ປະຕິບັດຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິ VIII ຂອງສູນກາງ ຊປປລ, ມະຕິ VIII ຂອງອົງຄະນະພັກແຂວງ ແລະ ມະຕິ VII ຂອງ ຄຊປປລ ແຂວງຫຼວງພະບາງ,ໂດຍສະເພາະແມ່ນປະຕິບັດຕາມມະຕິ  ເລກທີ 04/ກພສພ ຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່.
  ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງຫຼວງພະບາງ ໄດ້ມີຄວາມພະຍາຍາມຢ່າງຕັ້ງໜ້າ ຈັດຕັ້ງຜັນຂະຫຍາຍບັນດາມະຕິໃຫ້ປະກົດຜົນເປັນຈິງໄດ້ດີພໍສົມຄວນ ອັນໄດ້ສ້າງເງື່ອນໄຂໃຫ້ຄອບຄົວຊາວໜຸ່ມ, ສະມາຊິກຊາວໜຸ່ມສ້າງເສດຖະກິດຄອບຄົວ,ຜະລິດເປັນສິນຄ້າ,ເຮັດການບໍລິການດ້ານຕ່າງໆໃຫ້ຫຼາຍຂຶ້ນ.ໄປພ້ອມກັບການພັດທະນາສີມືແຮງງານ,ສ້າງວຽກເຮັດງານທໍາໃຫ້ຊາວໜຸ່ມ.ມາຮອດປັດຈຸບັນ,ເຮັດໃຫ້ຄອບຄົວຊາວໜຸ່ມມີຊີວິດການເປັນຢູ່ດີຂຶ້ນເປັນກ້າວໆ, ສາມາດລຶບລ້າງຄວາມທຸກຍາກໄດ້ຢ່າງເປັນຮູບປະທໍາ.ສະມາຊິກຊາວໜຸ່ມຫຼາຍສະຫາຍ, ຫຼາຍໜ່ວຍ, ຫຼາຍເມືອງ ແລະ ບັນດາພະແນກການ ອ້ອມຂ້າງແຂວງ ສາມາດຍາດໄດ້ທຸງໄຊນໍາໜ້າ 4 ບຸກ ຂອງ ຊປປລ. 
   ທ່ານ ໄຊນະຄອນ ສຸດທິດາ  ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຫຼວງພະບາງ ກ່າວວ່າ:ໃນປີ2024 ນີ້,ໄດ້ຮ່ວມມືກັບສະມາຄົມນັກທຸລະກິດໜຸ່ມແຂວງສ້າງທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ອໍານວຍຄວາມສະດວກໃຫ້ຊາວໜຸ່ມເຂົ້າເຖິງແຫຼ່ງທຶນ,ຄວາມຮູ້ດ້ານການຕະຫຼາດ,ດ້ານເຕັກນິກ ແລະ ການບໍລິຫານ ເພື່ອລິເລີ່ມທຸລະກິດ, ຊຸກຍູ້ສະມາຊິກຊາວໜຸ່ມ-ໄວໜຸ່ມສ້າງວຽກເຮັດງານທໍາ ທີ່ມີລັກສະນະສີຂຽວ, ສະອາດ ແລະ ທົນທານຕໍ່ການປ່ຽນແປງຂອງດິນຟ້າອາກາດ, ສ້າງເສດຖະກິດແບບລວມໝູ່, ຢູ່ສໍານັກງານ, ກົມກອງ-ອົງການ, ເມືອງ ແລະ ບ້ານ ສາມາດກຸ້ມຕົນເອງທາງດ້ານງົບປະມານບໍລິຫານ. 
ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ບັນດາເມືອງ,ນະຄອນ, ໜ່ວຍຊາວໜຸ່ມບັນດາພະແນກການເຂົ້າຮ່ວມວຽກງານກອງທຶນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງ ຄຊປປລ ແຂວງ ເພາະວ່າວຽກງານກອງທຶນເປັນທ່າແຮງໜຶ່ງໃນການສະໜອງທຶນຮອນເພື່ອແກ້ໄຂຊີວິດການເປັນຢູ່ໃນເວລາມີຄວາມຈໍາເປັນ.ປັດຈຸບັນ,ກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງຊາວໜຸ່ມແຂວງ ມີສະມາຊິກກອງທຶນທັງໝົດ 4.344ຄົນຍິງ 2.170ຄົນ, ມີເງິນກອງທຶນທັງໝົດ962.058.000 ກີບ,ໄດ້ສ້າງຕັ້ງກອງທຶນຊ່ວຍເຫຼືອຊຶ່ງກັນ ແລະ ກັນຂອງຊາວໜຸ່ມຂັ້ນບ້ານ ຢູ່ບ້ານສາມສ້າງຈໍານວນ 6 ບ້ານມີສະມາຊິກທັງໝົດ 151ຄົນຍິງ 42ຄົນ.ມີເງິນສະສົມທັງໝົດ 21 ລ້ານກວ່າກີບ, ຜ່ານມາເຫັນວ່າ ການບໍລິຫານກອງທຶນແມ່ນຖືກຕ້ອງຕາມລະບຽບຂອງກອງທຶນ ແລະມີການຂະຫຍາຍຕົວດີຂຶ້ນ, ນອກນັ້ນ, ຊາວໜຸ່ມຫຼາຍທ້ອງຖິ່ນ, ສໍານັກງານ-ອົງການ ໄດ້ຊຸກຍູ້ສະມາຊິກຊາວໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ສ້າງເສດຖະກິດຄອບຄົວ ເພື່ອພັດທະນາຊີວິດການເປັນເປັນຢູ່ໃຫ້ດີຂຶ້ນ. 
ນອກນັ້ນ, ຄະນະຊາວໜຸ່ມແຂວງ ຍັງໄດ້ສະໜອງທຶນໃຫ້ໂຄງການສ້າງຊາວໜຸ່ມຕົວແບບໃນການລ້ຽງໄກ່ລາດ ເປັນໂຄງການລົງທຶນຂອງລັດ 100%, ທາງຄະນະຊາວໜຸ່ມ ປປລ ແຂວງຫຼວງພະບາງ ໄດ້ມອບທຶນໃຫ້ຄອບຄົວຊາວໜຸ່ມ ຕົວແບບ  5 ຄອບຄົວ, ຄອບຄົວລະ 10.000.000 ກີບ, ເປັນເງິນ 50.000.000 ກີບ, ທີ່ນອນຢູ່ໃນ 1 ເມືອງ ແລະ 1 ນະຄອນຄື: ເມືອງນານ 2 ຄອບຄົວ ແລະ ນະຄອນ-ຫຼວງພະບາງ ມີ 3 ຄອບຄົວ. 
ໄດ້ຮັບທຶນກູ້ຢືມຂອງໂຄງການ ກ້າໄມ້ແຕກໃບ ສົດໃສຢືນຕົ້ນ ໃຫຍ່ງາມ ຈາກສູນກາງຊາວໜຸ່ມ ປປລຊຶ່ງເປັນທຶນກູ້ຢືມບໍ່ມີດອກເບ້ຍ, ຈໍານວນ 10.000.000 ກີບ, ທຶນດັ່ງກ່າວ ໄດ້ມອບໃຫ້ຄອບຄົວຊາວໜຸ່ມ  ຢູ່ນະຄອນ-ຫຼວງພະບາງ ນໍາໄປເປັນທຶນສ້າງເສດຖະກິດເປີດຮ້ານຕັດ-ຫຍິບ. ຍັງມີໂຄງການບໍລິການ-ສົ່ງເສີມກະສິກໍາຮອບດ້ານ (LURAS) ຊຶ່ງເປັນໂຄງການຮ່ວມມືສອງຝ່າຍ ລະຫວ່າງ ລັດຖະບານປະເທດສະວິດ ແລະ ລັດຖະບານແຫ່ງ ສປປ ລາວ.ໂຄງການນີ້,ໄດ້ຈັດຕັ້ງປະຕິບັດໂດຍ ອົງການ HELVETAS-Laos ຮ່ວມກັບກົມສົ່ງເສີມກະສິກໍາ ແລະ ສະຫະກອນ (ກສກສ) ເລີ່ມຈັດຕັ້ງປະຕິບັດມາແຕ່ວັນທີ 1 ທັນວາ 2021 ຫາ ວັນທີ 30 ພະຈິກ 2025 ເພື່ອສະໜັບສະໜູນໄວໜຸ່ມຊົນນະບົດ ໃຫ້ມີໂອກາດເຂົ້າເຖິງທາງເລືອກໃນການສ້າງອາຊີບ. ໄປພ້ອມກັນນັ້ນ,ຄະນະຊາວໜຸ່ມແຂວງ ໄດ້ລົງໂຄສະນາວຽກງານສົ່ງເສີມການປູກ ແລະ ການລ້ຽງສັດ ໃຫ້ 6 ເມືອງ 1 ນະຄອນ, ຈັດຝຶກອົບຮົມທັກສະໃຫ້ກັບຊາວໜຸ່ມ-ໄວໜຸ່ມ, ໂຄງການນີ້ຍັງໄດ້ສະໜັບສະໜູນທຶນ ໃຫ້ຊາວໜຸ່ມ ຈໍານວນ 15ຄົນ ລວມເປັນເງິນ 213.947.000 ກີບ ແລະ ຈັດຝຶກອົບຮົມຄວາມຮູ້ດ້ານຕ່າງໆ ລວມເປັນເງິນ 159.310.000 ກີບ. 
 ເດັ່ນອີກອັນໜຶ່ງ ຄະນະຊາວໜຸ່ມແຂວງ ໄດ້ຮ່ວມມືກັບ (ກົມພັດທະນາວິຊາຊີບ) ສູນກາງຊາວໜຸ່ມ, ບໍລິສັດໜາກເກົາລາວ (ໜາກນໍ້າມັນ) ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ມີ 6 ເມືອງເປົ້າໝາຍຂອງໂຄງການຄື: ເມືອງງອຍ, ເມືອງວຽງຄໍາ, ເມືອງປາກແຊງ, ເມືອງໂພນໄຊ, ເມືອງນໍ້າບາກ ແລະ ເມືອງຊຽງເງິນ.ມີສັນຍາຮ່ວມກັນ 5 ປີ ເລີ່ມຈັດຕັ້ງປະຕິບັດ ປີ 2022 – 2026, ເປັນໂຄງການສົ່ງເສີມ ການປູກ, ຄຸ້ມຄອງ ແລະ ເກັບຊື້ ໝາກເກົາລາວ ເພື່ອສົ່ງເສີມສ້າງວຽກເຮັດງານທໍາ ແລະ ສ້າງລາຍຮັບໃຫ້ແກ່ຊາວໜຸ່ມ ແລະ ປະຊາຊົນໃນເຂດຊົນນະບົດ, ຜ່ານການຈັດຕັ້ງປະຕິບັດຜ່ານມາ,ເກັບກູ້ຜົນຜະລິດຈໍາໜ່າຍ ຢູ່ບັນດາເມືອງເປົ້າໝາຍໃນໄລຍະຜ່ານມາ ໄດ້ 258.457 ໂຕນ, ລວມເປັນເງິນ 1.809.199.0000 ກີບ. 
ມາເຖິງປັດຈຸບັນນີ້,ທົ່ວແຂວງຫຼວງພະບາງມີຄອບຄົວຊາວໜຸ່ມຕົວແບບໃນການສ້າງເສດຖະກິດຄອບຄົວ, ສ້າງອາຊີບມີລາຍຮັບເຂົ້າສູ່ຄອບຄົວຈໍານວນ 353 ຄອບຄົວ, ບັນດາພະແນກການອ້ອມຂ້າງແຂວງ ຈໍານວນ 302 ຄອບຄົວ, ເມືອງ ຈໍານວນ 51 ຄອບຄົວ, ສ່ວນໃຫຍ່ແມ່ນຕົວແບບດ້ານການປູກຝັງ,ລ້ຽງສັດ, ການບໍລິການຕ່າງໆ, ດ້ານຫັດຖະກໍາ ແລະ ອື່ນໆ. 
ທັງໜົດນີ້,ແມ່ນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ,ແຜນງານຂອງລັດຖະບານເວົ້າລວມ ເວົ້າສະເພາະ ແມ່ນເປົ້າໜາຍຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເພື່ອແນໃສ່ເຮັດໃຫ້ຊາວໜຸ່ມລາວມີອາຊີບຄົງທີ່,ມີຊີວິດການເປັນຢູ່ດີຂຶ້ນ ຄ່ອຍຫຼຸດພົ້ນອອກຈາກຄວາມທຸກຍາກ ບໍ່ໃຫ້ໄປຫຍຸ້ງກ່ຽວກັບສິ່ງເສບຕິດກາຍເປັນກໍາລັງແຮງໃນການພັດທະນາສ້າງສາປະເທດຊາດ ກໍຄືໃຫ້ແກ່ແຂວງມີການພັດທະນາດີຂຶ້ນໄປເລື້ອຍໆ.