ກົມຄວາມປອດໄພທາງໄຊເບີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະຖານທູດອົສຕຣາລີ ປະຈໍາ ສປປ ລາວ ແລະ ສູນກາງສະຫະພັນແມ່ຍິງລາວ ຈັດຝຶກອົບຮົມໃນຫົວຂໍ້ “ສ້າງສະພາບແວດລ້ອມທາງໄຊເບີທີ່ປອດໄພ ແລະ ເຂັ້ມແຂງ ສຳລັບແມ່ຍິງໃນອາຊຽນ” ໃນວັນທີ 26 ກັນຍານີ້ທີ່ ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ໄຊລືຊາ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກຕສ, ທ່ານ ນາງ ເມເເກັນ ຈອນສ ເອກະອັກຄະລັດຖະທູດ ອົສຕຣາລີ ປະຈຳ ສປປ ລາວ ແລະ ທ່ານ ນາງ ຈັນໂສດາ ພອນທິບ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ມີກະຊວງອ້ອມຂ້າງ ທີ່ເຮັດວຽກຕິດພັນ, ມີຕາງໜ້າຈາກປະເທດໄທ, ກໍາປູເຈຍ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ໄຊລືຊາ ອິນສີຊຽງໃໝ່ ໄດ້ມີຄໍາເຫັນວ່າ: ການຝຶກອົບຮົມໃນຄັ້ງນີ້ແນໃສ່ຍົກສູງຄວາມຮູ້ ແລະ ເສີມສ້າງທັກສະດ້ານເຕັກນິກວິຊາການໃຫ້ກັບແມ່ຍິງ ໃນການປ້ອງກັນຕົນເອງ ແລະ ຕອບໂຕ້ຕໍ່ການຫຼອກລວງທາງອອນລາຍ, ມີສະຕິຕໍ່ການນຳໃຊ້ອິນເຕີເນັດ ໂດຍສະເພາະຫຼີກລ່ຽງການຖືກຕົວະຍົວະ, ຫຼອກລວງ ແລະ ສະແຫວງຫາຜົນປະໂຫຍດທາງສື່ອອນລາຍ ແລະ ການຖືກຂົ່ມຂູ່ຕ່າງໆທາງອອນລາຍ. ພ້ອມນີ້, ກໍເພື່ອເປີດໂອກາດ ແລະ ສ້າງຄວາມເຂັ້ມແຂງໃຫ້ແມ່ຍິງລາວໄດ້ມີສ່ວນຮ່ວມແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນກັບແມ່ຍິງຕາງໜ້າຈາກປະເທດອາຊຽນ ເພື່ອຮັບປະກັນການກຽມພ້ອມຮັບມື ແລະ ປ້ອງກັນໄພອັນຕະລາຍຕ່າງໆທີ່ອາດຈະເກີດຂຶ້ນ ໂດຍສະເພາະໃນໄລຍະທີ່ ສປປ ລາວ ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ປີ 2024 ແລະ ນໍາເອົາບົດຮຽນ, ຄວາມຮູ້, ປະສົບການທີ່ໄດ້ຖອດຖອນ ຈາກການເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ໄປນຳໃຊ້ເຂົ້າໃນການດຳລົງຊີວິດໂຕຈິງຂອງຕົນ ພ້ອມທັງສົ່ງຕໍ່ຄວາມຮູ້ດັ່ງກ່າວໃຫ້ຄົນອ້ອມຂ້າງ ມີສະຕິລະວັງຕົວ ແລະ ພ້ອມກັນສ້າງສະພາບແວດລ້ອມທາງໄຊເບີ ທີ່ປອດໄພສຳລັບທຸກຄົນໃນສັງຄົມ.
ພ້ອມນັ້ນ, ຍັງເປັນການສົ່ງເສີມການສ້າງທັກສະຄວາມສາມາດ ແລະ ແລກປ່ຽນຄວາມຮູ້ລະຫວ່າງ ເອື້ອຍນ້ອງແມ່ຍິງລາວ ແລະ ບັນດາປະເທດອ້ອມຂ້າງກັບຊ່ຽວຊານ ແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈອັນລະອຽດ ກ່ຽວກັບໄພຄຸກຄາມຕ່າງໆທາງໄຊເບີ, ພ້ອມທັງຫາແນວທາງ ແລະ ມາດຕະການໃນການປົກປ້ອງ, ສ້າງກົນໄກການຮ່ວມມື ແລະ ການເຊື່ອມໂຍງທີ່ບໍ່ມີພົມແດນ.
(ຂ່າວ-ພາບ: ກຕສ)