ວັນທີ 30 ກັນຍາ ນີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ທັງເປັນຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs Yamila Pena Ojeda) ກໍາມະການສູນກາງພັກກອມມູນິດ ສ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາ, ເນື່ອງໃນໂອກາດທີ່ທ່ານ ພ້ອມດ້ວຍຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢ່າງເປັນທາງການ ຢູ່ ສປປ ລາວ ລະຫ່ວາງ ວັນທີ 28 ກັນຍາ ຫາວັນທີ 1 ຕຸລາ 2024.
ທ່ານ ຄຳພັນ ພົມມະທັດ ໄດ້ສະແດງຄວາມຊົມເຊີຍຍິນດີຕ້ອນຮັບ ພ້ອມທັງຕີລາຄາສູງຕໍ່ ທ່ານຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ ກູບາ ໃນຂະນະທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຄັ້ງນີ້, ນັບວ່າເປັນບາດກ້າວອັນສໍາຄັນຕໍ່ການເພີ່ມພູນຄູນສ້າງເສີມຂະຫຍາຍສາຍພົວພັນມິດຕະ ພາບຖານສະຫາຍອ້າຍນ້ອງ ແລະ ການຮ່ວມມືອັນມີມູນເຊື້ອທີ່ດີງາມ ລະຫ່ວາງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດ ລາວ-ກູບາ, ກູບາ-ລາວ ໃຫ້ນັບມື້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ.
ທ່ານ ນາງ ຢາມິລາ ເປນາ ໂອເຈດາ ກໍໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ກັບການຕ້ອນຮັບອັນອົບອຸ່ນຂອງ  ທ່ານ ຄຳພັນ ພົມມະທັດ ພ້ອມທັງລາຍງານສະພາບການເຄື່ອນໄຫວ ແລະ ເຮັດວຽກຢູ່ ສປປ ລາວໃນຄັ້ງນີ້. ຊຶ່ງການຮ່ວມມື ແລະ ການເຄື່ອນໄຫວວຽກງານອົງການໄອຍະການປະຊາຊົນຂອງສອງປະເທດ ສ ກູບາ - ສປປ ລາວ ໃນໄລຍະຜ່ານມາແມ່ນໄດ້ຮັບການພັດທະນາດີຂຶ້ນຢ່າງບໍ່ຢຸດຢັ້ງ.  ຕອນທ້າຍທ່ານ ຄໍາພັນ ພົມມະທັດ ຍັງໄດ້ອວຍພອນໃຫ້ທ່ານຫົວໜ້າອົງການໄອຍະການສູງສຸດ ສ ກູບາ ພ້ອມດ້ວຍຄະນະ ທີ່ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຄັ້ງນີ້, ຈົ່ງປະສົບຜົນສໍາເລັດຢ່າງຈົບງາມ ແລະ ເດີນທາງກັບຄືນປະເທດດ້ວຍຄວາມສະຫັວດດີພາບ.