ກອງປະຊຸມລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຄັ້ງທີ 32 ໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 26 ກັນຍານີ້ ທີ່ນະຄອນຫຼວງວຽງຈັນສປປ ລາວໂດຍການເປັນປະທານຂອງ ທ່ານ ນາງສວນສະຫວັນ ວິຍະເກດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ, ມີບັນດາທ່ານລັດຖະມົນຕີສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ, ບັນດາຫົວໜ້າຄະນະຜູ້ແທນອາຊຽນ, ມີຮອງເລຂາທິການໃຫຍ່ອາຊຽນ ຜູ້ຊີ້ນຳວຽກງານປະຊາຄົມວັດທະນະທຳ-ສັງຄົມອາຊຽນ,ມີລັດຖະມົນຕີກະຊວງກະຊວງສາມັກຄີ ແລະ ການມີສ່ວນຮ່ວມທາງສັງຄົມ ແຫ່ງປະເທດຕີມໍແລັດສະເຕ, ມີບັນດາທ່ານລັດຖະມົນຕີ-ຮອງລັດຖະມົນຕີຂະແໜງການປະຊາຄົມວັດທະນະທໍາ-ສັງຄົມອາຊຽນແຫ່ງ ສປປ ລາວ, ບັນດາທ່ານເອກະອັກຄະລັດຖະທູດອາຊຽນ ແລະ ຕີມໍແລັດສະເຕ ປະຈໍາລາວ, ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.
ທ່ານ ນາງສວນສະຫວັນ ວິຍະເກດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ມາຍັງບັນດາລັດຖະມົນຕີສະພາປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ແລະ ກອງເລຂາອາຊຽນ ທີ່ໄດ້ໃຫ້ການຮ່ວມມືຢ່າງໃກ້ຊິດ ພ້ອມທັງໃຫ້ກຽດເຂົ້າຮ່ວມກອງປະຊຸມສະພາປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຮ່ວມກັບບັນດາສະມາຊິກລັດຖະສະພາອາຊຽນ, ຜູ້ຊົງຄຸນວຸດທິ ແລະ ບັນດາລັດຖະມົນຕີປະທານຂະແໜງການຂອງເສົາຄໍ້າວັດທະນະທຳ-ສັງຄົມອາຊຽນ ເພື່ອປຶກສາຫາລື ແລະ ໃຫ້ຄໍາເຫັນຊີ້ແນະຕໍ່ກັບວາລະລວມທີ່ສໍາຄັນຕ່າງໆຂອງແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025ຊຶ່ງສໍາເລັດລຸລ່ວງໄປດ້ວຍດີ ໃນເດືອນສິງຫາ ທີ່ນະຄອນຫຼວງວຽງຈັນຜ່ານມາ. ພ້ອມນີ້, ຂໍຊົມເຊີຍຢ່າງຍິ່ງຕໍ່ຄວາມຫ້າວຫັນ ແລະ ເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ ຂອງທຸກພາກສ່ວນທີ່ກ່ຽວຂ້ອງໃນການກະກຽມປະເມີນທ້າຍສະໄໝແຜນແມ່ບົດປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້ ກໍຄືໜ່ວຍງານພັດທະນາແຜນຍຸດທະສາດປະຊາຄົມວັດທະນະທຳ-ສັງຄົມອາຊຽນ ຫຼັງປີ 2025 ແລະ ໄດ້ເອົາໃຈໃສ່ປະກອບສ່ວນໃນການພັດທະນາຮ່າງແຜນຍຸດທະສາດດັ່ງກ່າວ ເຫັນວ່າມີຄວາມຄືບໜ້າໄປຕາມແຜນທີ່ກໍານົດໄວ້ຊຶ່ງປະກອບສ່ວນສໍາຄັນຕໍ່ການສ້າງວິໄສທັດຂອງປະຊາຄົມອາຊຽນ 2045 ແລະ ເອກະສານສໍາຄັນກ່ຽວຂ້ອງ ທີ່ຈະຮັບຮອງເອົາໃນປີ 2025 ໃຫ້ສໍາເລັດຢ່າງເປັນຮູບປະທໍາ.
