ໃນທ້າຍເດືອນ ກັນຍາຜ່ານມາ ຢູ່ທີ່ຫ້ອງວ່າການແຂວງຊຽງຂວາງໄດ້ຈັດກອງປະຊຸມຕິດຕາມຊຸກຍູ້ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິ 04/ກມສພ, ມະຕິ 05/ລບ ແລະ 19/ກມສພ ຕິດພັນກັບ 2 ວາລະແຫ່ງຊາດໂດຍການເປັນປະທານຂອງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ, ທ່ານ ສະຖາບັນດິດ ອິນສີຊຽງໃໝ່ຮອງລັດຖະມົນ ກະຊວງແຜນການ ແລະ ການລົງທຶນ, ມີບັນດາພະແນກການ, ກອງບັນຊາການ, ສະພາແຂວງ, ອົງການ, ບັນດາເມືອງເຂົ້າຮ່ວມ.
    ກອງປະຊຸມໄດ້ຮັບຟັງການເຜີຍແຜ່ມະຕິສະບັບເລກທີ 04/ກມສພ ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໄນໄລຍະໃໝ່, ມະຕິສະບັບເລກທີ 05/ລບ ລົງວັນທີ 21 ພຶດສະພາ 2024 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່, ແຜນວຽກຈຸດສຸມ 4 ເດືອນທ້າຍປີ 2024, ລາຍງານການຈັດຕັ້ງປະຕິບັດຂອງແຂວງໂດຍສະເພາະ ແມ່ນບັນຫາທີ່ຕິດພັນກັບການສົ່ງເສີມການຜະລິດທົດແທນນຳເຂົ້າ ແລະ ສົ່ງອອກສິນຄ້າກະສິກຳ ແລະ ປ່າໄມ້, ການສົ່ງເສີມການບໍລິການທ່ອງທ່ຽວ, ການສົ່ງເສີມ ແລະ ການຄຸ້ມຄອງການລົງທຶນ(ໂຄງການຂຸດຄົ້ນແຮ່ທາດ), ການຂະຫຍາຍຖານ ແລະ ການຢຸດຮົ່ວໄຫຼການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍງົບປະມານ ແລະ ແກ້ໄຂໜີ້ສິນ, ການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງດ່ານສາກົນ, ການເຂົ້າເຖິງສິນເຊື່ອເພື່ອສົ່ງເສີມການຜະລິດ ແລະ ວຽກງານອື່ນໆ. ນອກນີ້, ຄະນະຈາກສູນກາງໄດ້ໃຫ້ຄຳຖາມເຈາະຈີ້ມແກ່ແຂວງເພື່ອ ຄົ້ນຄ້ວາຊອກຫາທິດທາງແກ້ໄຂບັນຫາເສດຖະກິດ ແລ້ວລາຍງານສູນກາງໃຫ້ທັນຕາມກຳນົດເວລາ
(ຂ່າວ: ບຸນມີ ແສງທຸມມີ)