖານ 111 ໜ່ວຍພັກ. ໃນໄລຍະຜ່ານມາຄະນະປະຈໍາພັກເມືອງ ໄດ້ແຕ່ງຕັ້ງຄະນະຊີ້ນໍາ, ຄະນະກໍາມະການ ແລະ ອະນຸຮັບຜິດຊອບເຄື່ອນໄຫວຊຸກຍູ້ບັນດາຮາກຖານພັກສໍານັກງານ-ອົງການ ແລະ ໜ່ວຍພັກຮາກຖານບ້ານ ດໍາເນີນກອງປະຊຸມໃຫຍ່ຂັ້ນຂອງຕົນ ມາຮອດປັດຈຸບັນສໍາເລັດ 100% ແລະ ສືບຕໍ່ກະກຽມຄວາມພ້ອມໃຫ້ແກ່ການດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງໃນຕົ້ນປີ 2025), ສໍາເລັດການປັບປຸງກົງຈັກການຈັດຕັ້ງ, ບັນຈຸຊັບຊ້ອນຈັດວາງພະນັກງານນໍາພາ-ຄຸ້ມຄອງ, ການຂຶ້ນແຜນຄວາມຕ້ອງການນໍາໃຊ້ງົບປະມານ, ສະຖານທີ່ ແລະ ສໍາເລັດການກໍານົດຜູ້ແທນສົມບູນເຂົ້າຮ່ວມກອງປະຊຸມໃຫຍ່.
ໃນໂອກາດນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ມີຄໍາເຫັນວ່າ: ການລົງມາເຮັດວຽກໃນຄັ້ງນີ້, ເພື່ອເປັນການຮັບປະກັນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກເມືອງທ່າແຕງ ດໍາເນີນໄປຢ່າງຮອບດ້ານ ແລະ ມີເນື້ອໃນເລິກເຊິ່ງ. ສະນັ້ນ, ຄະນະພັກ-ຄະນະນໍາເມືອງ ຕ້ອງເອົາໃຈໃສ່ຄົ້ນຄວ້າ, ເຊື່ອມຊຶມ ແລະ ກໍາແໜ້ນບັນດາມະຕິ, ຄໍາສັ່ງຕ່າງໆ ກ່ຽວກັບການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ເອົາໃຈໃສ່ການກະກຽມດ້ານເນື້ອໃນ (ບົດລາຍງານການເມືອງ, ບົດສໍາຫຼວດການນໍາພາລວມຂອງຄະນະພັກ), ດ້ານໂຄງປະກອບບຸກຄະລາກອນ ແລະ ການກໍານົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນຕໍ່ໜ້າ ໃຫ້ຖືກກັບທ່າແຮງບົ່ມຊ້ອນຂອງທ້ອງຖິ່ນຕົນ ເພື່ອນໍາໄປຜັນຫຍາຍໃຫ້ເກີດດອກອອກຜົນຕົວຈິງ ນໍາເອົາຜົນປະໂຫຍດມາສູ່ປະຊາຊົນ. ພ້ອມນີ້, ກໍເອົາໃຈໃສ່ວຽກງານສ້າງຂະບວນການ, ຊຸກຍູ້ສົ່ງເສີມການຜະລິດກະສິກໍາ, ພັດທະນາວຽກງານຂົງເຂດວັດທະນະທໍາ-ສັງຄົມ, ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ບັນຫາຢາເສບຕິດ, ຂີ້ລັກງັດແງະ, ການສວຍໃຊ້ສາສະໜາ ແລະ ອື່ນໆ ທີ່ອາດຈະເກີດຂຶ້ນໃນສັງຄົມໃຫ້ຫຼຸດໜ້ອຍຖອຍລົງ, ຍູ້ແຮງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີໃນໄລຍະທ້າຍສະໄໝ ຕິດພັນກັບສອງວາລະແຫ່ງຊາດໃຫ້ປະກົດຜົນເປັນຈິງ.
(ຂ່າວ-ພາບ: ສັນຍາ)