ບົດສຶກສາທ່າອ່ຽງດ້ານພະລັງງານ ອາຊຽນ ສະບັບທີ 8 (AEO8) ຖືກຮອງຮັບໃນກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງ ທີ 42 (42nd AMEM) ເປັນໝາກຜົນໜຶ່ງທີ່ສໍາຄັນຂອງກອງປະຊຸມດັ່ງກ່າວ ຊຶ່ງເປັນເອກະສານພື້ນຖານທີ່ສໍາຄັນ ເພື່ອເປັນແນວທາງໃນການກໍານົດວາງແຜນອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ.
    ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ປະທານກອງປະຊຸມ 42nd AMEM ໄດ້ຖະແຫຼງຜົນສຳເລັດຂອງກອງປະຊຸມ 42nd AMEM ຕໍ່ບັນດາສື່ມວນຊົນເມື່ອວັນທີ 27 ກັນຍາຜ່ານມາ ທີ່ຫໍປະຊຸມແຫ່ງຊາດ ວ່າ: ບົດສຶກສາ AEO8 ເປັນເອກະສານພື້ນຖານທີ່ສໍາຄັນ ເພື່ອເປັນແນວທາງໃນການກໍານົດວາງແຜນ ອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນ ຊຶ່ງບົດສຶກສາສະບັບນີ້ ຈະເສີມຂະຫຍາຍວິໄສທັດລວມຂອງອາຊຽນໃນການພັດທະນາແບບຍືນຍົງ ໂດຍຈະລວມມີການປະເມີນຜົນທີ່ທັນສະໄໝ ກ່ຽວກັບທ່າອ່ຽງພາຍໃນຂະແໜງພະລັງງານອາຊຽນ ແລະ ການພັດທະນາຕ່າງໆທີ່ສໍາຄັນ ມຸ່ງເນັ້ນໄປສູ່ ສ້າງອະນາຄົດດ້ານພະລັງງານທີ່ຫຼຸດຜ່ອນການປ່ອຍທາດອາຍພິດກາກບອນ.
ບົດສຶກສາດັ່ງກ່າວ, ໄດ້ວິເຄາະເພີ່ມຕື່ມກ່ຽວກັບຄວາມຕ້ອງການ ການພັດທະນາດ້ານພື້ນຖານໂຄງລ່າງຂອງແຫຼ່ງພະລັງງານທົດແທນ ເຊັ່ນ: ພະລັງງານແສງຕາເວັນ ແລະ ພະລັງງານລົມ ເພື່ອປ່ຽນແທນພະລັງງານຖ່ານຫີນ ຊຶ່ງຖືກພັດທະນາຢ່າງຫຼວງຫຼາຍໃນໄລຍະຜ່ານມາ. ນອກຈາກນັ້ນ, ບົດສຶກສານີ້ ກໍໄດ້ຊີ້ໃຫ້ເຫັນເຖິງ ຜົນວິເຄາະທາງດ້ານເສດຖະກິດ - ສັງຄົມຂອງແນວຄິດການຫັນປ່ຽນອອກຈາກການເອື່ອຍອີງນໍ້າມັນເຊື້ອໄຟ, ໂດຍຊີ້ໃຫ້ເຫັນເຖິງຄວາມຈໍາເປັນຂອງການປະຕິຮູບນະໂຍບາຍທີ່ເຂັ້ມແຂງເພື່ອປົກປ້ອງຊຸມຊົນທີ່ຈະໄດ້ຮັບຄວາມສ່ຽງໃນໄລຍະການປ່ຽນແປງນີ້.
ຂະນະທີ່ອາຊຽນກະກຽມກ້າວເຂົ້າສູ່ການຮ່ວມມືດ້ານພະລັງງານໃນໄລຍະຕໍ່ໄປພາຍໃຕ້ແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ຫຼັງປີ 2025, ບົດສຶກສາ AEO8 ຈະເປັນເອກະສານອ້າງອີງທີ່ສໍາຄັນໃນການກໍານົດທິດທາງ ແລະ ຍຸດທະສາດການພັດທະນາໃໝ່ ຊຶ່ງບົດລາຍງານສະບັບຫຼ້າສຸດນີ້ ຈະສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນລວມຂອງພວກເຮົາໃນການສ້າງນະໂຍບາຍການພັດທະນາພະລັງງານສີຂຽວ ທີ່ມີການນໍາໃຊ້ຂໍ້ມູນ ແລະ ການວິເຄາະເປັນບ່ອນອີງ.
ທ່ານ ທ່ານ ໂພໄຊ ໄຊຍະສອນ ຍັງໄດ້ຂໍສະແດງຄວາມຂອບໃຈມາຍັງບັນດາປະເທດສະມາຊິກອາຊຽນ ສໍາລັບການຮ່ວມມື, ປະກອບສ່ວນເຂົ້າໃນບົດລາຍງານສະບັບນີ້. ພ້ອມທັງເນັ້ນວ່າ: AEO8 ສະແດງໃຫ້ເຫັນເຖິງຂີດໝາຍອັນສໍາຄັນໃນການຊຸກຍູ້ຄວາມສາມັກຄີ ແລະ ການຮ່ວມມືພາຍໃນອາຊຽນ; ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ: AEO8 ຈະເປັນເອກະສານອັນລ້ໍາຄ່າສໍາລັບບັນດາປະເທດສະມາຊິກ ແລະ ຄູ່ຮ່ວມຍຸດທະສາດ ໃນຂະແໜງພະລັງງານຂອງອາຊຽນ.
(ຂ່າວ: ສຸກສະຫວັນ, ພາບ: ບຸນອູ້ມ)