ອັດຕາເງິນເຟີ້ ເດືອນກັນຍາ 2024 ເພີ່ມຂຶ້ນ 21,7% ເມື່ອທຽບກັບເດືອນດຽວກັນຂອງປີຜ່ານມາ ຊຶ່ງເປັນການເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ ເປັນເດືອນທີ 2 ຕິດຕໍ່ກັນ, ແຕ່ເມື່ອທຽບການປ່ຽນແປງຂອງລາຄາສິນຄ້າ ເດືອນກັນຍາ ກັບເດືອນສິງຫາ 2024 ຍັງສືບຕໍ່ເພີ່ມຂຶ້ນໃນລະດັບ 1,4%.  
ອີງຕາມບົດລາຍງານສະພາບອັດຕາເງິນເຟີ້ ປະຈຳເດືອນກັນຍາ 2024 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນໃຫ້ຮູ້ວ່າ: ອັດຕາເງິນເຟີ້ໃນເດືອນກັນຍາ ຢູ່ໃນລະດັບ 21,7% (ເດືອນສິງຫາ 2024 ແມ່ນ 24,3%) ຊື່ງເປັນການເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງຕິດຕໍ່ກັນເປັນເດືອນທີ 2 ໃນຮອບ 12 ເດືອນ. ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 34%; ຮອງລົງມາແມ່ນໝວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 32,9%; ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 30,9%; ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 29,3%; ໝວດການສຶກສາ ເພີ່ມຂຶ້ນ 29,3%. ສໍາລັບໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ຊື່ງເປັນໝວດສິນຄ້າທີ່ມີນ້ໍາໜັກການຊົມໃຊ້ກວມເອົາຫຼາຍກວ່າໝູ່ແມ່ນເພີ່ມຂຶ້ນ 21,1%.
ແນວໃດກໍຕາມ, ເມື່ອສັງເກດການປ່ຽນແປງຂອງລາຄາເດືອນກັນຍາ ທຽບກັບເດືອນສິງຫາ 2024 ເຫັນວ່າ ຍັງສືບຕໍ່ເພີ່ມຂຶ້ນຈາກເດືອນທີຜ່ານ ຢູ່ໃນລະດັບ 1,4%. ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍແມ່ນ ໝວດ ການສຶກສາ ເພີ່ມຂຶ້ນ 5,6% ພົ້ນເດັ່ນແມ່ນ ເຄື່ອງແບບນັກຮຽນ (ເພີ່ມຂຶ້ນ 7%), ປຶ້ມຫຼັກສູດການຮຽນ (6,7%), ຄ່າຮຽນ (4,2%); ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 2,1% ພົ້ນເດັ່ນແມ່ນ ຢາແກ້ໄຂ້ (4,6%), ການບໍລິການກວດພະຍາດ (3,6%), ຢາແກ້ໄຂ້ເດັກນ້ອຍ (1,1%); ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 1,8% ພົ້ນເດັ່ນແມ່ນ ຜັກບົ່ວສົດ (38%), ຜັກກາດຂາວ (18,5%), ໝາກເຜັດດິບ (16,5%), ໄກ່ລາດປອກ (2,7%), ຊີ້ນໝູ (1,6%), ໄຂ່ໄກ່ (1,1%); ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 1,8% ພົ້ນເດັ່ນແມ່ນລາຄາເບຍ (4,2%), ປີ້ງໄກ່ (3,2%), ຄ່າຫ້ອງພັກ (3,3%), ເຝີ (1,7%).
ສໍາລັບ ອັດຕາເງິນເຟີ້ ສະເລ່ຍ 9 ເດືອນ 2024 ແມ່ນຢູ່ໃນລະດັບ 24,8% (ສະເລ່ຍ 9 ເດືອນ ປີ 2023 ຢູ່ໃນ ລະດັບ 33,7%). ໃນນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 36,2% ພົ້ນເດັ່ນແມ່ນ ຢາແກ້ໄຂ້ (47,8%), ຢາແກ້ໄອເດັກນ້ອຍ (38,6%), ການບໍລິການຄົນເຈັບພາຍນອກ (14,7%); ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,6%, ພົ້ນເດັ່ນແມ່ນລາຄາ ອາຫານສຸກເຊັ່ນ: ເຂົ້າຜັດ, ປີ້ງປານິນ, ເຂົ້າປຽກ, ເຂົ້າຜັດໝູ, ເຂົ້າລາດໜ້າ (363%), ເຮືອນພັກ ແລະ ໂຮງແຮມ (25,4%); ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 30,8%, ພົ້ນເດັ່ນແມ່ນ ເຄື່ອງນຸ່ງຊາຍ (32,2%), ເຄື່ອງນຸ່ງຍິງ (32,9%), ເຄື່ອງນຸ່ງເດັກນ້ອຍ (26,5%) ແລະ ເກີບ (20,5%); ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 27,6% ພົ້ນເດັ່ນແມ່ນລາຄາພະລັງງານອາຍແກັສ ແລະ ເຊື້ອເພີງ (31,3%), ການບໍາລຸງຮັກສາ ແລະ ສ້ອມແປງເຮືອນ
(25,5%).
ສ່ວນສາເຫດທີ່ເຮັດໃຫ້ອັດຕາເງິນເຟີ້ ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ ເນື່ອງຈາກສະພາບຄວາມກົດດັນຂອງອັດຕາແລກປ່ຽນບໍ່ມີຄວາມຜັນຜວນຫຼາຍ ແລະ ລາຄາສິນຄ້ານໍາເຂົ້າເປັນຕົ້ນແມ່ນ ລາຄານ້ໍາມັນຂອງຕະຫຼາດໂລກຫຼຸດລົງ. ແຕ່ເຖິງຢ່າງໃດກໍຕາມ, ສະພາບການຜະລິດພາຍໃນທີ່ບໍ່ທັນເຂັ້ມແຂງ ບວກກັບສະພາບການປ່ຽນແປງດິນຟ້າອາກາດເຊັ່ນ: ຝົນຕົກຫຼາຍ, ນໍ້າຖ້ວມ ເຮັດໃຫ້ການສະໜອງບໍ່ພຽງພໍກັບຄວາມຕ້ອງການ ເຮັດໃຫ້ສິນຄ້າຫຼາຍລາຍການມີລາຄາສູງຂຶ້ນ.
ຂ່າວ: ຄ. ຄຳປະສິດ