ກະຊວງພະລັງງານ ແລະ ບໍ່ແຮ່ (MEM) ຂອງ ສປປ ລາວ ຮ່ວມກັບ ສູນພະລັງງານອາຊຽນ (ACE) ເປັນເຈົ້າພາບຈັດກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24) ໃນວັນທີ 25-27 ກັນຍານີ້ທີ່ຫໍປະຊຸມແຫ່ງຊາດ ຊຶ່ງກອງປະຊຸມດັ່ງກ່າວເປັນເວທີເສວະນາລະດັບສູງ ແລະ ການແລກປ່ຽນຄວາມຮູ້ລະຫວ່າງ ພາກລັດ, ນັກວິຊາການ, ຜູ້ນໍາດ້ານອຸດສາຫະກຳ ນັກລົງທຶນ ແລະ ຜູ້ຊ່ຽວຊານດ້ານພະລັງງານ ມີພາກສ່ວນທີ່ກ່ຽວຂ້ອງຈາກ ອາຊຽນ ພ້ອມນັ້ນກອງປະຊຸມຄັ້ງນີ້ໄດ້ປຶກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ ແລະ ຄົ້ນຄວ້າການແກ້ໄຂດ້ານພະລັງງານຍືນຍົງເພື່ອອະນາຄົດຂອງອາຊຽນ.
ທ່ານ ສຸກວິສັນ ຄິນສະໝອນ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ກ່າວວ່າ: ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ຈັດຂຶ້ນພາຍໃຕ້ຄຳຂວັນ “ເພີ່ມທະວີການເຊື່ອມຈອດ ແລະ ຄວາມຍືນຍົງອາຊຽນ” ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາຮ່ວມກັນໃນການຮັບປະກັນຄວາມປອດໄພພະລັງງານຫັນເປັນສີຂຽວ ແລະ ແຫຼ່ງພະລັງງານແບບຍືນຍົງ. ໃນຂະນະທີ່ ອາຊຽນ ໄດ້ພ້ອມກັນມີສ່ວນຮ່ວມໃນການສົນທະນາ ແບ່ງປັນການປະຕິບັດທີ່ດີທີ່ສຸດ ແລະ ສ້າງການເຊື່ອມຕໍ່ທີ່ຍືນຍົງ ເຊື່ອມຕໍ່ພາກພື້ນອາຊຽນ ເພື່ອສ້າງການປ່ຽນແປງທາງບວກດ້ານພະລັງງານ.
ກອງປະຊຸມ AEBF-24 ກາຍເປັນເວທີສໍາຄັນຂອງ ສປປ ລາວ ໃນການຊຸກຍູ້ບຸລິມະສິດດ້ານພະລັງງານ ລວມທັງການເພີ່ມທະວີຄວາມໝັ້ນຄົງດ້ານພະລັງງານ ການສົ່ງເສີມພະລັງງານທົດແທນ ແລະ ການພັດທະນາການເຊື່ອມຈອດທາງດ້ານພະລັງງານໃນພາກພື້ນ, ກອງປະຊຸມດັ່ງກ່າວຊ່ວຍໃຫ້ ສປປ ລາວ ຮ່ວມກັບ ACE ກາຍເປັນຜູ້ນໍາພາສູ່ການປຶກສາຫາລື ກ່ຽວກັບການແກ້ໄຂບັນຫາພະລັງງານແບບຍືນຍົງ ຊຶ່ງມີຄວາມສໍາຄັນຢ່າງຍິ່ງໃນການເສີມສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ສິ່ງແວດລ້ອມຂອງພາກພື້ນ.
ທ່ານ ດຣ ແອນດີ້ ຕິຣຕາ ຫົວໜ້າຝ່າຍບໍລິຫານ ສູນພະລັງງານອາຊຽນ, ທັງເປັນປະທານກອງປະຊຸມ AEBF-24 ໄດ້ເນັ້ນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ACE ໃນການສະໜັບສະໜູນການເປັນປະທານອາຊຽນຂອງ ສປປ ລາວ ວ່າ: ກອງປະຊຸມນີ້, ເປັນຂີດໝາຍສຳຄັນໃນຄວາມພະຍາຍາມທີ່ຈະສືບຕໍ່ເພີ່ມທະວີການຮ່ວມມືໃນພາກພື້ນຂະແໜງພະລັງງານ, ເປັນເວທີສະແດງໃຫ້ເຫັນຄວາມຄືບໜ້າຂອງກຸ່ມ ແລະ ນະວັດຕະກໍາ, ເວທີສົນທະນາຄັ້ງນີ້ ຈະມີບົດບາດອັນສຳຄັນເພື່ອຊຸກຍູ້ການປະຕິບັດງານອາຊຽນ ແຜນປະຕິບັດງານເພື່ອການຮ່ວມມືດ້ານພະລັງງານ (APAEC) ຮ່ວມກັນ ພວກເຮົາມີຄວາມມຸ່ງໝັ້ນດ້ານຄວາມປອດໄພທາງດ້ານພະລັງງານ ການເຂົ້າເຖິງ ແລະ ຄວາມຍືນຍົງ ການວາງພື້ນຖານສໍາລັບອະນາຄົດດ້ານພະລັງງານທີ່ທົນທານ ແລະ ຍືນຍົງໃນທົ່ວອາຊຽນ.
AEBF-24 ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືໃນພາກພື້ນ ໃນການແກ້ໄຂສິ່ງທ້າທາຍດ້ານພະລັງງານ ການມີສ່ວນຮ່ວມສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນຮ່ວມກັນ ເພື່ອຄວາມກ້າວໜ້າຄວາມປອດໄພດ້ານພະລັງງານຄວາມສາມາດເຂົ້າເຖິງ ແລະ ຄວາມຍືນຍົງໃນທົ່ວພາກພື້ນອາຊຽນ ເພີ່ມທະວີການເສີມຂະຫຍາຍການຮ່ວມມື ໃນມື້ທຳອິດຂອງກອງປະຊຸມ ຜູ້ຊ່ຽວຊານ ແລະ ນັກວິຊາ ການທີ່ເຂົ້າຮ່ວມ ໄດ້ປຶກສາຫາລືກ່ຽວກັບນະວັດຕະກໍາ, ວິທີການ, ສິ່ງທ້າທາຍດ້ານພະລັງງານ ແລະ ສິ່ງແວດລ້ອມໃນພາກພື້ນ.
(ຂ່າວ ຂປລ-ພາບ: ຂັນໄຊ)