ຄະນະພົວພັນຕ່າງປະເທດສູນກາງພັກ(ຄຕພ) ໄດ້ຈັດກອງປະຊຸມປາຖະກະຖາວັນປະກາດເອກະລາດ ແລະ ວັນການທູດລາວ ຄົບຮອບ 79 ປີ (12 ຕຸລາ 1945-12 ຕຸລາ 2024)ໃນວັນທີ 11ຕຸລານີ້ ທີ່ຄຕພ, ເຂົ້າຮ່ວມພິທີໃນຄັ້ງນີ້ມີບັນດາສະຫາຍຄະນະພັກ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການຂອງຄຕພເຂົ້າຮ່ວມ.
ໃນພິທີ,ສະຫາຍ ເກີລໍ່ ຢາງກໍ່ກໍາມະການຄະນະພັກ ຫົວໜ້າກົມຈັດຕັ້ງ-ພະນັກງານໄດ້ຫວນຄືນມູນເຊື້ອອັນພິລະອາດຫານໃນຂະບວນການຕໍ່ສູ້ຂອງ ປະຊາຊົນລາວ ຕ້ານການຮຸກຮານຂອງ ຈັກກະພັດຕ່າງດ້າວ ພາຍໃຕ້ການນໍາພາຂອງວິລະຊົນ, ວິລະບູລຸດຜູ້ເກັ່ງກ້າ ໃນໄລຍະທີ່ບໍ່ທັນມີພັກນໍາພາ ແລະ ການຕໍ່ສູ້ກູ້ຊາດຕ້ານພວກລ່າເມືອງຂຶ້ນ ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ ເລີ່ມແຕ່ປີ 1930 ແລະ ພາຍຫຼັງທີ່ໄດ້ສ້າງຕັ້ງອົງຄະນະພັກແຄ້ວນລາວ ເຮັດໃຫ້ການຕໍ່ສູ້ຂອງປະຊາຊົນລາວ ຍາດໄດ້ໄຊຊະນະຢ່າງເນື່ອງນິດລຽນຕິດຈົນສາມາດ ປະກາດເອກະລາດຕໍ່ຊາວໂລກໃນວັນທີ 12 ຕຸລາ 1945. ຫຼັງຈາກນັ້ນ, ສະຫາຍ ບຸນຍາເດດ ໄຊຍະວົງ ກຳມະການຄະນະພັກ ຫົວໜ້າຫ້ອງການຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ສືບຕໍ່ເຜີຍແຜ່ວັນສ້າງຕັ້ງການທູດລາວ ທີ່ເປັນຈຸດເລີ່ມຕົ້ນ ຂອງການກໍານົດແນວທາງນະໂຍບາຍການຕ່າງປະເທດທີ່ຖືກຕ້ອງ ແລະ ປະດິດສ້າງຂອງພັກເຮົາ, ປະກອບສ່ວນສໍາຄັນເຂົ້າໃນພາລະກິດການຕໍ່ສູ້ປົດປ່ອຍຊາດ, ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມ ຕະຫຼອດໄລຍະ 79 ປີຜ່ານມາ. ໃນປັດຈຸບັນ ພັກເຮົາໄດ້ມີການເປີດກວ້າງການພົວພັນກັບບັນດາພັກການເມືອງ ຈໍານວນ 141 ພັກ ແລະ ມີສາຍພົວພັນການທູດ ກັບ 150 ປະເທດ.
ໃນວັນດຽວກັນ, ຄຕພ ກໍໄດ້ຈັດພິທີປະກາດພະນັກງານເຂົ້າຮັບອຸດໜູນ-ບຳນານ ຈຳນວນ 3 ສະຫາຍ ແລະ ປະກາດການຈັດຕັ້ງຂັ້ນຮອງຫົວໜ້າກົມ ຈຳນວນ 2 ສະຫາຍ, ໂດຍການໃຫ້ກຽດເປັນປະທານຂອງສະຫາຍ ທອງສະຫວັນ ພົມວິຫານ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ. ໃນພິທີ ສະຫາຍ ເກີລໍ່ ຢາງກໍ່ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການອະນຸມັດໃຫ້ ສະຫາຍ ນາງ ມະນີລາສົມບັນດິດ ອະດີດຫົວໜ້າກົມອາຊີ-ປາຊີຟິກ ແລະ ອາຟຣິກາ ອະດີດຫົວໜ້າກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳ ສປຈີນ ທີ່ນະຄອນຄຸນໝິງເຂົ້າຮັບອຸດໜູນ-ບຳນານ, ຜ່ານຂໍ້ຕົກລົງຂອງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ສະຫາຍ ໄຊປະເສີດ ສຸຂະທຳມະວົງ ຮອງຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ສະຫາຍ ນາງ ວາດສະໜາ ພອນທິບ ຫົວໜ້າພະແນກກົມເອີຣົບ-ອາເມຣິກາ ເຂົ້າຮັບອຸດໜູນ-ບຳນານຕາມກົດໝາຍ ແລະ ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ທອງດົມ ອິນທະພົນ ເປັນຮອງຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ ແລະ ແຕ່ງຕັ້ງ ສະຫາຍ ນາງ ສຸກສະຫວັນ ແກ້ວວິໄລວັນ ເປັນຮອງຫົວໜ້າກົມຈັດຕັ້ງ-ພະນັກງານ.
ໃນຕອນທ້າຍ, ສະຫາຍ ທອງສະຫວັນ ພົມວິຫານໄດ້ໂອ້ລົມຕໍ່ພິທີດັ່ງກ່າວໂດຍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ແລະ ຜົນສໍາເລັດຂອງບັນດາສະຫາຍພະນັກງານບຳນານໃນການປະກອບສ່ວນເຂົ້າໃນວຽກງານການເຄື່ອນໄຫວຕ່າງປະເທດຂອງພັກຕະຫຼອດໄລຍະຜ່ານມາ. ພ້ອມທັງໃຫ້ສືບຕໍ່ເປັນແບບຢ່າງທີ່ດີ ໃນການດໍາລົງຊີວິດໃນສັງຄົມ, ສ້າງເສດຖະກິດຄອບຄົວຖືກຕ້ອງຕາມກົດໝາຍ; ສໍາລັບພະນັກງານທີ່ໄດ້ຮັບການເລື່ອນຕໍາແໜ່ງບໍລິຫານໃຫ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຕາມພາລະບົດບາດ ຮັບປະກັນການເປັນເສນາທິການ ໃຫ້ແກ່ຄະນະພົວພັນຕ່າງປະເທດສູນກາງພັກ.
(ຂ່າວ-ພາບ: ແສງຈັນ)