ເພືື່ອເປັນການຮ່ວມມືດ້ານການຜະລິດ ແລະ ພັດທະນາຢາໃໝ່ຂອງສອງປະເທດລາວ-ຈີນ, ຍົກລະດັບຜະລິດຕະພັນຈາກທໍາມະຊາດໃຫ້ເກີດປະໂຫຽດສູງສຸດ, ສົ່ງເສີມການວິໄຈຜະລິດຕະພັນເພືື່ອສຸຂະພາບຈາກວັດຖຸດິບທໍາມະຊາດ ແລະ ຊ່ວຍພັດທະນາບັນດາທຸລະກິດທີກ່ຽວກັບຢາພື້ນເມືອງລາວໃຫ້ມີຄວາມທັນສະໄໝຂຶ້ນ, ທັງເປັນການຈັດຕັ້ງຜັນຂະຫຍາຍໜຶ່ງແລວ ໜຶ່ງເສັ້ນທາງ. ວ່າງບໍ່ດົນມານີ້, ຢູ່ກະຊວງສາທາລະນະສຸກ ທ່ານ ຈັນສະພາ ປາມະນິວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ, ທ່ານ ກົງໃຈໄຊຍະຈັກ ຕາງໜ້າບໍລິສັດ ເຄຊີພັດທະນາການລົງທຶນຂອງຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມື, ໂດຍການເປັນສັກຂີ່ພິຍານຂອງທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີບັນດາການນໍາຂັ້ນກົມ, ທີ່ປຶກສາດ້ານການຄ້າສະຖານທູດ ສປຈີນ ປະຈໍາລາວ, ຜູ້ຕາງໜ້າຄະນະກໍາມະການສົ່ງເສີມການຄ້າສາກົນ ສປ ຈີນ, ຮອງອະທິການບໍດີມະຫາວິທະຍາໄລເຈີ້ຈ່ຽງ ສປ ຈີນ ແລະ ພາກສ່ວນກ່ຽວເຂົ້າຮ່ວມ.
ການຮ່ວມມືຂອງສອງຝ່າຍ ແມ່ນເພື່ອຊ່ວຍເຫຼືອເຊິ່ງກັນ ແລະ ກັນພັດທະນາດ້ານການວິໄຈ ນໍາໃຊ້ນະວັດຕະກໍາໃໝ່ຂອງໂລກມາຜະລິດຢາລະບົບສາມັນ, ຮ່ວມກັນຄົໍ້ນຫາແນວທາງການຜະລິດຢາ ຫັນເປັນອຸດສາຫະກໍາ, ແລກປ່ຽນທາງວິທະຍາສາດເຕັກໂນໂລຢີ, ການຝຶກອົບຮົມບຸກຄະລາກອນ, ການສ້າງວິໄສທັດໃນການຮ່ວມມືກັບສາກົນ ຕາມຍຸດທະສາດຂອງໂຄງການ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປປ ຈີນ ເພືື່ອຊ່ວຍ ດ້ານສາທາລະນະສຸກຂອງ ສປປລາວ ໃນການສ້າງສະຖານທີ່ ທີ່ມີຄວາມພ້ອມສໍາລັບການເພາະປູກ ແລະ ວິໄຈກ່ຽວກັບຢາ, ຮ່ວມກັນຄົ້ນຄວ້າສະພາບການດໍາລົງຊີວິດ ແລະ ສຸຂະພາບຂອງປະຊາຊົນລາວ. ຜະລິດ ແລະ ພັດທະນາຢາໃໝ່ອອກຮັບໃຊ້ສັງຄົມ, ຄົ້ນຄວ້ານະໂຍບາຍການນໍາໃຊ້ພືດເປັນຢາ.
(ໂດຍ: ຕະວິນຍານ)