ທ່ານ ລິນຄໍາ ດວງສະຫວັນລັດຖະມົນຕີກະຊວງກະສີກໍາ ແລະ ປ່າໄມ້ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນໂອກາດ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປີ 2024ໃນຕອນເຊົ້າວັນທີ11ຕຸລານີ້ ວ່າ:
ຄວາມທຸກຍາກ ແລະ ໄພອຶດຫີວ ໄດ້ເປັນບັນຫາໃຫຍ່ຂອງໂລກ ມາເປັນເວລາຫຼາຍສະຕະວັດແລ້ວ ຊຶ່ງ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ໄດ້ກຳນົດເອົາ ວັນທີ 16 ຕຸລາ ຂອງທຸກໆປີ ເປັນວັນອາຫານໂລກ ເລີ່ມແຕ່ປີ 1980 ແລະ ໄດ້ກໍານົດເອົາ ວັນທີ 17 ຕຸລາ ເປັນວັນສາກົນ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ປີ 1992 ເປັນຕົ້ນມາ. ລັດຖະບານ ແຫ່ງ ສປປ ລາວ ເຫັນໄດ້ຄວາມສຳຄັນ ຂອງວຽກງານ ດັ່ງກ່າວ, ກໍໄດ້ກຳນົດເອົາ ວັນທີ 17-24 ຕຸລາ ຂອງທຸກໆປີ ເປັນ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ເລີ່ມແຕ່ ປີ 2003 ເປັນຕົ້ນມາ.
ດັ່ງນັ້ນ, ການໂຮມຊຸມນຸມ ແລະ ລະລຶກເຖິງ 2 ວັນດັ່ງກ່າວ ແມ່ນມີຄວາມໝາຍ ຄວາມສຳຄັນ ບໍ່ສະເພາະແຕ່ ແນໃສ່ປູກຈິດສຳນຶກ ແລະ ສ້າງຄວາມຮັບຮູ້ ໃຫ້ປະຊາຊົນໃນທົ່ວໂລກ ໄດ້ເຂົ້າໃຈເຖິງຄວາມທຸກຍາກ ແລະ ໄພອຶດຫີວ, ແຕ່ຍັງແມ່ນເພື່ອໃຫ້ມີກຳລັງໃຈ, ມີຄວາມກ້າຫານ ແລະ ມີຄວາມສາມາດບືນຕົວອອກຈາກຄວາມທຸກຍາກ ແລະ ໄພອຶດຫີວ, ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນ ມີສ່ວນຮ່ວມໃນການຜະລິດສະບຽງອາຫານໃຫ້ຫຼາກຫຼາຍ, ມີປະສິດທິພາບ ແລະ ຍືນຍົງ.
ດັ່ງນັ້ນ, ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ຂ້າພະເຈົ້າຕາງໜ້າໃຫ້ກະຊວງກະສິກໍາ ແລະ ປ່າໄມ້ຂໍແຈ້ງຂ່າວກ່ຽວກັບການສະເຫຼີມສະຫຼອງວັນອາຫານໂລກທີ່ໄດ້ບັນຈົບຄົບຮອບ 44 ປີ ໃນປີ2024ນີ້, ລະນຶກເຖິງ ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ດັ່ງກ່າວຊຶ່ງພິທີສະເຫຼີມສະຫຼອງ ແລະ ລະລຶກເຖິງ ຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 23 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ, ພາຍໃຕ້ຄໍາຂວັນ:
“ສິດໃນການເຂົ້າເຖິງອາຫານ ເພື່ອຊີວິດ ແລະ ອະນາຄົດທີ່ດີຂຶ້ນ ເພື່ອໃຫ້ພວກເຮົາພ້ອມກັນກ້າວໄປ”
ຂ້າພະເຈົ້າຂໍຕາງໜ້າໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ໃນນາມເປັນເຈົ້າພາບ ຈັດພິທີສະເຫຼີມສະຫຼອງຢ່າງເປັນທາງການໃນປີນີ້ ກໍຄື ຄະນະຮັບຜິດຊອບຈັດງານທັງໝົດ ຂໍຖືໂອກາດນີ້ຮຽກຮ້ອງມາຍັງບັນດາທ່ານ ທົ່ວພັກທົ່ວລັດທົ່ວປວງຊົນລາວທັງຊາດ ຕະຫຼອດຮອດບັນດາຄູ່ຮ່ວມພັດທະນາຕ່າງໆຢູ່ ສປປ ລາວ ຈົ່ງພ້ອມກັນເປັນເຈົ້າການສະເຫຼີມສະຫຼອງ ວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກໃນປີນີ້ ໃຫ້ເປັນຂະບວນຟົດຟື້ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ໃຫ້ປະສົບຜົນສໍາເລັດຕາມລະດັບຄາດໝາຍ ກໍຄືການຮ່ວມກັນ ຈັດຕັ້ງປະຕິບັດວຽກງານ ການຜະລິດສະບຽງອາຫານ ເພື່ອຄໍ້າປະກັນດ້ານສະບຽງອາຫານ ແລະ ເພື່ອເປົ້າໝາຍການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັບປະກັນໃຫ້ທຸກຄົນສາມາດເຂົ້າເຖິງອາຫານທີ່ມີໂພຊະນາການ ຢ່າງມີປະສິດທິພາບ ແລະ ຍືນຍົງ.
ຂ່າວ-ພາບ:ພູວຽງຄຳ