ນັບແຕ່ວັນທີ 22 ຫາ 24 ຕຸລານີ້, ກອງປະຊຸມສຸດຍອຸດບຣິກສຄັ້ງທີ 16 ຈະຈັດຂຶ້ນຢູ່ນະຄອນກາຊານປະເທດຣັດເຊຍຊຶ່ງຈະເປັນກອງປະຊຸມສຸດຍອດຄັ້ງທຳອິດຂອງກຸ່ມບຣິກສ ພາຍຫຼັງໄດ້ເປີດຮັບສະມາຊິກໃໝ່ເປັນຄັ້ງປະຫວັດສາດ.
ໃນຊຸມປີຜ່ານມາ, ກົນໄກການຮ່ວມມືບຣິກສ ໄດ້ດຶງດູດຄວາມສົນໃຈປະເທດຕ່າງໆໃນໂລກນັບມື້ນັບຫຼາຍຂຶ້ນ. ເດືອນມິຖຸນາຜ່ານມາ, ໄທໄດ້ຮ້ອງຂໍເຂົ້າເປັນສະມາຊິກກົນໄກການຮ່ວມມືລະຫວ່າງປະເທດບຣິກສຢ່າງເປັນທາງການ. ພາຍຫຼັງມາ, ໃນເດືອນກໍລະກົດປີນີ້, ທ່ານອັນວາ ອິບຣາຮິມນາຍົກລັດຖະມົນຕີມາເລເຊຍກ່າວວ່າ: ມາເລເຊຍໄດ້ສົ່ງສານເຖິງປະເທດປະທານໝູນວຽນບຣິກສ ເພື່ອຮ້ອງຂໍເຂົ້າຮ່ວມ “ວົງຄະນາຍາດບຣິກສ”. ຕາມການລາຍງານຂ່າວທີ່ກ່ຽວຂ້ອງ, ຄາດວ່າໃນທ້າຍເດືອນນີ້, ການຮ້ອງຂໍຂອງສອງປະເທດດັ່ງກ່າວ ຈະໄດ້ຮັບການອະນຸມັດ.
ທີ່ຈິງແລ້ວ, ປະເທດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ທີ່ຢາກເຂົ້າຮ່ວມກົນໄກການຮ່ວມມືບຣິກສ ບໍ່ແມ່ນມີພຽງແຕ່ໄທແລະມາເລເຊຍເທົ່ານັ້ນ. ຕາມການລາຍງານຂ່າວທີ່ກ່ຽວຂ້ອງ. ໃນຊຸມປີຜ່ານມາ, ລາວ, ຫວຽດນາມ, ກຳປູເຈຍແລະມຽນມາເປັນຕົ້ນ ຕ່າງກໍໄດ້ສະແດງຄວາມປາຖະໜາ ທີ່ຈະເຂົ້າຮ່ວມກົນໄກຮ່ວມມືບຣິກສໃນລະດັບທີ່ຕ່າງກັນ. ເປັນຕົ້ນແມ່ນປີ 2023, ທ່ານຄຳເຈນວົງໂພສີລັດຖະມົນຕີກະຊວງແຜນການແລະການລົງທຶນລາວກ່າວວ່າ: ລາວຈະພິຈາລະນາຢ່າງຈິງຈັງ ຕໍ່ຄວາມຮຽກຮ້ອງທີ່ຈະເຂົ້າຮ່ວມກົນໄກການຮ່ວມມືບຣິກສ. ນີ້ກໍສະແດງໃຫ້ເຫັນວ່າລາວກໍມີຄວາມສົນໃຈຕໍ່ການເຂົ້າຮ່ວມກົນໄກການຮ່ວມມືດັ່ງກ່າວ. ໃນຂະນະດຽວກັນ, ທ່ານຄານຈາວລັດຖະມົນຕີກະຊວງການລົງທຶນແລະການພົວພັນເສດຖະກິດກັບຕ່າງປະເທດມຽນມາກໍກ່າວວ່າ: ມຽນມາມີຄວາມສົນໃຈ ທີ່ຈະເຂົ້າຮ່ວມກົນໄກການຮ່ວມມືບຣິກສ ແລະປຶກສາຫາລືຄວາມອາດເປັນໄປໄດ້ ຕໍ່ຂໍ້ລິເລີ່ມການສ້າງສະກຸນເງິນປະເທດບຣິກສ ພ້ອມທັງກ່າວເນັ້ນວ່າ: ມຽນມາພວມຄົ້ນຄວ້າການພັດທະນາຂອງບັນດາປະເທດສະມາຊິກບຣິກສ. ຫວຽດນາມກໍພວມຄົ້ນຄວ້າຢ່າງຈິງຈັງ ຕໍ່ກັບການເຂົ້າຮ່ວມກົນໄກການຮ່ວມມືບຣິກສ ແລະຮູບແບບໃນການເຂົ້າຮ່ວມ.
ດັ່ງນັ້ນ, ເປັນຫຍັງຫຼາຍປະເທດໃນໂລກຈຶ່ງຢາກເຂົ້າຮ່ວມ “ວົງຄະນາຍາດບຣິກສ”?
ທຳອິດແມ່ນຍ້ອແນວຄວາມຄິດທີ່ເປີດກວ້າງ, ກວມລວມແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຂອງບຣິກສ ໄດ້ຮັບຄວາມເຫັນດີຈາກປະເທດຕ່າງໆໃນໂລກ. ມີບາງປະເທດໃນໂລກມັກສ້າງ “ກຸ່ມກ້ອນໃນວົງແຄບ”, ສ່ວນກົນໄກການຮ່ວມມືບຣິກສແມ່ນສົ່ງເສີມທ່າທີທີ່ເປີດກວ້າງ, ກວມລວມແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ.
ສອງ: ປະເທດສະມາຊິກບຣິກສໄດ້ສະແດງໃຫ້ເຫັນເຖິງກຳລັງບົ່ມຊ້ອນອັນແຂງແກ່ນ ໃນດ້ານການຮ່ວມມືທາງເສດຖະກິດການຄ້າ. ໂຕເລກຂໍ້ມູນການຄ້າກັບຕ່າງປະເທດຂອງຈີນໃນ 3 ໄຕມາດປີນີ້ ທີ່ອົງການພາສີແຫ່ງຊາດຈີນໄດ້ເປີດເຜີຍໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ: ການຄ້າລະຫວ່າງປະເທດສະມາຊິກບຣິກສໄດ້ກວມຫຼາຍກວ່າ 1 ສ່ວນ 5 ຂອງການຄ້າທົ່ວໂລກ.
ນອກນີ້, ໃນຊຸມປີຜ່ານມາ, ການຮ່ວມມືລະຫວ່າງບັນດາປະເທດ “ເຂດໂລກໃຕ້” ໄດ້ເພີ່ມຂຶ້ນຕື່ມອີກ; ໃນນັ້ນ, ກົນໄກການຮ່ວມມືປະເທດບຣິກສ ໄດ້ເສີມຂະຫຍາຍບົດບາດຊຸກຍູ້ອັນສຳຄັນ.
ທ່ານສີຈິ້ນຜິງຊີ້ອອກວ່າ: “ພວກເຮົາຄວນຢຶດໝັ້ນຈິດໃຈບຣິກສ ທີ່ເປີດກວ້າງ, ກວມລວມແລະຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ເພື່ອໃຫ້ປະເທດຕ່າງໆເຂົ້າຮ່ວມວົງຄະນາຍາດບຣິກສຫຼາຍກວ່າເກົ່າ”.