75 ປີ ແຫ່ງການສະຖາປານາ ສາທາລະນະລັດ ປະຊາຊົນຈີນ (ສປ ຈີນ) ວັນທີ 1/10/1949-1/10/2024, ພັກກອມມູນິດຈີນ ໄດ້ນຳພາປະຊາຊົນຈີນ ທຸກຊົນເຜົ່າ ພະຍາຍາມດ້ວຍຈິດໜຶ່ງໃຈດຽວພາໃຫ້ປະເທດຈີນຈາກຄວາມທຸກຍາກໄປສູ່ການຮັ່ງມີ ແລະ ຈະເລີນຮຸ່ງເຮືອງເຂັ້ມແຂງຂຶ້ນ. ສປ ຈີນ ໄດ້ມີການປ່ຽນແປງໃຫຍ່ ດ້ວຍຄວາມດຸໝັ່ນສູ້ຊົນ ເຮັດໃຫ້ປະເທດຊາດ ບັນລຸການພັດທະນາ ທີ່ມີຄຸນນະພາບສູງ ຊຶ່ງການພັດທະນາຂອງ ສປ ຈີນ ໄດ້ສ້າງໂອກາດໃໝ່ ແລະ ໃຫຍ່ກວ່າເກົ່າ ໃຫ້ແກ່ປະເທດລາວ ແລະ ບັນດາປະເທດໃນທົ່ວໂລກ ຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການປະກອບສ່ວນໃຫ້ແກ່ການເຕີບໂຕຂອງເສດຖະກິດໂລກ ແລະ ເສດຖະກິດຂອງ ສປປ ລາວ.
    ທີ່ງານລ້ຽງສະເຫຼີມສະຫຼອງການສະຖາປານາ ສປ ຈີນ ຄົບຮອບ 75 ປີ, ທ່ານ ນາງ ຟາງຫົງເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປຈີນ ປະຈໍາ ສປປ ລາວ ໄດ້ກ່າວປາໄສໃຫ້ເຫັນເຖິງການພັດທະນາຂອງ ສປ ຈີນ ໃນ 75 ປີ ທີ່ຜ່ານມາ ຊຶ່ງໃນດ້ານເສດຖະກິດ ແມ່ນໄດ້ເຕີບໂຕຢ່າງບໍ່ຢຸດຢັ້ງ, ໃນປີ 1952 ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຈີນ ມີພຽງ 67,9 ຕື້ຢວນ, ແຕ່ໄດ້ເພີ່ມຂຶ້ນຢ່າງວ່ອງໄວ ນັບແຕ່ການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ. ໃນປີ 1986, ຍອດມູນຄ່່າເສດຖະກິດທັງໝົດເກີນ 1 ພັນຕື້ຢວນ. ໃນປີ 2000, ໄດ້ເກີນ 10 ພັນຕື້ຢວນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XVIII ຂອງພັກກອມມູນິດຈີນເປັນຕົ້ນມາ, ເສດຖະກິດ ໄດ້ສືບຕໍ່ຂະຫຍາຍຕົວ; ໃນປີ 2020, ຍອດມູນຄ່າເສດຖະກິດທັງໝົດໄດ້ເກີນ 1 ແສນຕື້ຢວນ; ປີ 2023, ໄດ້ເກີນ 126.000 ຕື້ຢວນ, ເພີ່ມຂຶ້ນ 223 ເທົ່າ ເມື່ອທຽບໃສ່ປີ 1952. ໂຕເລກ GDP ຕໍ່ຄົນຕໍ່ປີ ໄດ້ເພີ່ມຂຶ້ນຈາກ 119 ຢວນ ໃນປີ 1952 ຂຶ້ນເປັນ 89.358 ຢວນໃນປີ 2023, ເພີ່ມຂຶ້ນ 89 ເທົ່າ.
