ພິທີໄຂສົກຮຽນໃໝ່ 2024-2025 ໄດ້ຈັດຂຶ້ນໃນວັນທີ 2 ກັນຍາຜ່ານມາ ຢູ່ທີ່ໂຮງຮຽນ ມສ ທ່າຊັນເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ, ມີທ່ານເຈົ້າເມືອງໆແກ້ວອຸດົມ ພ້ອມດ້ວຍຄູອາຈານ ແລະ ນັກຮຽນເຂົ້າຮ່ວມ.
ທ່ານ ຈັນສົມ ແກ້ວມະນີວົງ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງກ່າວວ່າ: ໃນສົກຮຽນ 2023-2024 ທົ່ວແຂວງມີຜູ້ບໍລິຫານການສຶກສາ, ຄູສອນທັງພາກລັດ ແລະ ເອກະຊົນ 5.884ຄົນ ຍິງ 2.716 ຄົນ, ມີໂຮງຮຽນທັງໝົດ 718 ແຫ່ງ. ໃນນີ້, ມີໂຮງຮຽນລ້ຽງເດັກອານຸບານ 213 ແຫ່ງ, ປະຖົມ 403 ແຫ່ງ, ມັດທະຍົມ 102 ແຫ່ງ. ມີນັກຮຽນທັງໝົດ 104.808 ຄົນ, ຍິງ 51.611 ຄົນ ແລະນັກຮຽນສົງ 268 ອົງ.
ອັດຕາການເຂົ້າຮຽນຂອງເດັກ 0-2 ປີປະຕິບັດໄດ້ 6,7%, 3-4 ປີປະຕິບັດໄດ້ 53,8%, 3-5 ປີປະຕິບັດໄດ້ 64,1%, ເດັກໃນເກນອາຍຸ 5 ປີປະຕິບັດໄດ້ 82,7%; ຊັ້ນປະຖົມອັດຕາເຂົ້າຮຽນລວມປະຕິບັດໄດ້ 100,6%, ຊັ້ນມັດທະຍົມຕອນຕົ້ນປະຕິບັດໄດ້ 84,1%, ມັດທະຍົມຕອນປາຍປະຕິບັດໄດ້ 52,5%. ສຳລັບສົກຮຽນ 2024-2025 ນີ້, ມີແຜນເຮັດໃຫ້ອັດຕາເຂົ້າຮຽນໃນເກນອາຍຸຕ່າງໆ, ອັດຕາເຂົ້າຮຽນໃນຊັ້ນປະຖົມ - ມັດທະຍົມເພີ່ມຂຶ້ນ ແລະ ປະຕິບັດຕາມໂຄງການຫຼັກສູດຢ່າງເຂັ້ມງວດ ເພື່ອເຮັດໃຫ້ຄຸນນະພາບຂອງການສຶກສາດິຂຶ້ນກວ່າເກົ່າ.
ໃນໂອກາດນີ້, ທ່ານ ເຈົ້າແຂວງວຽງຈັນ ໄດ້ຊີ້ນຳ ແລະ ເນັ້ນໜັກໃຫ້ຜູ້ບໍລິຫານການສຶກສາຄູອາຈານເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ: ສຶກສາອົບຮົມການເມືອງແນວຄິດ ປູກຈິດສໍານຶກທີ່ດີໃຫ້ແກ່ຄູອາຈານ ແລະ ນັກຮຽນຢ່າງປົກກະຕິຕໍ່ເນື່ອງ, ເຮັດຫຼາຍຮູບແບບ, ສອດຄ່ອງກັບແຕ່ລະກຸ່ມເປົ້າໝາຍ, ເຮັດໃຫ້ຄູອາຈານ, ນັກຮຽນມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີ, ມີນໍ້າໃຈຮັກຊາດ, ຮັກການຮຽນ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ. ຕັ້ງໜ້າຂຶ້ນຫ້ອງສິດສອນໃຫ້ດີ, ເຮັດທຸກຢ່າງຖ່າຍທອດຄວາມຮູ້ບົດຮຽນວິຊາການໃຫ້ພວກນ້ອງນັກຮຽນເຂົ້າໃຈ, ຈົດຈໍາໄດ້, ເຂົ້າໃຈງ່າຍ, ຈື່ດົນ ຢາກເຮັດໄດ້ແນວນັ້ນຕ້ອງແຕ່ງບົດສອນ, ຄົ້ນຄ້ວາເລິກເຊິ່ງ, ຊອກຫາຄໍາຕອບ, ຄໍາອະທິບາຍໃຫ້ຊັດເຈນ ປະຕິບັດຕາມ 5 ບາດກ້າວຂອງການສິດສອນ.
(ຂ່າວ: ແຂວງວຽງຈັນ)