ວັນທີ 26 ກັນຍາ ຜ່ານມາ, ການນຳແຂວງຈຳປາສັກ ນຳໂດຍທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະພັກແຂວງ ເຈົ້າແຂວງຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະການນຳແຂວງເທື່ອທຽນເຫວ້ ສສ ຫວຽດນາມ ໂດຍການຕ້ອນຮັບອັນອົບອຸ່ນຈາກ ທ່ານ ຟ້າມ ດຶກ ຕ້ຽນ ຮອງເລຂາ ຜູ້ປະຈໍາການ ຄະນະພັກແຂວງເທື່ອທຽນເຫ້ວ ພ້ອມດ້ວຍຄະນະນຳຂອງແຂວງ. 
      ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບລວມກ່ຽວກັບການພັດທະນາເສດຖະກິດ - ສັງຄົມໂດຍສັງເຂບ ທັງຕີລາຄາຄືນ ບັນດາຜົນງານການຮ່ວມມື ສອງຝ່າຍໃນໄລຍະຜ່ານມາ. ພ້ອມນີ້ ກໍໄດ້ແລກປ່ຽນບາງຄຳເຫັນສຳຄັນ ສຳລັບທິດທາງການຮ່ວມມື ລະຫວ່າງ ແຂວງຈໍາປາສັກ ແລະ ແຂວງເທື່ອທຽນເຫວ້ ໄລຍະແຕ່ນີ້ ຮອດປີ 2026, ຊຶ່ງຈະສືບຕໍ່ການຮວ່ມມືດ້ານການເມືອງ, ການສຶກສາ - ການກໍ່ສ້າງຊັບພະຍາກອນມະນຸດ ໂດຍແຂວງເທື່ອທຽນເຫ້ວ ຈະສືບຕໍ່ໃຫ້ທຶນການສຶກສາ 15 ທຶນ/ປີ ຫັນປ່ຽນຈາກຮູບແບບ 100% ໃຫ້ແກ່ແຂວງຈໍາປາສັກ (2024 - 2025), ດ້ານສາທາລະນະສຸກ ຄື: ໂຣງໝໍສູນກາງເຫ້ວ ຈະຊ່ວຍຝຶກອົບຮົມດ້ານວິຊາການ ໃຫ້ພະນັກງານສາທາລະນະສຸກແຂວງຈໍາປາສັກ, ການຮວ່ມມືທາງດ້ານເສດຖະກິດ ຈະໄດ້ສົ່ງເສີມດ້ານການຄົມມະນາຄົມ - ບໍລິການຂົນສົ່ງໂລຈິສຕິກ, ທ່າກ່ຳປັ່ນນ້ຳເລິກ ແລະ ການຮ່ວມມືວຽກງານວັດທະນະທຳ ຕິດພັນກັບການທ່ອງທ່ຽວ.
       ໂອກາດດັ່ງກ່າວ, ທ່ານເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ຕໍ່ຄະນະພັກ - ຄະນະນໍາແຂວງເທືອທຽນເຫວ້ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຍັງຕີລາຄາສູງຕໍ່ການພົບປະເຮັດວຽກສອງຝ່າຍໃນຄັ້ງນີ້ ຊຶ່ງເປັນຂີດໝາຍອັນສຳຄັນ ແລະ ປະກອບສ່ວນເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ ລາວ - ຫວຽດນາມ ເວົ້າລວມ, ເວົ້າສະເພາະແຂວງຈຳປາສັກ ແລະ ແຂວງເທື່ອທຽນເຫວ້ ໃຫ້ນັບມື້ພັດທະນາຂຶ້ນກວ່າເກົ່າ. ຈາກນັ້ນ, ທ່ານເຈົ້າແຂວງຈຳປາສັກ ພ້ອມຄະນະ ຍັງໄດ້ຢ້ຽມຊົມ ແລະ ແລກປ່ຽນບົດຮຽນ ຢູ່ໂຮງງານ ຮຸ້ນສ່ວນສັດລ້ຽງ ຊີພີ ຫວຽດນາມ (ບໍລິສັດ ຊີພີຫວຽດນາມ) ຜູ້ປະກອບການອາຫານທີ່ໃຫຍ່ທີ່ສຸດໃນຫວຽດນາມ ໂດຍການລົງທຶນຂອງວິສະຫະກິດຄົນໄທ ແລະ ໂຮງງານຜະລິດປຸ໋ຍ ເກ້ ເລີມ ອໍການິກ ທີ່ເນັ້ນການຜະລິດກະສິກໍາ ທີ່ເປັນມິດຕໍ່ສິ່ງແວດລ້ອມ.
    (ຂ່າວ-ພາບ: ພູທິບສະຫວັນ)