ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ຈັດພິທີເປີດສົກຮຽນໃໝ່ເອກະພາບກັນທົ່ວປະເທດສົກຮຽນ 2024-2025 ໃນຫົວຂໍ້ສູ້ຊົນເຮັດໃຫ້ສົກຮຽນໃໝ່ 2024-2025 ໄດ້ຮັບຜົນສຳເລັດຢ່າງຈົບງາມຂຶ້ນໃນວັນທີ 2 ກັນຍານີ້ ທີ່ຫ້ອງປະຊຸມໄອຊີທີກະຊວງດັ່ງກ່າວແບບປົກກະຕິ ແລະ ຜ່ານອອນລາຍ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສສກ, ມີບັນດາຮອງລັດຖະມົນຕີ ສສກ, ອະດີດການນໍາ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມ, ສູນ, ສະຖາບັນ, ພະແນກ, ອະທິການບໍດີ, ພະນັກງານ-ຄູອາຈານ ແລະນັກຮຽນເຂົ້າຮ່ວມ.
    ທ່ານ ພຸດ ສິມມາລາວົງ ກ່າວວ່າ: ສົກຮຽນໃໝ່ 2024-2025 ເປັນອີກສົກຮຽນໜຶ່ງທີ່ມີຄວາມສຳຄັນຫຼາຍ ເພາະເປັນສົກຮຽນສຸດທ້າຍໃນການປະຕິບັດແຜນພັດທະນາການສຶກສາ, ວິທະຍາສາດ ແລະ ການກິລາ 5 ປີຄັ້ງທີ IX ແລະ ຈະດໍາເນີນໃນເງື່ອນໄຂທີ່ມີທັງຂໍ້ສະດວກ ແລະ ສິ່ງທ້າທາຍຫຼາຍຢ່າງເປັນຕົ້ນການຂາດແຄນຄູ, ອັດຕາການເຂົ້າຮຽນຂອງນັກຮຽນອາດຈະຍັງຕໍ່າ, ອັດຕາການປະລະອາດຈະຍັງສູງ ແລະ ຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ກໍຄືເງື່ອນໄຂໃນການປະຕິບັດໜ້າທີ່ຂອງຄູ-ອາຈານ ແລະ ຜູ້ບໍລິຫານຍັງມີຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ ຕໍ່ໜ້າສະພາບ ແລະ ສິ່ງທ້າທາຍດັ່ງກ່າວ, ພັກ ແລະ ລັດຖະບານຍາມໃດກໍໄດ້ເອົາໃຈໃສ່ ແລະ ເປັນຫ່ວງເປັນໃຍຕໍ່ວຽກງານການສຶກສາ, ວິທະຍາສາດ ແລະ ກິລາ ແລະ ມອບໝາຍວຽກງານດັ່ງກ່າວໃຫ້ພວກເຮົາເພື່ອເຮັດໃຫ້ມີການຫັນປ່ຽນທີ່ດີຂຶ້ນໃນສົກຮຽນໃໝ່ນີ້. ສະນັ້ນ, ກະຊວງ ສສກ ຈະໄດ້ສຸມທຸກກຳລັງແຮງ, ນໍາໃຊ້ຊັບພະຍາກອນທີ່ມີ ພ້ອມທັງເພີ່ມຄວາມຮັບຜິດຊອບຂອງບຸກຄະລາກອນພາຍໃນຂົງເຂດຂອງຕົນ ແລະ ປະສານສົມທົບກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ເພື່ອເຮັດໃຫ້ການດຳເນີນການຮຽນ-ການສອນໃນສົກຮຽນນີ້ເປັນຂະບວນຟົດຟຶ້ນກວ່າເກົ່າ, ເຮັດໃຫ້ໂຕເລກຄາດໝາຍຂອງຂະແໜງການສຶກສາ, ວິທະຍາສາດ ແລະ ກິລາບັນລຸຕາມຄາດໝາຍໃຫ້ຫຼາຍຂຶ້ນກວ່າເກົ່າ. 
ທ່ານພຸດ ສິມມາລາວົງ ຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານທຸກຄົນຈົ່ງພ້ອມຈິດພ້ອມໃຈກັນຈັດຕັ້ງປະຕິບັດແຜນການຮຽນ-ການສອນສຳລັບສົກຮຽນ 2024-2025 ນີ້ດ້ວຍຄວາມເປັນເຈົ້າການ ແລະ ມີຄວາມຮັບຜິດຊອບສູງ ພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກນາໆປະການທີ່ກຳລັງປະເຊີນຢູ່ ຈົ່ງນຳເອົາແສງສະຫວ່າງ, ຄວາມຮູ້, ຄວາມສາມາດ, ຄຸນສົມບັດ ແລະ ທັກສະດ້ານຕ່າງໆໃຫ້ແກ່ລູກຫຼານເພື່ອສ້າງການຫັນປ່ຽນຢ່າງຕັ້ງໜ້າໃນວຽກງານສຶກສາ, ວິທະຍາສາດ ແລະ ກິລາໃຫ້ມີຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນສົກຮຽນໃໝ່ນີ້.
ໃນພິທີ, ຜູ້ເຂົ້າຮ່ວມຍັງໄດ້ຮັບຊົມວິດີໂອການເຄື່ອນໄຫວຈຳນວນໜຶ່ງໃນສົກຮຽນຜ່ານມາ, ຊົມພາບ ແລະ ຮັບຟັງສານອວຍພອນຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນໂອກາດພິທີເປີດສົກຮຽນໃໝ່ 2024-2025, ຮັບຊົມການປະກອບຄຳເຫັນຂອງນັກຮຽນ, ຕົວແທນຄູ-ອາຈານ ແລະ ຄະນະພັດທະນາການສຶກສາຈຳນວນໜຶ່ງ ຊຶ່ງເປັນຕົວແທນໃຫ້ແກ່ນັກຮຽນ, ຄູ-ອາຈານ ແລະ ຄະນະພັດທະນາການສຶກສາໃນແຕ່ລະຂັ້ນໃນຂອບເຂດທົ່ວປະເທດອີກດ້ວຍ.
(ຂ່າວ-ພາບ: ວັນເພັງ)