ວັນທີ 11 ຕຸລານີ້ ທີ່ສະໜາມກິລາແຂວງອຸດົມໄຊ, ອົງການການປົກຄອງແຂວງ ສົມທົບກັບ ປກສ ແຂວງ ແລະ ພາກສ່ວນຕ່າງໆ ພາຍໃນແຂວງ ໄດ້ຈັດພິທີຈູດທຳລາຍຢາເສບຕິດ ເນື່ອງໃນໂອກາດ ວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ (12 ຕຸລາ 2001-12 ຕຸລາ 2024) ໂດຍມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ ປະທານຄະນະກຳມະການຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ຂັ້ນແຂວງ, ມີເຈົ້າໜ້າທີ່ ປກຊ, ປກສ, ພະແນກການ, ອົງການ, ພາກສ່ວນທຸລະກິດ, ນັກສຶກສາ ຕະຫຼອດຮອດມວນຊົນພາຍໃນເທດສະບານແຂວງເຂົ້າຮ່ວມ.
ທ່ານ ພັທ ບຸນຮັກ ໄຊຍະຕິ ຫົວໜ້າຫ້ອງຕຳຫຼວດ, ກອງບັນຊາການ ປກສ ແຂວງ ລາຍງານວ່າ: ຢາເສບຕິດທີ່ນຳມາຈູດທຳລາຍຄັ້ງນີ້, ແມ່ນຢາເສບຕິດ ທີ່ສານປະຊາຊົນແຂວງໄດ້ຕັດສິນສຳເລັດແລ້ວ ໃນນັ້ນ ມີ: ເຮໂຣອິນ ນໍ້າໜັກ 752.3 ກຣາມ; ຢາບ້າ ຈຳນວນ 10,526,853 ເມັດ, ນໍ້າໜັກ 1,190 ກິໂລກຣາມ, ແປ້ງຝຸ່ນ ນ້ຳໜັກ 7.1 ກີໂລກຣາມ, ກາເຟອິນ ນໍ້າໜັກ 5.8 ກິໂລກຣາມ, ຢາຝິ່ນ ນໍ້າໜັກ 354.5 ກຣາມ; ຢາສູບໄຟຟ້າ 25 ກອກ ເພື່ອນໍາມາທໍາລາຍຖິ້ມ ຕາມລະບຽບກົດໝາຍ.
ການຈູດທຳລາຍຢາເສບຕິດໄດ້ຍົກໃຫ້ຮູ້ເຖິງ ສະພາບການລະບາດຂອງຢາເສບຕິດທີ່ແຜ່ລາມຢ່າງກ້ວາງຂວາງ ຈາກຕົວເມືອງໄປສູ່ຊົນນະບົດ ໃນລະດັບທີ່ແຕກຕ່າງກັນ ກາຍເປັນໄພອັນຕະລາຍຄຸກຄາມເຖິງຄວາມໝັ້ນຄົງຂອງຊາດ, ບ້ານ, ເມືອງ ແລະ ສັງຄົມ ທັງເປັນອຸປະສັກ ກົດໜ່ວງຖ່ວງດຶງການສ້າງສາພັດທະນາປະເທດຊາດ ນຳຄວາມເສຍຫາຍມາສູ່ຄອບຄົວ, ຄົນຮຸ່ນສືບທອດ ແລະ ປະຊາຊົນລາວບັນດາເຜົ່າ.
ໂອກາດນີ້, ບໍລິສັດ ລາວ-ຈີນ ເຮິງຊິນ ພັດທະນາກະສິກຳ ຈຳກັດ ຍັງໄດ້ມອບເງິນ ຈໍານວນ 10 ລ້ານກີບ ເພື່ອປະກອບສ່ວນແກ່ພິທີທຳລາຍຢາເສບຕິດ ແລະ ແຂວງອຸດົມໄຊ ກໍໄດ້ມອບໃບຍ້ອງຍໍ ຂອງທ່ານເຈົ້າແຂວງ ໃຫ້ບັນດາຫົວໜ່ວຍຜູ້ປະກອບການທີ່ປະກອບສ່ວນ ວັດຖຸ-ປັດໃຈ, ເງິນສົດ ຊ່ວຍໃນການຈູດທຳລາຍຢາເສບຕິດຕຶ່ມອີກ.
(ຂ່າວ: ຄຳພັນ ແກ້ວມະນີ)