ເນື່ອງໃນໂອກາດ ທີ່ສະຫາຍ ນາງ ຫງວຽນ ຖິ ຖວດ ທີປຶກສາທູດ, ຮັບຜິດຊອບວຽກງານສະມາຄົມ ແລະ ຊຸມຊົນຊາວຫວຽດນາມ, ສະຖານທູດຫວຽດນາມປະຈຳລາວ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊສົມບູນ, ຊຶ່ງສະຫາຍໄດ້ຖືເອົາໂອກາດດັ່ງກ່າວ ເຂົ້າພົບປະ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາພັກແຂວງ ເຈົ້າແຂວງໄຊສົມບູນ ໃນຕອນບ່າຍຂອງວັນທີ 24 ກັນຍາຜ່ານມາ ຢູ່ທີ່ຫ້ອງວ່າການແຂວງ ເພື່ອລາຍງານຈຸດປະສົງ ໃຫ້ສະຫາຍເລຂາພັກແຂວງໄດ້ຮັບຊາບ. ຈຸດປະສົງໃນການມາເຄື່ອນໄຫວໃນຄັ້ງນີ້ ເພື່ອເປັນການລົງມາຊຸກຍູ້ ຕິດຕາມສະມາຄົມຊາວຄ້າຂາຍຫວຽດນາມ ແລະ ເພື່ອເປັນການສ້າງເງື່ອນໄຂ ໃຫ້ແກ່ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ. ພ້ອມນີ້ ກໍຈະໄດ້ລົງໄປຢ້ຽມຢາມ ສະມາຄົມຊາວຄ້າຂາຍຫວຽດນາມ ຕື່ມອີກ.
ໃນຕອນບ່າຍຂອງວັນດຽວກັນນີ້, ກໍໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານສະມາຄົມຊາວຫວຽດນາມ ໂດຍມີສະຫາຍ ລັດດາພອນ ສີສະອາດ ຮອງຫົວໜ້າຫ້ອງວ່າການແຂວງ, ມີພະແນກການກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ກໍເພື່ອເປັນການຄົ້ນຄວ້າ ປຶກສາຫາລື ຊອກຫາແນວທາງນະໂຍບາຍ, ກົນໄກ, ປຸກລະດົມ ໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ແລະ ເຄື່ອນໄຫວດຳເນີນທຸລະກິດ ຢູ່ພາຍໃນແຂວງໄຊສົມບູນ ເພື່ອເກັບກຳສະພາບ, ສະຖິຕິທີ່ຕິດພັນກັບຊາວຫວຽດນາມ ທັງເປັນການສ້າງກົນໄກໃນການສ້າງຕັ້ງສະມາຄົມຊາວຫວຽດນາມ ຕື່ມອີກ.  
(ຂ່າວ: ສີລິພອນ ສົງຄຳ)