ວັນທີ 25-26 ກັນຍານີ້ ທີ່ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມຄົ້ນຄວ້າ, ວິໄຈ ແລະ ປັບປຸງເນື້ອໃນລັດຖະທໍາມະນູນ ສະບັບປີ 2015 ໂດຍການເປັນປະທານຂອງທ່ານຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ຜູ້ປະຈຳການຄະນະກໍາມະການລະດັບຊາດປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບປີ 2015 (ຄລຊ);ເຂົ້າຮ່ວມມີບັນດາທ່ານຄະນະກຳມະການ,ກອງເລຂາ, ອະນຸກຳມະການຕ່າງໆ ຂອງ ຄລຊ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທັງນີ້,ກໍເພື່ອຄົ້ນຄວ້າ, ວິໄຈ ແລະ ເລືອກເຟັ້ນ ຄຳສະເໜີຂອງການຈັດຕັ້ງ ແລະ ບຸກຄົນ ຈາກຜົນການປະເມີນການປະຕິບັດລັດຖະທຳມະນູນ ສະບັບປີ 2015 ປັບປຸງເຂົ້າເນື້ອໃນໝວດ ແລະ ມາດຕາ ຂອງລັດຖະທຳມະນູນສະບັບປັບປຸງໃໝ່ ໃຫ້ຖືກຕ້ອງ, ສອດຄ່ອງກັບກົດໝາຍວ່າດ້ວຍການສ້າງນິຕິກຳ ແລະ ສາມາດນໍາໄປສູ່ການພິຈາລະນາຮັບຮອງ ທັງເປັນການຄົ້ນຄວ້າ, ວິໄຈເນື້ອໃນ ແລະ ສະເໜີເພີ່ມເນື້ອໃນທີ່ສັງລວມໄດ້ຈາກການປະເມີນ ເຂົ້າໃສ່ມາດຕາ ຫຼື ວັກໃດໜຶ່ງຂອງມາດຕາທີ່ເຫັນວ່າມີຄວາມຈຳເປັນຕ້ອງປັບປຸງ ເພື່ອໃຫ້ສອດຄ່ອງ ແລະ ຕອບສະໜອງກັບສະພາບການພັດທະນາໃນໄລຍະໃໝ່ ໃຫ້ເປັນຮ່າງສະບັບປັບປຸງເບື້ອງຕົ້ນ ແລ້ວສະຫຼຸບສັງລວມຜົນຂອງການຄົ້ນຄວ້າເນື້ອໃນຂອງແຕ່ລະໝວດ ແລະ ມາດຕາ ຢ່າງລະອຽດ ເພື່ອລາຍງານຂໍທິດຊີ້ນໍາ.
ບັນດາທ່ານຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ໄດ້ສຸມໃສ່ຄົ້ນຄວ້າ, ອະທິບາຍ, ປະກອບຄວາມເຫັນຢ່າງກົງໄປກົງມາ, ມີເນື້ອໃນເລິກເຊິ່ງ ແລະ ຫຼາຍເທື່ອຄົນ ລ້ວນແຕ່ເປັນບັນຫາທີ່ມີຄວາມສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການປັບປຸງເນື້ອໃນລັດຖະທໍາມະນູນ ໃຫ້ແທດເໝາະກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ສາມາດນໍາໄປຈັດຕັ້ງປະຕິບັດໃຫ້ມີຄວາມເຂັ້ມງວດ, ສັກສິດ ແນໃສ່ປົກປ້ອງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າຢ່າງແທ້ຈິງ.
ທ່ານ ຈະເລີນ ເຢຍປາວເຮີ ມີຄໍາເຫັນກ່າວປິດວ່າ: ຜ່ານການຄົ້ນຄວ້າ,ປະກອບຄວາມເຫັນຢ່າງລະອຽດ, ຖີ່ຖ້ວນ, ຖົກຖຽງກັນຢ່າງມີເຫດມີຜົນ ຈຶ່ງເຮັດໃຫ້ກອງປະຊຸມປະສົບຜົນສຳເລັດຕາມຄາດໝາຍທີ່ວາງໄວ້. ໂດຍພື້ນຖານ, ກອງປະຊຸມເຫັນດີເປັນເອກະພາບຕໍ່ບັນດາເນື້ອໃນທີ່ໄດ້ປັບປຸງຄັ້ງນີ້; ແຕ່ເຫັນວ່າຍັງມີບາງມາດຕາ, ບາງເນື້ອໃນ ແລະ ບາງຄໍາສັບ ທີ່ຈະຕ້ອງໄດ້ສືບຕໍ່ນໍາໄປຄົ້ນຄວ້າ ແລະ ຂໍທິດຊີ້ນໍາຈາກຂັ້ນເທິງ ເພື່ອສືບຕໍ່ຄົ້ນຄວ້າ, ປັບປຸງ ໃຫ້ສ່ອດຄ່ອງ, ຮັດກຸມ ພ້ອມທັງຮ່າງລາຍງານຜົນການຄົ້ນ ຄວ້າ, ປັບປຸງ (ຮ່າງລັດຖະທໍາມູນ) ຄັ້ງນີ້ ຕໍ່ຄະນະປະຈໍາການຄະນະກຳມະການລະດັບຊາດປັບປຸງລັດຖະທໍາມະນູນ ເພື່ອພິຈາລະນາ ກ່ອນຈະລາຍງານຕໍ່ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ແລ້ວຈຶ່ງປັບປຸງເພື່ອຂໍການປະກອບຄວາມເຫັນຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກເທື່ອທີ 9 ສະໄໝທີ XI ໃນທ້າຍເດືອນຕຸລານີ້.
(ຂ່າວ: ນາງ ອາລິນ ສຸພິມມະປະດິດສພຊ)