ກອງປະຊຸມ ສະຫຼຸບວຽກງານການຈັດຕັ້ງປະຕິບັດບົດບັນທຶກຊ່ວຍຈໍາ ກົນໄກການຮ່ວມມືເພື່ອສະກັດກັ້ນການລະເມີດຊັບພະຍາກອນປ່າໄມ້, ສັດປ່າ ແລະ ການຄຸ້ມຄອງເຄື່ອງປ່າຂອງດົງ ຢູ່ລຽບຕາມຊາຍແດນ ລາວ-ຫວຽດນາມ ໃນໄລຍະຜ່ານມາ ລະຫວ່າງ ພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ ສປປລາວ ແລະ ພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກອນຕູມ ສສ ຫວຽດນາມ, ຝ່າຍແຂວງເຊກອງນໍາໂດຍທ່ານ ເສີມສີ ສຸລິຕະ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງເຊກອງ, ຝ່າຍແຂວງກອນຕູມ ນໍາໂດຍທ່ານ ຫງວຽນເຕີນລຽມ ຫົວໜ້າພະແນກກະສິກຳ ແລະ ພັດທະນາຊົນນະບົດ ແຂວງກອນຕູມ, ພ້ອມດ້ວຍຂະແຫນງການກ່ຽວຂ້ອງ ທັງສອງແຂວງເຂົ້າຮ່ວມ.
ໃນວາລະກອງປະຊຸມ, ກອງກວດກາປ່າໄມ້ທັງສອງແຂວງໄດ້ລາຍງານການຈັດຕັ້ງປະຕິບັດວຽກງານກວດກາ, ເຜີຍແຜ່ນິຕິກຳ ແລະ ກົດຫມາຍຕາມບ້ານລຽບຕາມຊາຍແດນລາວ-ຫວຽດນາມ ຄື: ເມືອງດາກຈຶງ ແຂວງເຊກອງ ແລະ ເມືອງດາໄລ ແຂວງກອນຕູມ ຕາມບົດບັນທຶກຊ່ວຍຈໍາ ຂອງສອງແຂວງດັ່ງກ່າວ ຄັ້ງວັນທີ 20 ກັນຍາ ປີ 2022 ຜ່ານມາ.
   ຈາກນັ້ນ ທັງສອງຝ່າຍໄດ້ລົງນາມ ບົດບັນທຶກຊ່ວຍຈໍາ ກ່ຽວກັບກົນໄກຮ່ວມມືສະກັດກັ້ນສະພາບການຝ່າຝືນໃນຂົງເຂດປ່າໄມ້ ແລະ ວາງທິດທາງການປະສານສົມທົບໃນປີ 2025, ຊຶ່ງເຫັນດີສືບຕໍ່ຈັດຕັ້ງປະຕິບັດບັນດາເນື້ອໃນຂອງບົດບັນທຶກຊ່ວຍຈຳທີ່ໄດ້ລົງນາມ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນຂ່າວສານເພື່ອຄວບຄຸມ ແລະ ສະກັດກັ້ນ ການລັກລອບຂຸດຄົ້ນ, ຊື້-ຂາຍ ແລະ ຂົນສົ່ງເຄື່ອງປ່າຂອງດົງ (ໄມ້, ເຄື່ອງປ່າຂອງດົງ, ສັດປ່າ...) ທີ່ຜິດກົດໝາຍຢູ່ເຂດລຽບຊາຍແດນລະຫວ່າງແຂວງກອນຕູມ ແລະ ແຂວງເຊກອງ, ຊີ້ນໍາໜ່ວຍງານກວດກາປ່າໄມ້ເມືອງດັກໄລ ແຂວງກອນຕູມ ແລະ ໜ່ວຍງານກວດກາປ່າໄມ້ເມືອງດາກຈຶງ ແຂວງເຊກອງ  ເປັນເຈົ້າການໃນການແລກປ່ຽນຂໍ້ມູນຂ່າວສານ ແລະ ສົມທົບກັນແກ້ໄຂບັນຫາທີ່ກ່ຽວຂ້ອງເຖິງວຽກງານປົກປັກຮັກສາປ່າ, ສະກັດກັ້ນ ແລະ ຄຸ້ມຄອງເຄື່ອງປ່າຂອງດົງຢູ່ເຂດຊາຍແດນ.
(ຂ່າວ: ພຸດທະສອນ)