ທ່ານ ນາງສວນສະຫວັນ ວິຍະເກດ ຍັງກ່າວຕື່ມວ່າ: ພາຍໃຕ້ຄໍາຂວັນການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 “ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ”, ນອກຈາກເປົ້າໝາຍຫຼັກທີ່ສົ່ງເສີມອາຊຽນໃນການເພີ່ມທະວີການຮ່ວມມືດ້ານການເຊື່ອມຈອດ ແລະ ສ້າງຄວາມເຂັ້ມແຂງພາຍໃນສາມເສົາຄ້ຳປະຊາຄົມອາຊຽນແລ້ວ ກໍຍັງໄດ້ຊຸກຍູ້ສົ່ງເສີມການຮັດແຄບຊ່ອງວ່າງຄວາມແຕກໂຕນດ້ານການພັດທະນາ, ເນັ້ນໃສ່ການເຊື່ອມໂຍງທາງດ້ານເສດຖະກິດ ແລະ ແລກປ່ຽນການໄປມາຫາສູ່ກັນຂອງປະຊາຊົນອາຊຽນໃຫ້ນັບມື້ນັບກວ້າງຂວາງ ແລະ ຫຼາຍຂຶ້ນຄຽງຄູ່ກັບການສືບຕໍ່ຮ່ວມມືກັບບັນດາຄູ່ຮ່ວມມືພາຍນອກຂອງອາຊຽນ ໃຫ້ແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ ເພື່ອຮັກສາໄດ້ຄວາມເປັນແກນກາງຂອງອາຊຽນ ແລະ ເສີມຂະຫຍາຍບາດກ້າວຂອງການພັດທະນາຢູ່ໃນພາກພື້ນອາຊຽນໃຫ້ມີຄວາມກ້າວໜ້າ ແລະ ພົ້ນເດັ່ນຂຶ້ນເລື້ອຍໆ.
ກອງປະຊຸມໃນຄັ້ງນີ້, ນອກຈາກໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເສົາຄໍ້າແລ້ວ, ຍັງໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາຄິດຄໍາເຫັນ ແລະ ປຶກສາຫາລືເພື່ອຄວາມເປັນເອກະພາບກັນໃນການຮັບຮອງເອົາບັນດາເອກະສານສໍາຄັນຂອງອາຊຽນ ຈຳນວນ 29 ສະບັບ ລວມທັງບົດລາຍງານກອງປະຊຸມລັດຖະມົນຕີປະຊາຄົມວັດທະນະທໍາ-ສັງຄົມອາຊຽນ ເພື່ອສະເໜີຕໍ່ຜູ້ນຳອາຊຽນພິຈາລະນາຮັບຮອງ ແລະ ຮັບຊາບ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ຈະຈັດຂຶ້ນໃນຕົ້ນເດືອນຕຸລາ 2024 ທີ່ຈະມາເຖິງນີ້ຊຶ່ງບັນດາເອກະສານສໍາຄັນຈະກາຍເປັນນິຕິກໍາທີ່ມີຄວາມໝາຍ -ຄວາມສໍາຄັນ ແລະ ເປັນບ່ອນອີງທີ່ໜັກເເໜ້ນ ໃຫ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອນໍາໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານແຕ່ລະຂະແໜງການພາຍໃຕ້ເສົາຄ້ຳວັດທະນະທຳ-ສັງຄົມອາຊຽນ ໃຫ້ປະກົດຜົນເປັນຈິງໃນຕໍ່ໜ້າ ແນໃສ່ຮັບປະກັນຜົນປະໂຫຍດລວມຂອງປະຊາຊົນໃນອະນາຄົດ ກໍຄືການສ້າງປະຊາຄົມອາຊຽນໃຫ້ຈະເລີນຮຸ່ງເຮືອງ, ສັງຄົມມີຄວາມປອງດອງ, ປະຊາຊົນມີວິຖີຊີວິດທີ່ດີ, ມີການພັດທະນາແບບຍືນຍົງ, ມີຄວາມເຄົາລົບ, ຮັບຮູ້ ແລະ ເຂົ້າໃຈຊຶ່ງກັນ ແລະ ກັນດ້ວຍການໂຄສະນາສົ່ງເສີມວັດທະນະທໍາທີ່ຫຼາກຫຼາຍ ແລະ ເປັນເອກະລັກຂອງອາຊຽນ, ສາມາດເຂົ້າເຖິງການສຶກສາ ແລະ ຮັບຮູ້ຂໍ້ມູນຂ່າວສານຢ່າງເທົ່າທຽມກັນ, ສ້າງຄວາມປອດໄພທາງດ້ານສຸຂະພາບ, ຮັກສາສິ່ງແວດລ້ອມໃຫ້ຍືນຍົງ ແລະ ພ້ອມກັນຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພັດທະນາສີມືແຮງງານໃຫ້ມີຄຸນນະພາບ ທັງຮັບປະກັນແຮງງານເຄືອນຍ້າຍທີ່ຖືກຕ້ອງ, ສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ເປີດກວ້າງໂອກາດໃນການປະກອບອາຊີບສຳລັບໄວໜຸ່ມ, ຜູ້ດ້ອຍໂອກາດ ແລະ ຜູ້ເສຍອົງຄະໃຫ້ນັບມື້ຫຼາຍຂຶ້ນ.
(ຂ່າວ: ວັນເພັງ, ພາບ: ສໍານານ)