ໃນໂອກາດເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 21 ທີ່ນະຄອນໜານໜິງ ສປ ຈີນ, ໃນຕອນແລງຂອງວັນທີ 24 ກັນຍານີ້ທີ່ ສູນປະຊຸມສາກົນໂຮງແຮມລີ້ຢວນສະຫາຍ ກິແກ້ວ ໄຂຄຳພິທູນຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປປ ລາວ ໄດ້ພົບປະຢ່າງເປັນທາງການກັບສະຫາຍ ຕິງ ຊື້ ຊຽງຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ແຫ່ງ ສປ ຈີນ;ການພົບປະຢ່າງເປັນທາງການຂອງສອງສະຫາຍຄັ້ງນີ້ ເພື່ອສືບຕໍ່ຮັດແໜ້ນການພົວພັນການຮ່ວມມືຂອງສອງຝ່າຍ ໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.
ໃນໂອກາດພົບປະ, ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງ ສປປ ລາວ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການປະກອບສ່ວນເສີມສ້າງສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບກ້າວເຂົ້າສູ່ທັງລວງກວ້າງ ແລະ ລວງເລິກ ໃຫ້ເປັນຮູບປະທໍາຕົວຈິງ ຫຼາຍຂຶ້ນກວ່າເກົ່າ.
ໃນໂອກາດດຽວກັນ, ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ພັກ ແລະ ລັດຖະບານຈີນ ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນສະໜິດສະໜົມ ຕໍ່ຄະນະຜູ້ແທນ ສປປ ລາວ ທີ່ເດີນທາງມາເຂົ້າຮ່ວມງານວາງສະແດງໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ໝາກຜົນຂອງການພົວພັນມິດຕະພາບ ອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ຕະຫຼອດໄລຍະຜ່ານມາ.
ການພົບປະຄັ້ງນີ້, ທັງສອງຝ່າຍຕີລາຄາສູງ ຕໍ່ສາຍພົວພັນການຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ທີ່ມີມາແຕ່ດົນນານແລ້ວ ໄດ້ຮັບການສືບຕໍ່ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ແລະ ມີໝາກຜົນຕົວຈິງ ນັບມື້ນັບຫຼາຍຂຶ້ນ, ພິເສດການໄປມາຫາສູ່ຂອງການນໍາຂັ້ນສູງຂອງສອງປະເທດ ໂດຍສະເພາະ ສອງເລຂາທິການໃຫຍ່ ພົບກັນທີ່ປັກກິ່ງ ໃນທ້າຍປີ 2023 ຜ່ານມາ; ການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງຍາວນານ, ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ເຫັນໄດ້ຢ່າງຈະແຈ້ງວ່າ ນັບມື້ໄດ້ຮັບການເພີ່ມພູນຄູນສ້າງຢ່າງຕໍ່ເນື່ອງ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ຊຶ່ງຜົນການພົບປະຂອງ ສອງເລຂາທິການໃຫຍ່ ໃນທ້າຍປີ 2023 ທີ່ຜ່ານມາ ໄດ້ຕົກລົງເປັນເອກະພາບ ພ້ອມກັນຍົກລະດັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ມີມາດຖານສູງ, ຄຸນນະພາບສູງ ແລະ ລະດັບສູງ ເພື່ອເປັນຕົວແບບ ແລະ ປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ, ການຕົກລົງເປັນເອກະພາບຂອງການນໍາສູງສຸດ ໄດ້ເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຮ່ວມມືສອງຝ່າຍ ຢ່າງຮອບດ້ານໃນຍຸກໃໝ່. ສໍາລັບການຮ່ວມກັນຈັດຕັ້ງປະຕິບັດຕົວຈິງ, ທ່ານຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕີລາຄາສູງ ແລະ ປິຕິຍິນດີທີ່ເຫັນວ່າ ນັບແຕ່ຕົ້ນປີ 2023 ເປັນຕົ້ນມາ ການຜັນຂະຫຍາຍຈັດຕັ້ງປະຕິບັດຕົວຈິງໄດ້ມີຫຼາຍອັນພົ້ນເດັ່ນ, ໄດ້ຟື້ນຟູການໄປມາຫາສູ່ກັນໂດຍກົງຂອງການນໍາຂັ້ນຕ່າງໆ, ມີການຟື້ນຟູການຝຶກອົບຮົມ, ການແລກປ່ຽນນັກສຶກສາ ແລະ ອື່ນໆ ໄດ້ສະແດງໃຫ້ພາກພື້ນ ແລະ ສາກົນ ເຫັນເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນແໜນແຟ້ນຂອງສອງຝ່າຍ ນັບມື້ນັບກ້າວສູ່ລວງເລິກກວ່າເກົ່າ, ພ້ອມທັງ ເປັນການໂຄສະນາ ແລະ ສົ່ງເສີມການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນສອງຊາດລາວ-ຈີນ, ຊຸກຍູ້ດ້ານວັດທະນະທໍາ, ການທ່ອງທ່ຽວ, ການຄ້າຊາຍແດນ, ການພົວພັນຮ່ວມມື ແລະ ດ້ານອື່ນໆຕື່ມອີກ.
ໃນໂອກາດນີ້, ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຕາງໜ້າໃຫ້ແກ່ພັກ-ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈເປັນຢ່າງສູງມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຢ່າງຕໍ່ເນື່ອງ ໃຫ້ແກ່ລັດຖະບານລາວ ໃນການປະກອບສ່ວນພັດທະນາພື້ນຖານໂຄງລ່າງ, ການກໍ່ສ້າງຊັບພະຍາກອນມະນຸດ ແລະ ວຽກງານດ້ານອື່ນໆ ໃນໄລຍະຜ່ານມາ ລວມທັງໃຫ້ການສະໜັບສະໜູນ ເເລະ ຊ່ວຍເຫຼືອ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ໂດຍຫວັງຢ່າງຍິ່ງວ່າສອງຝ່າຍຈະຮ່ວມກັນຊຸກຍູ້ການພົວພັນຮ່ວມມື ລະຫວ່າງ  ອາຊຽນ-ຈີນ ກໍຄື ອາຊຽນກັບຄູ່ຮ່ວມເຈລະຈາ ໃຫ້ກາຍເປັນການຮ່ວມມືຍຸດທະສາດຮອບດ້ານ. 
ໃນຕອນທ້າຍ ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ກໍໄດ້ອວຍພອນໃຫ້ສະຫາຍຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ຈົ່ງປະສົບຜົນສໍາເລັດໃນການເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ແລະ ເຄື່ອນໄຫວຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ຄັ້ງນີ້ ພ້ອມທັງ ເດີນທາງກັບ ສປປ ລາວ ດ້ວຍຄວາມສະຫວັດດີພາບ.
ຫຼັງຈາກນັ້ນ, ສະຫາຍ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບໍລິສັດຮຸ້ນສ່ວນ ການສ້າງສາພະລັງງານຈີນ ຈຳກັດ; ໄດ້ນຳພາຄະນະໄປຢ້ຽມຢາມທັດສະນະສຶກສາ ຢູ່ໝູ່ບ້ານຫຼຸດພົ້ນອອກຈາກຄວາມທຸກຍາກດ້ວຍການພັດທະນາການທ່ອງທ່ຽວ; ຢ້ຽມຢາມສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບກວາງຊີ; ແລະ ຢ້ຽມຢາມສະຖານກົງສູນໃຫຍ່ ແຫ່ງ ສປປ ລາວ ປະຈຳນະຄອນໜານໜິງ ຕື່ມອີກ.
(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)