ກອງປະຊຸມທາບທາມເນື້ອໃນຮ່າງລາຍງານການເມືອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໄດ້ຈັດຂຶ້ນ ໃນວັນທີ 30 ກັນຍາ - 1 ຕຸລາ 2024 ທີ່ຫ້ອງວ່າການສູນກາງພັກພາຍໃຕ້ການເປັນປະທານ ຂອງສະຫາຍກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີຫົວໜ້າອະນຸກໍາມະການເນື້ອໃນ, ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ສະຫາຍເລຂາ, ຮອງເລຂາຄະນະພັກ,ກຳມະການຄະນະພັກ,ພະນັກງານຫຼັກແຫຼ່ງ ຂອງກະຊວງ, ອົງການແລະ ນະຄອນຫຼວງວຽງຈັນ, ເລຂາພັກເມືອງ-ເຈົ້າເມືອງ ແລະ ຫົວໜ້າພະແນກ ຂອງນະຄອນຫຼວງວຽງຈັນ ເຂົ້າຮ່ວມ ເກືອບ 600 ສະຫາຍ.
ກອງປະຊຸມຄັ້ງນີ້ ເພື່ອລະດົມ ແລະ ຍາດແຍ່ງຄວາມຄິດຄວາມເຫັນ ຈາກບັນດາສະຫາຍ ຄະນະພັກ ແລະ ພະນັກງານຫຼັກແຫຼ່ງ ຂອງແຕ່ລະອົງຄະນະພັກ ເຂົ້າໃສ່ຮ່າງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃຫ້ມີເນື້ອໃນເລິກເຊິ່ງ, ຄົບຖ້ວນ, ຖືກຕ້ອງສອດຄ່ອງ ແລະ ແທດຕົວຈິງ ທັງສ່ອງແສງໄດ້ໝົດສະຕິປັນຍາລວມໝູ່ ແລະ ການເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງກວ້າງຂວາງ; ສ້າງຄວາມເປັນເອກະພາບທາງດ້ານທັດສະນະ, ຄວາມຮັບຮູ້, ຄວາມເຂົ້າໃຈ ແຕ່ຫົວທີ ຂອງບັນດາສະຫາຍຄະນະພັກ, ພະນັກງານຫຼັກແຫຼ່ງຂອງສູນກາງ ແລະ ທ້ອງຖິ່ນ ຕໍ່ຮ່າງເອກະສານຕົ້ນຕໍ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ. ຈາກນັ້ນ ຖືເປັນເນື້ອໃນພື້ນຖານ ເພື່ອໃຫ້ບັນດາອົງຄະນະພັກ ນໍາໄປປັບປຸງການກະກຽມເນື້ອໃນກອງປະຊຸມໃຫຍ່ຂອງຕົນ ໃຫ້ສອດຄ່ອງ, ກົມກຽວກັນ ແລະ ສາມາດຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.
ໂອກາດນີ້, ສະຫາຍ ທອງສະລິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ໄດ້ລາຍງານກ່ຽວກັບຮ່າງລາຍງານການເມືອງ ແລະ ສະຫາຍ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ໄດ້ລາຍງານຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X. 
ຮ່າງລາຍງານການເມືອງ ປະກອບດ້ວຍ 10 ຫົວຂໍ້ໃຫຍ່ ຊຶ່ງໄດ້ຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIຂອງພັກ ໃນ 5 ປີ ຜ່ານມາ, ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນ, ບັນຫາທີ່ຕັ້ງຂຶ້ນ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງໄດ້ປະເມີນຜົນແບບກວມລວມ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່່ ຮອບດ້ານ ມີຫຼັກການ ຂອງພັກເຮົາ ແລະ ໄດ້ກໍານົດບັນດາເນື້ອໃນ ທິດທາງ, ໜ້າທີ່, ແຜນນະໂຍບາຍໃຫຍ່ ເພື່ອສືບຕໍ່ຍູ້ແຮງພາລະກິດປ່ຽນແປງໃໝ່ຮອບດ້ານ ມີຫຼັກການຂອງພັກ ໃນແຕ່ລະຂົງເຂດວຽກງານ ໃນຊຸມປີຕໍ່ໜ້າ. ສໍາລັບຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X ກໍໄດ້ສະຫຼຸບຕີລາຄາໝາກຜົນ ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີIX (2021-2025) ແລະ ກໍານົດ 6 ເປົ້າໝາຍ ແລະ ແຜນວຽກຈຸດສຸມ ຂອງແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X (2026-2030)ໂດຍຄົ້ນຄວ້າ, ວາງແຜນ ໃຫ້ສອດຄ່ອງກັບສະພາບການ ແລະ ຄວາມຮຽກຮ້ອງຕ້ອງການ ຂອງການພັດທະນາ,ຖືກກັບຈຸດພິເສດ, ທ່າແຮງ ແລະ ການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ຂອງປະເທດເຮົາກໍຄືທ່າອ່ຽງລວມ ຂອງຍຸກສະໄໝ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ຍົກສູງຄວາມຮັບຜິດຊອບການເມືອງ ປະກອບຄໍາຄິດຄໍາເຫັນ ຕໍ່ສອງເອກະສານດັ່ງກ່າວ ຢ່າງກົງໄປກົງມາ, ສ້າງສັນ, ມີປະຊາທິປະໄຕ ແລະ ເບິ່ງບັນຫາ, ຕີລາຄາບັນຫາຕ່າງໆຢ່າງຈະແຈ້ງ, ຊັດເຈນ ແລະ ແທດກັບຕົວຈິງ, ມີການສະເໜີບັນຫາ ໃນຫຼາຍແງ່ມູມ, ຍົກເຫດຍົກຜົນ ເພື່ອອະທິບາຍບັນຫາ ເພື່ອໃຫ້ອະນຸກໍາມະການເນື້ອໃນ ນໍາເອົາໄປສືບຕໍ່ຄົ້ນຄວ້າ, ປັບປຸງ ຮ່າງເອກະສານ ຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສົມບູນຂຶ້ນກວ່າເກົ່າ. 
ຂ່າວ:ຫສພ - ພາບ:ພູວຽງຄຳ