    ໃນຕອນຕົ້ນຂອງການປະຕິຮູບ ແລະ ເປີດປະຕູສູ່ພານນອກ, ເສດຖະກິດຂອງຈີນ ໄດ້ກວມ 1,7% ຂອງເສດຖະກິດໂລກ, ເພີ່ມຂຶ້ນເປັນ 17% ໃນປີ 2023. ຂະນະທີ່, ສປ ຈີນ ຍັງເປັນປະເທດເສດຖະກິດໃຫຍ່ອັນດັບສອງຂອງໂລກ, ເປັນປະເທດຜະລິດລາຍໃຫຍ່ທີ່ສຸດ, ປະເທດການຄ້າສິນຄ້າໃຫຍ່ທີ່ສຸດ, ປະເທດບໍລິໂພກສິນຄ້າໃຫຍ່ອັນດັບສອງ ແລະ ເປັນຜູ້ຖືຄັງສຳຮອງເງິນຕາຕ່າງປະເທດໃຫຍ່ທີ່ສຸດ. ສປ ຈີນ ໄດ້ຮັບໄຊຊະນະ ໃນການຕໍ່ສູ້ຕ້ານຄວາມທຸກຍາກທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງມວນມະນຸດແລະ ສ້າງສັງຄົມອີ່ມໜຳສຳລານໃຫ້ສຳເລັດຜົນຢ່າງຮອບດ້ານ, ໄດ້ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 1 ຂອງພັກ; ໄດ້ສ້າງລະບົບການສຶກສາພາກບັງຄັບໃຫຍ່ທີ່ສຸດຂອງໂລກ, ລະບົບປະກັນໄພສັງຄົມໃຫຍ່ທີ່ສຸດຂອງໂລກ ແລະ ລະບົບສາທາລະນະສຸກໃຫຍ່ທີ່ສຸດຂອງໂລກ. ໄລຍະຜ່ານມາ, ໜ້ອຍກວ່າ 20% ຂອງປະຊາກອນສາມາດອ່ານໄດ້. ໃນປັດຈຸບັນ, 15.5% ມີລະດັບປະລິນຍາຕີ. ອາຍຸຄາດຫວັງສະເລ່ຍເພີ່ມຂຶ້ນຈາກ 35 ປີ ເປັນ 78.6 ປີ; ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນຈີນ ມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ປະຊາຊົນຈີນ ມີຄວາມຜາສຸກ, ຄວາມສຳເລັດ ແລະ ຄວາມປອດໄພທີ່ນັບມື້ເພີ່ມຂຶ້ນ.
    ຂະນະທີ່ກຳລັງສັງລວມຂອງປະເທດຂະຫຍາຍຕົວຢ່າງກ້າວກະໂດດຂັ້ນ. ສປ ຈີນ ໄດ້ກາຍເປັນຜູ້ເຂົ້າຮ່ວມຜູ້ກໍ່ສ້າງ ແລະ ຜູ້ປະກອບສ່ວນເຂົ້າໃນລະບົບສາກົນ. ການຮ່ວມມືກໍ່ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ໄດ້ກາຍເປັນຜະລິດຕະພັນສາທາລະນະ ແລະ ເວທີຮ່ວມມືທີ່ທົ່ວໂລກໄດ້ມີຄວາມນິຍົມ. ການປະກອບສ່ວນສະເລ່ຍຕໍ່ປີຕໍ່ການເຕີບໂຕຂອງເສດຖະກິດໂລກ ແມ່ນ 24,8% ໃນ1979-2023 ແລະ ຫຼາຍກວ່າ 30% ໃນໄລຍະປີ 2013-2023. ການປະກອບສ່ວນດັ່ງກ່າວ ເຮັດໃຫ້ ສປ ຈີນ ກາຍເປັນຫົວຈັກສຳຄັນ ແລະ ກຳລັງສະຖຽນລະພາບຂອງການເຕີບໂຕເສດຖະກິດໂລກ. ວິໄສທັດຂອງການກໍ່ສ້າງຄູ່ຮ່ວມຊາຕາກຳມວນມະນຸດ, ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ ໄດ້ຮັບການສະໜັບສະໜູນຈາກບັນດາປະເທດນັບມື້ຫຼາຍຂຶ້ນ, ໄດ້ປະກອບສ່ວນອັນຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ, ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງໂລກ. ວ່າງບໍ່ດົນມານີ້, ກອງປະຊຸມຄົບຄະນະຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XX ໄດ້ຈັດຂຶ້ນຢູ່ປັກກິ່ງ ດ້ວຍຜົນສຳເລັດຢ່າງຈົບງາມ, ໄດ້ສຸມກຳລັງແຮງຂອງປະຊາຊົນເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ. ສປ ຈີນ, ຈະກຳໜ້າທີ່ຕົ້ນຕໍ ທີ່ພັດທະນາດ້ວຍຄຸນນະພາບສູງຢ່າງໜັກແໜ້ນ, ຊຸກຍູ້ການເປີດປະຕູສູ່ພາຍນອກ ທີ່ມີລະດັບສູງ, ພະຍາຍາມສ້າງໂອກາດໃໝ່ ແລະ ໃຫຍ່ກວ່າເກົ່າ ໃຫ້ແກ່ປະເທດລາວ ແລະ ບັນດາປະເທດໃນທົ່ວໂລກຢ່າງບໍ່ຢຸດຢັ້ງ.
