ທ່ານ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ(ອອປສ) ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs. Yamila Pena Ojeda) ກໍາມະການສູນກາງພັກກອມມູນິດ ສ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາໃນວັນທີ 30 ກັນຍາ ນີ້ ທີ່ ອອປສ ໂດຍມີຄະນະຜູ້ແທນຂັ້ນສູງທັງສອງຝ່າຍເຂົ້າຮ່ວມ.
ໂອກາດດັ່ງກ່າວ, ທ່ານ ໄຊຊະນະ ໂຄດພູທອນ ໄດ້ສະແດງຄວາມຕ້ອນຮັບອັນອົບອຸ່ນ ແລະ ຂອບໃຈເປັນຢ່າງສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຂອງທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສກູບາ ພ້ອມດ້ວຍຄະນະໃນຄັ້ງນີ້, ພ້ອມຕີລາຄາສູງຕໍ່ຜົນສໍາເລັດຂອງການຮ່ວມມືລະຫວ່າງອົງການໄອຍະການຂອງສອງປະເທດ ໃນການຈັດຕັ້ງປະຕິບັດບົດບັນທຶກຮ່ວມທີ່ໄດ້ລົງນາມກັນໃນປີ 2018 ທີ່ ນະຄອນຫຼວງຮາວານາ ປະເທດກູບາ, ການພົບປະໃນຄັ້ງນີ້ ແມ່ນເພືີ່ອຍົກລະດັບການຮ່ວມມືຂອງສອງອົງການໄອຍະການ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ເກີດດອກອອກຜົນ ໃນອະນາຄົດ.
    ໃນໂອກາດນີ້, ທ່ານ ນາງ ຢາມິລາ ເປນາ ໂອເຈດາ ກໍໄດ້ສະແດງຄວາມຂອບໃຈ ທີ່ໄດ້ຮັບການເຊື້ອເຊີນ ແລະ ຮັບຕ້ອນຢ່າງອົບອຸ່ນ ຖານມິດສະຫາຍທີ່ເປັນກັນເອງ ໃນການມາເຄື່ອນໄຫວວຽກງານທາງການ ຢູ່ ສປປ ລາວ ພ້ອມທັງຕົກລົງເຫັນດີເປັນເອກະພາບລົງນາມບົດບັນທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026.ການຢ້ຽມຢາມ ແລະ ພົບປະຂອງຄະນະຜູ້ແທນໃນຄັ້ງນີ້ ເປັນພື້ນຖານສໍາຄັນທີ່ເຮັດໃຫ້ວຽກງານໄອຍະການຂອງສອງປະເທດ ໄດ້ຮັບການພັັດທະນາ, ຍົກສູງບົດບາດຄວາມສັກສິດຂອງກົດໝາຍ ໃນການຄຸ້ມຄອງລັດຄຸ້ມຄອງສັງຄົມຂອງສອງປະເທດ ຕ້ານອາຊະຍາກຳຂ້າມຊາດ, ປະກອບສ່ວນສໍາຄັນໃຫ້ສອງປະເທດ ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ເປັນຢ່າງດີ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມື ລະຫວ່າງ ສອງປະເທດ ລາວ-ກູບາ ເວົ້າລວມ, ເວົ້າສະເພາະ ສອງອົງການໄອຍະການ ລາວ-ກູບາ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຈາກນັ້ນ, ຄະນະນໍາສອງຝ່າຍໄດ້ພ້ອມກັນລົງນາມບົດບັນທຶກຊ່ວຍຈໍາ ກ່ຽວກັບແຜນກິດຈະກຳຮ່ວມມື ສົກປີ 2025-2026 ຊຶ່ງມີບາງເນື້ອໃນຕົ້ນຕໍ ຄື ໜຶ່ງ. ການແລກປ່ຽນໄປມາຢ້ຽມຢາມຄະນະຜູ້ແທນສອງອົງການໄອຍະການຊຶ່ງກັນແລະກັນ, ສອງ. ເຂົ້າຮ່ວມກອງປະຊຸມນານາຊາດວ່າດ້ວຍ ອາຊະຍາກຳ ຄັ້ງທີ 16 ປະຈຳປີ 2025 ແລະ ກອງປະຊຸມ ກ່ຽວກັບນິຕິກຳ, ກົດໝາຍ ແລະ ສັງຄົມ ຄັ້ງທີ 4 ທີ່ ສກູບາ, ສາມ.ຈັດກອງປະຊຸມທາງໄກ ເພື່ອແລກປ່ຽນບົດຮຽນ ແລະ ຂໍ້ມູນຂ່າວສານ ກ່ຽວກັບຂໍ້ຕ່າງໆ ເຊັ່ນ:ການຕ້ານອາຊະຍາກຳທີ່ເກີດຂຶ້ນຈາກການນໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ, ການຕ້ານການຄ້າມະນຸດ ແລະ ການເຄື່ອນຍ້າຍແຮງງານ ແລະ ບັນຫາອື່ນທີ່ສອງຝ່າຍມີຄວາມສົນໃຈ.
ຂ່າວ-ພາບ: ສຸກພາວະດີ