ເມື່ອບໍ່ດົນຜ່ານມານີ້, ທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ (ສນຊ) ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານແນວລາວສ້າງຊາດ ຢູ່ 2 ເມືອງ ຂອງແຂວງສະຫວັນນະເຂດ ຄື: ນະຄອນໄກສອນພົມວິຫານ ແລະ ເມືອງເຊໂປນ; ເພື່ອລົງຊຸກຍູ້ວຽກງານແນວລາວສ້າງຊາດ ໂດຍສະເພາະແມ່ນ ການກະກຽມດໍາເນີນກອງປະຊຸມໃຫຍ່ຂອງແນວລາວສ້າງຊາດ ຂັ້ນແຂວງ ແລະ ຂັ້ນເມືອງ, ກະກຽມສະເຫຼີມສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: ວັນຊາດ ຄົບຮອບ 50 ປີ (2/12/1975-2/12/2025), ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920-13/12/2025) ແລະ ມີຄໍາເຫັນຕໍ່ບົດບາດຂອງວຽກງານແນວໂຮມໃນໄລຍະໃໝ່; ນອກຈາກນີ້, ຄະນະຍັງໄດ້ລົງຢ້ຽມຢາມ ແລະ ມອບຄອມພີວເຕີ ຈໍານວນ 2 ຊຸດ ໃຫ້ແກ່ຫໍສະໝຸດ ເມືອງ ເຊໂປນ ເພື່ອນໍາໃຊ້ໃນວຽກງານບໍລິຫານຫໍສະໝຸດ; ພ້ອມກັນນັ້ນ ຍັງໄດ້ຮັບເອົາຄໍາສະເໜີຂອງ 2 ເມືອງດັ່ງກ່າວເພື່ອນໍາມາຄົ້ນຄວ້າຕໍ່ຄະນະປະຈໍາສູນກາງແນວລາວສ້າງຊາດ ເຊັ່ນ: ສະເໜີຂໍງົບປະມານໃນການລົງເຄື່ອນໄຫວທ້ອງຖິ່ນ ເພີ່ມຕື່ມ, ພາຫະນະຮັບໃຊ້ ແລະ ອຸປະກອນໄອທີ ທີ່ມີຄວາມຈໍາເປັນໃນການເຮັດວຽກປະຈໍາວັນ.
ຈາກນັ້ນ, ຄະນະກໍໄດ້ລົງໄປຢ້ຽມຢາມກອງທຶນບ້ານສາມັກຄີພັດທະນາແນວລາວສ້າງຊາດ ບ້ານ ດົງຄໍາໝື່ນ ເມືອງຈໍາພອນ. ການເຄື່ອນໄຫວວຽກງານກອງທືນໃນໄລຍະ 5 ປີ ຜ່ານມາ (2019-2024) ເຫັນວ່າ: ການເຄື່ອນໄຫວວຽກງານກອງທືນ ຂອງບ້ານ ດົງຄໍາໝື່ນ ສາມາດຊຸກຍູ້ໃຫ້ຊາວກະສິກອນປະຊາຊົນພາຍໃນບ້ານ ແລະ ເມືອງໃນການທໍາການຜະລິດຂະຫຍາຍຕົວຂຶ້ນກວ່າເກົ່າ; ຈາກນັ້ນ, ຍັງໄດ້ໄປຢ້ຽມຢາມພື້ນຖານການຜະລິດ ຈໍານວນໜຶ່ງເຊັ່ນ: ບໍລິສັດ ຊັນເປັບເປິໂຮນດິງ ທີ່ເມືອງ ເຊໂປນ ແລະ ໂຮງງານຜະລິດນໍ້າດື່ມ - ນໍ້າກ້ອນໂລມາຄໍາ.
(ແຫຼ່ງຂ່າວ: ສນຊ)