ພະແນກສຶກສາທິການ ແລະ ກິລາແຂວງ (ສກຂ) ເຊກອງ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 30 ປີ (7 ຕຸລາ 1994-7 ຕຸລາ 2024) ຂຶ້ນໃນວັນທີ 9 ຕຸລານີ້, ທີ່ສະໂມສອນແຂວງ ໂດຍມີທ່ານ ເຫຫຼັກໄຫຼ ສີວິໄລ ເຈົ້າແຂວງເຊກອງ, ມີບັນດາການນໍາ-ອາດີດການນໍາຂອງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກ, ຫ້ອງການ, ອົງການທຽບເທົ່າ, ພະນັກງານບໍານານ, ພະເຖຣາ-ນຸເຖຣະ, ຄູ-ອາຈານ ຕະຫຼອຮອດນ້ອງນັກຮຽນ-ນັກສຶກສາ ເຂົ້າຮ່ວມ.
ໃນພິທີ, ທ່ານ ຄຳໄພ ສິມມາວັດ ຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍສໍາຄັນ ຂອງຄູທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດການຕໍ່ສູ້ກູຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງລະອິດລະອ້ຽວ ໂດຍສະເພາະປະຫວັດຄວາມເປັນມາຂອງນາຍຄູຄຳ ຊຶ່ງເປັນຕົ້ນກຳເນີດທີ່ພາໃຫ້ມີວັນທີ 7 ຕຸລາ (ວັນຄູແຫ່ງຊາດ).
ການຈັດສະເຫຼີມສະຫຼອງຄັ້ນີ້, ກໍເພື່ອເປັນການປຸກລະດົມ-ປູກຈິດສຳນຶກໃຫ້ພະນັກງານຄູ-ອາຈານ ກໍຄືນັກຮຽນ-ນັກສຶກສາ ຮັບຮູ້-ເຂົ້າໃຈ, ສຶກສາຄົ້ນຄວ້າຮໍ່າຮຽນ ແລະ ນໍາເອົາບົດຮຽນອັນລ້ຳຄ່າ ເຂົ້າໝູນໃຊ້ໃນການດໍາລົງຊີວິດ ແລະ ການປະຕິບັດໜ້າທີ່ວຽກງານຂອງຕົນ ເພື່ອແນໃສ່ເຮັດໃຫ້ວຽກງານຖືກມອບໝາຍໄດ້ຮັບການພັດທະນາດີຂຶ້ນ.
ທ່ານ ຖາວອນ ພົມມະໄລລຸນ ອາດີດຮອງເຈົ້າແຂວງເຊກອງ ໄດ້ຍົກໃຫ້ເຫັນປະຫວັດການເຕີບໃຫຍ່ຂະຫຍາຍຕົວ, ການເຄື່ອນໄຫວ ແລະ ການພັດທະນາວຽກງານການສຶກສາທິການ ແລະ ກິລາຢູ່ແຂວງເຊກອງ ນັບແຕ່ອະດີດຈົນເຖິງປັດຈຸບັນ ແມ່ນໄດ້ຮັບການເອົາໃຈໃສ່ພັດທະນາ ຈາກພັກ-ລັດຖະບານ ກໍຄືຄະນະພັກ-ອົງການປົກຄອງແຂວງ ເຮັດໃຫ້ວຽກງານການສຶກສາ ແລະ ກິລາ ໃນທົ່ວແຂວງນັບມື້ພັດທະນາດີຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ.
ໃນໂອກາດນີ້, ກໍໄດ້ມອບນາມມະຍົດພັດທະນາດີເດັ່ນ ຂັ້ນກະຊວງສຶກສາທິການ ແລະ ກິລາ ແລະໃບຍ້ອງຍໍເຈົ້າແຂວງໃຫ້ຜູ້ທີ່ມີຜົນງານດີເດັ່ນຮອບດ້ານ ປະຈຳປີ 2023-22024.
(ຂ່າວ-ພາບ: ອັດສະວິນ)