ເມື່ອບໍ່ດົນມານີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການນະຄອນ ຫຼວງພະບາງ ໄດ້ຈັດກອງປະຊຸມ ລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມ ການດຳເນີນກອງປະຊຸມໃຫຍ່ ອົງຄະນະພັກນະຄອນ ຫຼວງພະບາງ ຄັ້ງທີ 8, ມີສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຫຼວງພະບາງ, ມີຫົວໜ້າ-ຮອງຫົວໜ້າພະແນກການຂອງແຂວງ, ຄະນະບໍລິຫານງານພັກນະຄອນ, ຫົວໜ້າຫ້ອງການອ້ອມຂ້າງນະຄອນເຂົ້າຮ່ວມ.
ສະຫາຍ ວຽງທອງ ຫັດສະຈັນ ກຳມະການປະຈຳພັກແຂວງ ເລຂາຄະນະບໍລິຫານງານພັກນະຄອນ ເຈົ້ານະຄອນ ຫຼວງພະບາງ ໄດ້ລາຍງານຄວາມຄືບໜ້າ ການກະກຽມດຳເນີນກອງປະຊຸມໃຫຍ່ ຂອງນະຄອນ ແລະ ການຮ່າງບັນດາເອກະສານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ 8, ຊຶ່ງໄດ້ໃຫ້ຮູ້ເຖິງຈຸດພິເສດສະພາບລວມຂອງນະຄອນ ແລະ ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ທີ່ໄດ້ຮັບການສະນັບສະໜູນຈາກສັງຄົມ ເພື່ອກະຕຸ້ນໃຫ້ເສດຖະກິດມີການຂະຫຍາຍຕົວ ແລະ ມີທ່າອ່ຽງດີຂຶ້ນ 6.5% ຕໍ່ປີ ລວມຍອດຜະລິດຕະພັນສັງຄົມໃນທົ່ວນະຄອນ ບັນລຸເຖິງ 2,911 ຕື້ກວ່າກີບຕໍ່ປີ, ສະເລ່ຍລາຍຮັບໄດ້ 29 ລ້ານກວ່າກີບ ຫຼື ເທົ່າ 1,354 ໂດລ່າຕໍ່ຄົນຕໍ່ປີ. ສ່ວນບາດກ້າວໃນການກະກຽມການລົງກໍ່ສ້າງຮາກຖານ ຄະນະປະຈຳພັກນະຄອນ ຫຼວງພະບາງ ໄດ້ແຕ່ງຕັ້ງພະນັກງານຫຼັກແຫຼ່ງທົ່ວນະຄອນ ລົງກໍ່ສ້າງຮາກຖານການເມືອງລວມທັງໝົດ 169 ສະຫາຍ ຍິງ 33 ສະຫາຍ. ຈາກນັ້ນ, ຄະນະນຳຂັ້ນແຂວງ ໄດ້ປະກອບຄຳເຫັນຂອງແຕ່ລະໜ້າວຽກ ເພື່ອໃຫ້ການຂຽນຮ່າງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ ເຕັມໄປດ້ວຍເນື້ອໃນຄົບຖ້ວນສົມບູນ ເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ຂອງອົງຄະນະພັກນະຄອນ ຫຼວງພະບາງ ທີ່ຈະມາເຖິງໃນມໍ່ໆນີ້ສຳເລັດລົງດ້ວຍຄວາມຈົບງາມ.
(ຂ່າວ: ສົມພອນ)