ເມື່ອບໍ່ດົນມານີ້, ຄະນະບໍລິຫານງານສະຫະພັນນັກຣົບເກົ່າເມືອງງອຍ ແຂວງຫຼວງພະບາງໄດ້ສຳເລັດກອງປະຊຸມໃຫຍ່ຄັ້ງທີ V ຂຶ້ນທີເມືອງດັ່ງກ່າວ, ໂດຍມີສະຫາຍ ບຸນເມືອງ ໄຊຍະສິດ ກໍາມະການພັກແຂວງ ເລຂາພັກເມືອງເຈົ້າເມືອງໆງອຍ, ທ່ານ ພັນໂທ ໄຊພອນ ຄົມອາລຸນ ປະທານສະຫະພັນນັກຮົບເກົ່າແຂວງ, ພ້ອມດ້ວຍຜູ້ແທນຮັບເຊີນ ແລະ ຜູ້ແທນສົມບູນ ເຂົ້າຮ່ວມ.
ທ່ານ ພັນໂທ ສີວອນ ອ່ອນມາລາ ປະທານສະຫະພັນນັກຮົບເກົ່າເມືອງງອຍ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງ 2 ພາກ ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງສະຫະພັນນັກຮົບເກົ່າເມືອງແຕ່ປີ 2019-2024 ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນນັກຮົບເກົ່າແຂວງຫຼວງພະບາງ ໃນໄລຍະຜ່ານມາ ຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງງອຍ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງແນວຄິດ, ເອົາໃຈໃສ່ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ປັບປຸງແບບແຜນການນຳພາ-ຊີ້ນໍາ, ແບບແຜນວິທີເຮັດວຽກ, ເປັນຕົ້ນ ວຽກງານຫ້ອງການ, ວຽກງານເສດຖະກິດ ແລະ ວຽກງານຈັດຕັ້, ກວດກາ ກໍຄືວຽກງານເກັບກຳສະຖິຕິຂອງສະມາຊິກນັກຮົບເກົ່າ, ວຽກງານນະໂຍບາຍ, ວຽກງານກວດກາລາຍຮັບ-ລາຍຈ່າຍຫງົບປະມານ. ສ່ວນທິດທາງແຜນການໃນຕໍ່ໜ້າແຕ່ປີ 2025-2029 ຈະໄດ້ສຸມໃສ່ສຶກສາອົບຮົມການເມືອງແນວຄິດ ໃນຖັນແຖວນັກຮົບເກົ່າໃຫ້ເຂົ້າໃຈເຖິງແນວທາງນະໂຍບາຍຂອງພັກ-ລັດ, ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ກົມກອງອ້ອມຂ້າງ, ເອົາໃຈໃສ່ຊຸກຍູ້ວຽກງານເສດຖະກິດຄອບຄົວ, ສ້າງຄອບຄົວຕົວແບບ, ເອົາໃຈໃສ່ສຸກຍູ້ວຽກງານ 3 ດີ 6 ຮັກສາ, ໃຫ້ໄດ້ຮັບຜົນດີ. ຈາກນັ້ນ, ຜູ້ແທນກອງປະຊຸມໄດ້ພັດປ່ຽນກັນປະກອບຄໍາເຫັນ ໃສ່ບົດສະຫຼຸບ ໃຫ້ມີເນື້ອໃນອຸດົມສົມບູນຄົບຖ້ວນ, ທັງດໍາເນີນການປ່ອນບັດຄັດເລືອກ ເອົາຄະນະບໍລິຫານງານສະຫະພັນນັກຮົບເກົ່າເມືອງງອຍຊຸດໃໝ່, ໂດຍເຫັນດີເລືອກເອົາທ່ານ ພັນໂທ ສີວອນ ອ່ອນມາລາ ເປັນປະທານ, ທ່ານ ຮ້ອຍເອກ ສົມບູນ ພົນຈະເລິນ ແລະ ທ່ານ ຮ້ອຍໂທ ເຊັດ ຫົງທອງ ເປັນຮອງປະທານ, ເລືອກເອົາທ່ານ ຮ້ອຍເອກ ສົມບູນ ພົນຈະເລີນ ເປັນປະທານກວດກາ ແລະ ສະຫາຍ ນາງ ບົວວັນ ໄຊສົມປອງ ເປັນຮອງປະທານກວດກາ ທັງໄດ້ຄັດເລືອກເອົາຜູ້ແທນສົມບູນ ແລະ ສໍາຮອງເພື່ອໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ IV ຂອງສະຫະພັນນັກຮົບເກົ່າແຂວງ. 
(ພາບ-ຂ່າວ: ບຸນເພັງ ຄຸນນະວົງ)