ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານຄຳ ລາວ (Lao Bullion Bank) ແລະ ບໍລິສັດ ແຮວມຸດ ຟິດເຊີ (Helmut Fischer) ວ່າດ້ວຍ “ການສ້າງຫ້ອງວິເຄາະຄຳ” ໄດ້ຈັດຂຶ້ນ ໃນວັນທີ 25 ກັນຍາ ຜ່ານມາ ໂດຍ ທະນາຄານຄຳ ລາວ ແລະ ບໍລິສັດ ແຮວມຸດເຊີ ໄດ້ລົງນາມເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ຮ່ວມກັນກ່ຽວກັບ “ການສ້າງຫ້ອງວິເຄາະຄຳ” ທີ່ ບໍລິສັດ PTL Holding ຈຳກັດ, ນະຄອນຫຼວງວຽງຈັນ. 
ຮ່ວມລົງນາມລະຫວ່າງທ່ານ Mr. Mark Luvant, Head of Operation ແລະ Mr. Craig Gordon, The Director Regional Manager Asia HELMUT FISCHER HOLDING AG 
ບໍລິສັດ ແຮວມຸດ ຟິດເຊີ ເປັນຜູ້ຜະລິດ ແລະ ຈຳໜ່າຍເຄື່ອງສະແກນກວດສອບ ຫຼືວ່າ X-ray ໃນນາມ Fischer ຈາກ ປະເທດ ເຢຍລະມັນ ຊຶ່ງໄດ້ສ້າງຕັ້ງບໍລິສັດຂຶ້ນໃນປີ 1953; ບໍລິສັດໄດ້ມີການພັດທະນາຜະລິດຕະພັນ ມາຢ່າງຕໍ່ເນື່ອງ ໂດຍວິໄສທັດຂອງຜູ້ກໍ່ຕັ້ງ ມີຄວາມປະສົງຕ້ອງການສ້າງຄວາມໜັ້ນຄົງໃຫ້ກຸ່ມອຸດສາຫະກຳຕ່າງໆ ຜ່ານສິນຄ້າຂອງບໍລິສັດພາຍໃຕ້ ແບຣນ ຟິດເຊີ (Fischer). ໃນປັດຈຸບັນບໍລິສັດ ແຮວມຸດ ຟິດເຊີ ມີ 21 ສາຂາ ແລະ ຕົວແທນຫຼາຍກວ່າ 80 ປະເທດທົ່ວໂລກ ຊຶ່ງໄດ້ໃຫ້ບໍລິການລູກຄ້າດ້ານການຂາຍ, ບໍລິການຫ້ອງທົດລອງກວດສອບ ສະເພາະທາງ.
ບໍລິສັດໄດ້ຮັບການຍອມຮັບຢ່າງກວ້າງຂວາງ ໃນກຸ່ມອຸດສາຫະກໍາຕ່າງໆເຊັ່ນ: ອຸດສາຫະກໍາຄໍາ, ອຸປະກອນເສີມ, ເຄື່ອງປະດັບ, ເອເລັກໂຕຣນິກ ຈົນໄປເຖິງ ອຸດສາຫະກໍາຂຸດຄົ້ນບໍ່ແຮ່; ໂຮງງານຂຸດຄົ້ນໂລຫະວັດຖຸມີຄ່າ ໄປຈົນເຖິງ ອຸດສາກະຫຳເຮືອບິນ-ການບິນ ເປັນຕົ້ນ.
ທະນາຄານຄຳ ລາວ Lao Bullion Bank ໄດ້ເຫັນເຖິງ ຄຸນນະພາບຂອງການກວດສອບ ແລະ ວິເຄາະ ຂອງວັດຖຸມີຄ່າ ປະເພດຄຳ ຊຶ່ງມີຄວາມສຳຄັນຕໍ່ຄວາມໝັ້ນຄົງໂປ່ງໃສ ທາງດ້ານທຸລະກິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ລູກຄ້າ ແລະ ປະຊາຊົນລາວ ພ້ອມທັງພາກສ່ວນອື່ນໆທີ່ກ່ຽວຂ້ອງ, ດ້ວຍເຫດນີ້ ທະນາຄານຄຳ ລາວ ຈຶ່ງໄດ້ຈັດຕັ້ງ ຫ້ອງກວດສອບ-ວິເຄາະ ຄຳ ທີ່ອີງຕາມມາດຕະຖານສາກົນ ດ້ວຍເຕັກນິກຕ່າງໆ ເຮັດໃຫ້ໝັ້ນໃຈໄດ້ວ່າ ການກວດສອບຄຳ ຂອງ ທະນາຄານຄຳ ລາວ ນັ້ນມີຄວາມຖືກຕ້ອງ ແລະ ແມ໋ນຢຳຕາມມາດຕະຖານສາກົນ.
ຂໍ້ມູນ: ເສດຖະກິດ-ການຄ້າ