ພິທີມອບ-ຮັບໃບຢັ້ງຢືນ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ປະກາດການຈັດຕັັ້ງ ຂອງຄະນະໂຄສະນາອົບຮົມແຂວງວຽງຈັນ ໄດ້ຈັດຂຶ້ນ ໃນວັນທີ 1 ຕຸລາ ນີ້, ຢູ່ທີ່ຫ້ອງປະຊຸມຄະນະກວດກາພັກແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້ມຮ່ວມຂອງສະຫາຍ ທອງສະຫວັນ ວົງສຳພັນ ຮອງເລຂາພັກແຂວງວຽງຈັນ, ມີເລຂາ, ຮອງເລຂາໜ່ວຍພັກອ້ອມຂ້າງ, ພ້ອມດ້ວຍສະມາຊິກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.
ສະຫາຍ ສີທົນ ແສງພະຈັນ ກຳມະການພັກແຂວງ ເລຂາໜ່ວຍພັກ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ສະຫຼຸບລາຍງານການກໍ່ສ້າງໜ່ວຍພັກໃນໄລຍະຜ່ານມາ ບາງຕອນກ່າວວ່າ: ໜ່ວຍພັກປະກອບມີຄະນະພັກ 3 ສະຫາຍ, ມີສະມາຊິກທັງໝົດ 22 ສະຫາຍ, ຍິງ 14 ສະຫາຍ, ໄລຍະຜ່ານມາຄະນະພັກ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ-ພະນັກງານຂອງຕົນໃນການປະຕິບັດໜ້າທີ່ວຽກງານຕາມ 5 ດ້ານ ຄື: ດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ ແລະ ນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງ ໂດຍສະເພາະ ໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກດ້ວຍການນຳເອົາບັນດາແນວທາງນະໂຍບາຍຂອງພັກ, ບັນດາມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍ ແລະ ລະບຽບການຂອງລັດ ມາເຊື່ອມຊຶມໃຫ້ສະມາຊິກພັກ-ພະນັກງານເປັນແຕ່ລະໄລຍະຢ່າງເປັນປົກກະຕິ, ຄະນະພັກ, ສະມາຊິກພັກ-ພະນັກງານ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ຮູ້ຈໍາແນກມິດ-ສັດຕູຢ່າງຈະແຈ້ງ, ມີສະຕິຕໍ່ການຈັດຕັ້ງ, ມີສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ມີຄວາມສາມັກຄີ, ຫ້າວຫັນ, ບຸກບືນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ ກໍ່ຄືວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ ແລະ ມີຜົນສຳເລັດຕາມແຜນການທີ່ວາງໄວ້.
ສັງລວມຜົນຂອງການຕີລາຄາປະເມີນສະມາຊິກພັກ ແລະ ໜ່ວຍພັກ ເຫັນວ່າມີສະມາຊິກພັກແຂງ 22 ສະຫາຍ ຍິງ 14 ສະຫາຍ, ກວມເອົາ 100%, ໜ່ວຍພັກມີຄະແນນລວມ 9,5 ຄະແນນ, ຈັດປະເພດ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. ໃຫ້ກຽດຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍສະຫາຍ ທອງສະຫວັນ ວົງສຳພັນ ແລະ ຮັບໂດຍ ສະຫາຍ ສີທົນ ແສງພະຈັນ.
ໃນໂອກາດນີ້, ຍັງໄດ້ຈັດພິທີປະກາດການຈັດຕັ້ງ, ຊຶ່ງທ່ານ ເພັດສະໝອນ ກ່ຳບຸນລ້ຽງ ເລຂາໜ່ວຍພັກ ຮອງຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ນາງ ມະນີຈັນ ທຳມະໂຄດ ຄະນະໜ່ວຍພັກ ຫົວໜ້າຂະແໜງບໍລິຫານ ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງວຽງຈັນ.
(ພາບ-ຂ່າວ: ບຸນມາ ແກ້ວບຸດດາ)