ເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດມະຫາວິທະຍາໄລແຫ່ງຊາດ (ມຊ) ໄດ້ຈັດພິທີເປີດສົກຮຽນໃໝ່ສົກຮຽນ 2024-2025 ຂຶ້ນໃນວັນທີ 2 ກັນຍານີ້ ທີ່ໂຮງຮຽນດັ່ງກ່າວ ໂດຍມີການຈັດກິດຈະກຳທີ່ຫຼາກຫຼາຍເພື່ອສ້າງຄວາມເບີກບານມ່ວນຊື່ນ ດຶງດູດຈິດໃຈໃຫ້ຫຼານນ້ອຍມັກ-ຮັກໃນການມາໂຮງຮຽນຫຼາຍຂຶ້ນ.
    ທ່ານນາງ ພາວັນນາ ບຸນມີອາໄພ ຜູ້ອຳນວຍການເຮືອນລ້ຽງເດັກ ແລະ ໂຮງຮຽນອະນຸບານສາທິດໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: ປີນີ້ເປັນປີພິເສດທາງໂຮງຮຽນໄດ້ຈັດກິດຈະກຳຕ່າງໆຂຶ້ນມາໃຫ້ລູກຫຼານໄດ້ມີຄວາມເບີກບານມ່ວນຊື່ນໃນໂອກາດເປີດໂຮງຮຽນໃໝ່ ສົກຮຽນ 2024-2025ຊຶ່ງທາງໂຮງຮຽນໄດ້ມີການພັດທະນາການຮຽນ-ການສອນ, ການປັບປຸງພື້ນຖານໂຄງລ່າງເນັ້ນກິດຈະກຳການປະຕິບັດຕົວຈິງພັດທະນາເດັກໃຫ້ເໝາະສົມຕາມໄວອາຍຸຂອງເຂົາເຈົ້າເພື່ອໃຫ້ເປັນໂຮງຮຽນຕົວແບບຄຸນນະພາບຂອງ ມຊ, ໂຮງຮຽນມີຄູທັງໝົດ 20 ຄົນ,ສົກຮຽນນີ້ໄດ້ຮັບຄູສັນຍາຈ້າງເພີ່ມ 14 ຄົນເພື່ອຮອງຮັບການຂະຫຍາຍຕົວຂອງໂຮງຮຽນ, ຫ້ອງໜຶ່ງຕໍ່ຄູ 2 ຄົນ ໂດຍເນັ້ນຄຸນນະພາບແທ້ໆ.ໃນນັ້ນໄດ້ປັບປຸງຫ້ອງນໍ້າໃໝ່ມີຫ້ອງນໍ້າຍິງ-ຊາຍ, ມີລະບົບນໍ້າຮ້ອນ-ນໍ້າເຢັນເພື່ອໃຫ້ລູກຫຼານທີ່ມາຮຽນມີຄວາມສະດວກສະບາຍ ຊຶ່ງມີຫ້ອງລ້ຽງເດັກຈົນຮອດຫ້ອງອະນຸບານ 3. ມາຮອດປັດຈຸບັນພວກເຮົາມີຄວາມພ້ອມດ້ານພື້ນຖານໂຄງລ່າງ ແລະ ຄູ-ອາຈານ, ໃນອະນາຄົດຖ້າມີນັກຮຽນຫຼາຍພວກເຮົາສາມາດຂະຫຍາຍຫ້ອງຮຽນເປັນຫຼາຍໆຫ້ອງໄດ້ຕາມຄວາມຕ້ອງການຂອງນັກຮຽນ, ສົກຮຽນນີ້ຄາດວ່າຈະມີນັກຮຽນມາຮຽນຕົວຈິງ 300 ກວ່າຄົນ, ພວກເຮົາຈະເນັ້ນຫ້ອງໜຶ່ງ 25-30 ຄົນຕໍ່ຄູ 2 ຄົນ, ທາງໂຮງຮຽນສາມາດຮອງຮັບນັກຮຽນໄດ້ເຖິງ 700-800 ຄົນ, ຍ້ອນວ່າພວກເຮົາມີຫ້ອງຮຽນ ແລະ ຄູ-ອາຈານພຽງພໍໄວ້ຄອຍບໍລິການເປັນທີ່ຮຽບຮ້ອຍແລ້ວ. ສຳລັບກິດຈະກຳມີຂີ່ລົດຖີບ, ຫຼິ້ນຊາຍ, ເດີ່ນເຕະບານ, ມູມສິລະປະສ້າງສັນ ແລະ ກິດຈະກຳອື່ນໆເພື່ອສ້າງຄວາມສຸກຄວາມເບີກບານມ່ວນຊື່ນໃຫ້ກັບລູກຫຼານ.