ສຳລັບ, ສປປ ລາວ ການພັດທະນາຂອງ ສປ ຈີນ ເປັນຕົ້ນແມ່ນ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງເງື່ອນໄຂທີ່ເອື້ອຍອໍານວຍໃຫ້ແກ່ການພັດທະນາຂອງປະເທດເຮົາ ໃນຫຼາຍດ້ານ, ອັນພົ້ນເດັ່ນ ກໍແມ່ນການພັດທະນາພື້ນຖານໂຄງລ່າງ ເຊື່ອມໂຍງ-ເຊື່ອມຈອດ ໃຫ້ເຫັນເປັນຮູບປະທໍາ. ນີ້ໄດ້ຊຸກຍູ້, ສົ່ງເສີມ ແລະ ຂະຫຍາຍການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ຕະຫຼອດຮອດການຖ່າຍທອດເຕັກໂນໂລຊີທີ່ກ້າວໜ້າ, ການແລກປ່ຽນວັດທະນະທໍາ-ສັງຄົມ ກໍຄືການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນ ກັບ ປະຊາຊົນ ເປັນການສົ່ງເສີມອຸດສາຫະກຳການທ່ອງທ່ຽວ.... ສະຫາຍ ສີຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດ ສປ ຈີນ ກັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ສປປ ລາວ ໄດ້ຮັກສາການໄປມາຫາສູ່ກັນຢ່າງແໜ້ງແຟ້ນ, ໄດ້ກໍານົດເປົ້າໝາຍຄື: ສ້າງຄູ່ຮ່ວມຊາຕາກໍາ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ. ລາວ - ຈີນ ໄດ້ລົງເລິກການຖອດຖອນບົດຮຽນດ້ານການປົກຄອງລັດ ໂດຍຜ່ານການສຳມະນາທິດສະດີສອງພັກ, ການຝຶກອົບຮົມພະນັກງານ.
ໝາກຜົນຂອງການຮ່ວມມື ຈັດຕັ້ງປະຕິບັດຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຢູ່ ສປປ ລາວ, ພິເສດ ແມ່ນເສັ້ນທາງລົດໄຟ ລາວ-ຈີນ ທີ່ໄດ້ມີບົດບາດພົ້ນເດັ່ນ ໃນການພັດທະນາຂອງ ສປປ ລາວ ຊຶ່ງທາງລົດໄຟຕອນລາວ ໄດ້ບັນທຸກຜູ້ໂດຍສານ 6.34 ລ້ານເທື່ອຄົນ ແລະ ຂົນສົ່ງສິນຄ້າໄດ້ 9.94 ລ້ານໂຕນ; ຢູ່ແຂວງຫຼວງນ້ຳທາ, ເມື່ອຖະໜົນຫົນທາງຖືກກີດຂວາງ ແລະ ສະໜາມບິນ ໄດ້ຖືກປິດຍ້ອນລົມພາຍຸ Capricorn, ທາງລົດໄຟ ລາວ - ຈີນ ໄດ້ຈັດສົ່ງເຄື່ອງກູ້ໄພ ແລະ ບຸກຄົນກູ້ໄພໂດຍໄວ ແລະ ບໍ່ເສຍຄ່າ, ໄດ້ເສີມຂະຫຍາຍບົດບາດສຳຄັນໃນການກູ້ໄພ. ການຮ່ວມມືຕົວຈິງ ລະຫວ່າງ ລາວ-ຈີນ ໄດ້ຮັບໝາກຜົນອຸດົມສົມບູນ, ສປ ຈີນ ແມ່ນປະເທດ ລົງທຶນຫຼາຍທີ່ສຸດຕໍ່ປະເທດລາວ, ເປັນຄູ່ການຄ້າທີ່ສຳຄັນຂອງລາວ ໃນຫຼາຍປີມານີ້ ແລະ ຫຼາຍກວ່າ 80% ຜະລິດຕະພັນກະສິກຳຂອງລາວ ແມ່ນຂາຍໃຫ້ ສປ ຈີນ. ໃນປີ 2023, ຍອດມູນຄ່າການຄ້າ ລະຫວ່າງ ລາວ-ຈີນ ບັນລຸ 7.1 ຕື້ໂດລາ, ເພີ່ມຂຶ້ນ 26,7% ເມື່ອທຽບໃສ່ປີ 2022. ໃນບັນດາປະເທດອາຊຽນ, ການຄ້າລາວກັບຈີນ ໄດ້ເຕີບໂຕໄວທີ່ສຸດ. ໂຄງການຊີວິດການເປັນຢູ່ຈຳນວນໜຶ່ງເຊັ່ນ: ໂຮງໝໍຫຼວງພະບາງ, ໂຮງໝໍມະໂຫສົດ ແລະ ວິທະຍາໄລເຕັກນິກລົດໄຟ ລາວ ໄດ້ຮັບການນຳໃຊ້ ຊຶ່ງໄດ້ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶ້ນໃນຕົວຈິງ.
ສັງລວມແລ້ວ, ການພັດທະນາຂອງ ສປ ຈີນ ໄດ້ປະກອບສ່ວນສຳຄັນຕໍ່ໂລກ ແລະ ສປປ ລາວ ຊຶ່ງໃນດ້ານເສດຖະກິດ ແມ່ນມີບົດບາດສຳຄັນ ໃນການເຕີບໂຕຂອງເສດຖະກິດໂລກ ແລະ ການເຕີບໂຕເສດຖະກິດຂອງ ສປປ ລາວ. ສະເພາະ, ລາວ-ຈີນ ແມ່ນຮ່ວມມືຢ່າງແໜ້ນແຟ້ນ ໃນວຽກງານຫຼາຍຝ່າຍ;ລາວ-ຈີນ ສະໜັບສະໜູນ ຊຶ່ງກັນ ແລະ ກັນ ໃນການປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງ ແລະ ຜົນປະໂຫຍດດ້ານການພັດທະນາ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມ ການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ ແລະ ຮ່ວມກັນປົກປັກຮັກສາຄວາມຍຸຕິທຳສາກົນ. ປະຊາຊົນຈີນ ກຳລັງກ້າວໄປສູ່ເປົ້າໝາຍ ສູ້ຊົນຄົບຮອບ 100 ປີ ເຫດການທີ 2. ສ່ວນປະຊາຊົນລາວ ກຳລັງເລັ່ງລັດການປະຕິຮູບ ແລະ ປ່ຽນແປງໃໝ່ ເພື່ອບັນລຸເປົ້າໝາຍສັງຄົມນິຍົມ ຊຶ່ງລາວ-ຈີນ ຖືຄວາມເປັນຍຸດທະສາດ ເປັນເອກະພາບກັນຂອງຜູ້ນຳສູງສຸດ ເປັນການຊີ້ທິດນຳທາງ, ເພີ່ມທະວີການຖອດຖອນບົດຮຽນສາກົນ, ເພີ່ມທະວີການຮ່ວມມື ແລະ ໄດ້ໄຊຊະນະພ້ອມກັນ, ລົງເລິການກໍ່ສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ເພື່ອສ້າງຜົນປະໂຫຍດຫຼາຍຂຶ້ນ ໃຫ້ແກ່ປະຊາຊົນທັງສອງຊາດ.
ໂດຍ: ສ.ບຸດປະຊາ