ວັນທີ 2 ກັນຍາ ນີ້, ຫ້ອງການສຶກສາທິການ ແລະ ກິລາ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດພິທີໄຂສົກຮຽນໃໝ່ສົກຮຽນ 2024–2025 ຢູ່ທີ່ສະໂມສອນໃຫຍ່ຂອງເມືອງ. ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງ ເມືອງເງິນ, ມີແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 
ໃນພິທີ, ທ່ານ ໄວພົດ ປັນຍາສອນ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄດ້ຜ່ານບົດລາຍງານກຽມຄວາມພ້ອມໄຂສົກຮຽນໃໝ່ວ່າ: ທົ່ວເມືອງເງິນມີໂຮງຮຽນລ້ຽງເດັກ ແລະ ອະນຸບານ 6 ແຫ່ງ, ໂຮງຮຽນປະຖົມ 18 ແຫ່ງ ແລະ ໂຮງຮຽນມັດທະຍົມ 6 ແຫ່ງ. ໂອກາດດັ່ງກ່າວ, ທ່ານ ທະວີສັກ ໄຊຍະວົງ ກ່າວໄຂສົກຮຽນວ່າ: ໃນການກະກຽມຄວາມພ້ອມ ໄຂສົກຮຽນໃໝ່ສົກຮຽນ 2024-2025 ແລະ ທ່ານຍັງຮຽກຮ້ອງມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ-ອາຈານທຸກທ່ານ ຈົ່ງເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີຂອງຕົນໃຫ້ເປັນບູລິມະສິດໜຶ່ງທີ່ສໍາຄັນ ແລະ ຖຶເອົາວຽກງານການສຶກສາເປັນວຽກໜຶ່ງຂອງພັກ - ລັດ ເປັນບັນຫາຕົ້ນຕໍໃນການພັດທະນາຊັບພະຍາກອນມະນຸດ ພ້ອມກັນເຄົາລົບນັບຖື ແລະ ປະຕິບັດລະບຽບຂອງການສຶກສາ, ປັບປຸງຍົກລະດັບຄຸນນະພາບການຮຽນ-ການສອນໃຫ້ເຂັ້ມງວດ ຕໍ່ຄວາມຮັບຜິດຊອບຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອເຮັດໃຫ້ມີນັກຮຽນເກັ່ງ ແລະ ເປັນນັກຮຽນທີ່ດີຂອງຄູ-ອາຈານ, ເປັນລູກທີ່ດີຂອງພໍ່ແມ່, ເປັນພົນລະເມືອງດີຂອງຊາດ ພ້ອມປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນສີວິໄລ.
(ຂ່າວ: ສີສຸທອນ ວິໄລຈິດ ຫ້ອງການສຶກສາທິການ ແລະ ກິລາເມືອງເງິນ).