ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະບໍລິຫານງານພັກກອງບັນຊາການ, ຄະນະພັກ-ຄະນະບັນຊາ 6 ຫ້ອງ, 2 ກອງພັນນ້ອຍ, ໂຮງຮຽນ, ໂຮງໝໍ, ກອງຮ້ອຍເອກກະລາດ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ສີນວນ ອິນທະສອນ ຫົວໜ້າພະແນກຈັດຕັ້ງພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການຮັບຮອງເປັນຫນ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023. ຄະນະປະຈໍາພັກແຂວງ ຕົກລົງ ເຫັນດີຮັບຮອງເອົາບັນດາໜ່ວຍພັກທີ່ຂຶ້ນກັບອົງຄະນະພັກກອງບັນຊາການທະຫານແຂວງ ເປັນໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2023 ມີຈໍານວນທັງໝົດ 37 ໜ່ວຍພັກ.ເປັນກຽດມອບໂດຍ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ພ້ອມຄະນະຢ່າງສົມກຽດ.
ທ້າຍພິທີ ສະຫາຍ ພົນຈັດຕະວາ ບຸນມີ ພາມີໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ສ້າງມາໄດ້ໃນໄລຍະຜ່ານມາຂອງບັນດາໜ່ວຍພັກທົ່ວທະຫານແຂວງບໍ່ແກ້ວ ແລະ ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ຄະນະພັກ-ຄະນະບັນຊາ, ສະມາຊິກພັກ ຈົ່ງເພີ່ມທະວີຄວາມສາມັກຄີກັນໃຫ້ເປັນປຶກແຜ່ນແໜ້ນ ໜາພາຍໃນໜ່ວຍພັກ, ຕັ້ງໜ້າປະກອບສ່ວນເຮັດວຽກງານທີ່ໄດ້ຮັບມອບໝາຍຈາກຂັ້ນເທິງ, ຕ້ອງໄດ້ຍົກສູງນໍ້າໃຈຄວາມຮັບຜິດຊອບໜ້າທີ່ການເມືອງພາຍໃນໜ່ວຍພັກໃຫ້ສູງ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກບຸກຄົນຮັບຜິດຊອບຢ່າງຈະແຈ້ງ ແລະ ແທດເໝາະກັບຄວາມຮູ້ຄວາມສາມາດຕົວຈິງຂອງພະນັກງານສະມາຊິກພັກ-ນັກຮົບ, ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານ, ສ້າງແບບແຜນວິທີເຮັດວຽກໃຫ້ມີລັກສະນະນໍາໜ້າ, ແບບແຜນນໍາພາທີ່ທັນສະໄໝ, ເອົາໃຈໃສ່ຕັ້ງໜ້າເຝືກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນສົມບັດ-ສິນທຳປະຕິວັດ, ທັດສະນະແນວຄິດຫຼັກໝັ້ນ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດກົດລະບຽບຂອງພັກ, ຂອງກອງທັບຢ່າງເຂັ້ມງວດ ແລະ ມີແບບແຜນດຳລົງຊີວິດ ປອດໃສ ຂາວສະອາດ, ເພື່ອພ້ອມກັນກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃຫ້ໄດ້ຫຼາຍສະໄໝຕິດຕໍ່ກັນ.
(ຂ່າວ: ວໍລະສິດ ພິດສະຫາຍ).