ເພືື່ອເປັນການຮ່ວມມືດ້ານການຜະລິດ ແລະ ພັດທະນາຢາໃໝ່ຂອງສອງປະເທດລາວ-ຈີນ,ຍົກລະດັບຜະລິດຕະພັນຈາກທໍາມະຊາດໃຫ້ເກີດປະໂຫຍດສູງສຸດ,ສົ່ງເສີມການວິໄຈຜະລິດຕະພັນເພືື່ອສຸຂະພາບຈາກວັດຖຸດິບທໍາມະຊາດ ແລະ ຊ່ວຍພັດທະນາບັນດາທຸລະກິດທີ່ກ່ຽວກັບຢາພື້ນເມືອງລາວໃຫ້ມີຄວາມທັນສະໄໝຂຶ້ນ,ພ້ອມທັງເປັນການຈັດຕັ້ງຜັນຂະຫຍາຍໜຶ່ງແລວໜຶ່ງເສັ້ນທາງ.
ເມື່ອບໍ່ດົນມານີ້ ທີ່ກະຊວງສາທາລະນະສຸກ, ທ່ານ ຈັນສະພາ ປາມະນິວົງ ຫົວໜ້າສູນວິໄຈອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ທ່ານ ກົງໃຈໄຊຍະຈັກ ຕາງໜ້າບໍລິສັດເຄທີພັດທະນາການລົງທຶນຂອງຈີນໄດ້ເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືຜະລິດ ແລະ ພັດທະນາຢາໃໝ່.ໂດຍການເປັນສັກຂີພິຍານຂອງທ່ານ ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ,ບັນດາການນໍາຂັ້ນກົມກະຊວງສາທາລະນະສຸກ,ທີ່ປຶກສາດ້ານການຄ້າສະຖານທູດສປຈີນປະຈໍາລາວ,ຜູ້ຕາງໜ້າຄະນະກໍາມະການສົ່ງເສີມການຄ້າສາກົນ ສປ ຈີນ,ຮອງອະທິການບໍດີມະຫາວິທະຍາໄລເຈີ້ຈ່ຽງ ສປ ຈີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
  ໃນການລົງນາມຮ່ວມມືຂອງສອງຝ່າຍໃນຄັ້ງນີ້ ແມ່ນເພື່ອຊ່ວຍເຫຼືອຊຶ່ງກັນ ແລະ ກັນພັດທະນາດ້ານການວິໄຈ ນໍາໃຊ້ນະວັດຕະກໍາໃໝ່ຂອງໂລກມາຜະລິດຢາລະບົບສາມັນ,ຮ່ວມກັນຄົ້ນຫາແນວທາງການຜະລິດຢາຫັນເປັນອຸດສາຫະກໍາ,ແລກປ່ຽນທາງວິທະຍາສາດເຕັກໂນໂລຊີ, ການຝຶກອົບຮົມບຸກຄະລາກອນ,ການສ້າງວິໄສທັດໃນການຮ່ວມມືກັບສາກົນ.ຕາມຍຸດທະສາດຂອງໂຄງການ“ໜຶ່ງແລວໜຶ່ງເສັ້ນທາງ” ຂອງສປຈີນ ເພືື່ອຊ່ວຍ ດ້ານສາທາລະນະສຸກຂອງ ສປປລາວໃນການສ້າງສະຖານທີ່ທີ່ມີຄວາມພ້ອມສໍາລັບການເພາະປູກ ແລະ ວິໄຈກ່ຽວກັບຢາ,ຮ່ວມກັນຄົ້ນຄວ້າສະພາບການດໍາລົງຊີວິດ ແລະ ສຸຂະພາບຂອງປະຊາຊົນລາວ, ຜະລິດ ແລະ ພັດທະນາຢາໃໝ່ອອກຮັບໃຊ້ສັງຄົມ, ຄົ້ນຄວ້ານະໂຍບາຍການນໍາໃຊ້ພືດເປັນຢາ.
ຂ່າວ: ຕະວິນຍານ