ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ຈາກ ພັນເອກ ເລື່ອນຊັ້ນຂຶ້ນ ພົນຈັດຕະວາໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງປ້ອງກັນປະເທດ,  ມີຄະນະນຳ 4 ກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ ເເລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.
ສະຫາຍ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກງານຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ, ໂດຍອີງຕາມ ລັດຖະທຳມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 67, ຂໍ້ 6, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018, ຄໍາສະເໜີຂອງ ນາຍົກລັດຖະມົນຕີ ສະບັບເລກທີ 76/ນຍ, ລົງວັນທີ 26 ສິງຫາ 2024, ມາດຕາ 1: ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນເປັນ ຊັ້ນພົນຈັດຕະວາ ຈໍານວນ 7 ສະຫາຍ, ໃນນີ້ມີ ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ, ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານ ກອງພົນທີ 5, ສະຫາຍ ພັນເອກ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນເອກ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ, ສະຫາຍ ພັນເອກ ທຸມມາ ພົມມະທຳ ຮອງຫົວໜ້າກົມ 213, ສະຫາຍ ພັນເອກ ຄໍາຜິວ ມະນີວົງ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ ແລະ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ, ວ່າດ້ວຍການແຕ່ງຕັ້ງ ກຳມະການຄະນະບໍລິຫານງານຄະນະພັກ, ທັງເປັນກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ຜ່ານມະຕິຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກໍາມະການຄະນະພັກ, ທັງເປັນກໍາມະການປະຈໍາພັກກົມໃຫຍ່ການເມືອງກອງທັບ, ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ອີງຕາມການຕົກລົງໃນກອງປະຊຸມຄະນະເລຂາທິການສູນກາງພັກ ຄັ້ງວັນທີ 28 ສິງຫາ 2024 ແລະ ອີງຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI, ໝວດທີ II ມາດຕາ 13, ໜັງສືສະເໜີ ຂອງກົມໃຫຍ່ການເມືອງກອງທັບ ສະບັບເລກທີ 6125/ກມທ, ລົງວັນທີ  2 ກັນຍາ 2024, ຄະນະເລຂາທິການສູນກາງພັກ ແລະ ຄະນະພັກກະຊວງປ້ອງກັນປະເທດ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິຫານງານຄະນະພັກທັງເປັນກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ ແລະ ເປັນກໍາມະການຄະນະພັກທັງເປັນກຳມະການຄະນະປະຈຳພັກກົມໃຫຍ່ການເມືອງກອງທັບ.
    ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ໂດຍໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງແຕ່ລະສະຫາຍສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນຫຼັກແຫຼ່ງໃນການເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນ ແລະ ທັນສະໄໝເທື່ອກ້າວ.
(ຂ່າວ-ພາບ: ສຸກສາຄອນ)