    ທ່ານນາງ ສົມສະຫວັນ ຄຳວານວົງສາ ປະທານໂຄງການຮ່ວມພັດທະນາ ຊຶ່ງເປັນຜູ້ໜຶ່ງທີ່ມີວິໃສທັດອັນກວ້າງໄກໄດ້ມາພັດທະນາໂຮງຮຽນແຫ່ງນີ້ ຊຶ່ງໄດ້ມີການປັບປຸງດ້ານພື້ນຖານໂຄງລ່າງຂອງໂຮງຮຽນໃຫ້ມີຮູບແບບໃໝ່ໂດຍເນັ້ນກິດຈະກຳສຳລັບເດັກ ເພື່ອໃຫ້ເຂົາເຈົ້າຮູ້ຈັກຊ່ວຍເຫຼືອຕົນເອງ ເພື່ອພັດທະນາໃຫ້ເຂົາເຈົ້າມີຄວາມຮູ້-ຄວາມສາມາດທີ່ຫຼາກຫຼາຍສົມໄວກຽມພ້ອມກ້າວສູ່ຄວາມເປັນຜູ້ໃຫຍ່ໃນອະນາຄົດ ໂດຍນໍາໃຊ້ຫຼັກສູດຂອງກະຊວງສຶກສາທິການ ແລະ ກິລາເປັນຫຼັກ ແລະ ເສີມສ້າງດ້ານພາສາຕ່າງປະເທດເຊັ່ນ: ພາສາອັງກິດ ແລະ ພາສາຈີນ, ເນັ້ນກິດຈະກຳເປັນສ່ວນໃຫຍ່ປູກຈິດສຳນຶກໃຫ້ເດັກຮູ້ຮັກສາສິ່ງແວດລ້ອມ, ປູກຝັງ-ລ້ຽງສັດ, ແຕ່ງອາຫານ, ປັ້ນ, ແຕ້ມ, ສິລະປະ ແລະ ອື່ນໆ, ໂຄງການຂອງພວກເຮົາມີໂຮງອາຫານ, ສະລອຍນໍ້າ ເນັ້ນກິດຈະກຳມີຄວາມສຸກກັບການຫຼິ້ນກິລາ ຊຶ່ງເປັນກິດຈະກຳເສີມສ້າງທັກສະໃຫ້ເດັກ ໂດຍຫຼິ້ນຜ່ານການຮຽນ, ຮຽນຜ່ານການຫຼິ້ນ, ໂຄງການໃຊ້ເວລາ 5 ປີຈຶ່ງຈະສຳເລັດ ແລະ ຄາດວ່າຈະພັດທະນາໄປເລື່ອຍໆຂຶ້ນກັບຜົນຕອບຮັບຂອງສັງຄົມ ພວກເຮົາເຮັດດ້ວຍການລົງທຶນທີ່ຄຸ້ມຄ່າທີ່ສຸດຄືການໄດ້ເຫັນລູກຫຼານເຕີບໃຫຍ່ຢ່າງມີຄຸນນະພາບ ແລະ ມີອະນາຄົດທີ່ດີ ເພື່ອສ້າງໂຮງຮຽນໃຫ້ກາຍເປັນໂຮງຮຽນຕົວແບບຮອບດ້ານທາງດ້ານຄຸນນະພາບ. ດັ່ງນັ້ນ, ພວກເຮົາມາຮ່ວມກັນສ້າງເດັກນ້ອຍໃຫ້ກາຍເປັນຜູ້ໃຫຍ່ທີ່ມີຄວາມພ້ອມໃນການພັດທະນາຕົນເອງ ແລະ ປະເທດຊາດ. 
ຂ່າວ-ພາບ: ພູວັນ