ວັນທີ 23 ກັນຍາຜ່ານມາທີ່ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງສະຫວັນ ພົມວິຫານກຳມະການສູນກາງພັກຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ)ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ສະຫາຍ ພົ.ວ ຮວິ່ງ ດັກ ເຮືອງຫົວໜ້າຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາສະໝັກ-ຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອການປະຕິວັດລາວພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ, ການຢ້ຽມຢາມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຫຼາຍຊຶ່ງໄດ້ຈັດຂຶ້ນທ່າມກາງບັນຍາກາດການສະເຫຼີມສະຫຼອງວັນສ້າງຕັ້ງ ຄະນະຕິດຕໍ່ປະສານງານທົ່ວປະເທດອະດີດທະຫານອາສາໝັກ-ຊ່ຽວຊານການທະຫານຫວຽດນາມ ຊ່ວຍເຫຼືອລາວ ຄົບຮອບ 75 ປີ (30 ຕຸລາ1949-30 ຕຸລາ 2024), ພາຍຫຼັງການຢ້ຽມຢາມລັດຖະກິດ ແລະ ກອງປະຊຸມສອງກົມການເມືອງ ລາວ-ຫວຽດນາມ ປີ 2024 ນຳໂດຍ ສະຫາຍ ທອງລຸນສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວປະທານປະເທດ ລາວ ແລະ ສະຫາຍໂຕເລິມເລຂາທິການໃຫຍ່ ພັກກອມມູນິດຫວຽດນາມປະທານປະເທດຫວຽດນາມ. 
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ຕີລາຄາສູງ ແລະ ຍິນດີຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຂອງ ຄະນະຜູ້ແທນດັ່ງກ່າວມາຢ້ຽມຢາມ ສປປ ລາວ ດິນແດນທີ່ເຄີຍອາໄສຄຽງບ່າຄຽງໄຫຼ່ກັບທະຫານແລະ ປະຊາຊົນລາວ ຕໍ່ສູ້ກັບຈັກກະພັດລ່າເມືອງຂຶ້ນແບບເກົ່າແລະ ແບບໃໝ່ໃນອະດີດ ແລະຂໍຝາກຄໍາຢື້ຢາມຖາມຂ່າວ, ຄວາມສາມັັກຄີຮັກແພງ ແລະ ຄວາມຄິດຮອດຄິດເຖິງຜ່ານບັນດາ ລຸງ, ປ້າ, ອາວ, ອາ ໄປຍັງອະດີດອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ກໍຄືຄະນະປະສານງານທັງໝົດ, ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ການປະກອບສ່ວນຂອງຄະນະດັ່ງກ່າວໃນພາລະກິດຕໍ່ສູ້ກູ້ຊາດໃນໄລຍະຜ່ານມາ, ເຊື່ອໝັ້ນວ່າການຢ້ຽມຢາມໃນຄັ້ງນີ້ຈະເປັນການຢໍ້າຄືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໜຶ່ງບໍ່ມີສອງ, ທັງເປັນການສຶກສາອົບຮົມມູນເຊື້ອແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງສອງຊາດລາວ-ຫວຽດນາມ ໃຫ້ຄົນຮຸ່ນໜຸ່ມໄດ້ຮຽນຮູ້ແລະ ເຂົ້າໃຈຢ່າງເລິກເຊິ່ງ.
ສະຫາຍ ພົ.ວ ຮວິ່ງ ດັກ ເຮືອງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ແຈ້ງຈຸດປະສົງຂອງການຢ້ຽມຢາມ, ທັງໄດ້ແຈ້ງໃຫ້ຊາບຜົນສໍາເລັດການເຄື່ອນໄຫວໃນໄລຍະຜ່ານມາ ແລະ ບາງແຜນການຈຸດສຸມ ຂອງຄະນະໃນຕໍ່ໜ້າ. ການຢຽມຢາມຄັ້ງນີ້ເປັນການສະເຫຼີມສະຫຼອງຄົບຮອບ 75 ປີ ແຫ່ງການສ້າງຕັ້ງ ຄະນະປະສານງານທົ່ວປະເທດອະດີດທະຫານອາສາສະໝັກແລະ ຊ່ຽວຊານການທະຫານຊ່ວຍເຫຼືອການປະຕິວັດລາວ, ພ້ອມທັງຮຽກຮ້ອງໃຫ້ຄົນຮຸ່ນໜຸ່ມຂອງສອງຊາດສືບຕໍ່ຖະໜຸຖະໜອມແລະ ຮັກສາມູນເຊື້ອສາຍພົວພັນລາວ-ຫວຽດນາມ ໃຫ້ໝັ້ນຄົງຂະໜົງແກ່ນ.
ການຢ້ຽມຢາມໃນຄັ້ງນີ້ ທັງສອງຝ່າຍຕ່າງກໍໄດ້ຢືນຢັນຄືນ, ພ້ອມຈະສືບຕໍ່ເສີມຂະຫຍາຍ, ປົກປັກຮັກສາແລະເພີ່ມພູນຄູນສ້າງສາຍພົວພັນພິເສດແລະການຮ່ວມມືຮອບດ້ານລະຫວ່າງ ສອງພັກ-ສອງລັດແລະປະຊາຊົນສອງຊາດລາວ-ຫວຽດນາມໃຫ້ຈະເລີນງອກງາມນຳເອົາຜົນປະໂຫຍດຕົວຈິງຢ່າງຫຼວງຫຼາຍມາສູ່ປະຊາຊົນສອງຊາດ, ຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າແລະການລົງທຶນ, ການສຶກສາແລະອື່ນໆ.
(ຂ່າວ: ຄຕພ)