ໃນຕອນເຊົ້າວັນທີ 9 ຕຸລານີ້, ພະແນກສຶກສາທິການ ແລະ ກິລາ (ສກຂ) ແຂວງເຊກອງ ໄດ້ຈັດກິດຈະກໍາຍ່າງເພື່ອສຸຂະພາບ ໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024), ໂດຍມີທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີທ່ານຮອງເຈົ້າແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຄະນະພັກ-ຄະນະບັນຊາ ປກຊ-ປກສ ແຂວງ, ພະນັກງານ-ລັດຖະກອນ, ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກ ສກຂ ເຊກອງ ກ່າວວ່າ: ການຈັດກິດຈະກຳຍ່າງເພື່ອສຸຂະພາບຄັ້ງນີ້, ແມ່ນເພື່ອຂໍານັບຊົມເຊີຍ ແລະ ສະເຫຼີມສະຫຼອງວັນຄູແຫ່ງຊາດທີ່ໄດ້ໝູນວຽນມາບັນຈົບ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ພ້ອມທັງ ເປັນການໂຄສະນາປຸກລະດົມ-ປູກຈິດສໍານຶກໃຫ້ທົ່ວສັງຄົມໄດ້ຖືສຳຄັນ ແລະ ຍົກສູງບົດບາດຂອງຄູ-ອາຈານ ກໍຄືປະກອບສ່ວນເຂົ້າໃນການພັດທະນາວຽກງານສຶກສາ ແລະ ກິລາ ຂອງແຂວງໃຫ້ໄດ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.
ການຍ່າງເພື່ອສຸຂະພາບຄັ້ງນີ້, ແມ່ນເລີ່ມແຕ່ສວນ 25 ປີ ຍ່າງໄປຕາມເສັ້ນທາງໜ້າຫ້ອງການບໍລິສັດລາວໂທລະຄົມ ໄປຫາ ສີ່ແຍກຕະຫຼາດ (ສູນການຄ້າແຂວງເຊກອງ) ອອກໄປຫາ ສີ່ແຍກໂຮງຮຽນ ມໍສ ແຂວງ ແລ້ວກັບຄືນສູ່ຈຸດເລີ່ມຕົ້ນ ລວມໄລຍະທາງປະມານ 3 ກິໂລແມັດ.
(ຂ່າວ-ພາບ: ອັດສະວິນ)