ທ້າຍອາທິດຜ່ານມາ, ທ່ານ ວັນນະສັກ ຊາດຕະກູນ ເຈົ້າເມືອງມຸນລະປາໂມກ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງພາຍໃນເມືອງ ໄດ້ລົງຕິດຕາມຊຸກຍູ້ຂະບວນການຜະລິດ ຂອງກຸ່ມຜະລິດປູກພຶດເປັນສິນຄ້າຢູ່ 2 ກຸ່ມຄື: ກຸ່ມບ້ານໄໝ່ ແລະ ກຸ່ມບ້ານດອນນາງລອຍ (ຈຸດດອນພວນ), ພາຍຫຼັງໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ, ພ້ອມທັງມອບແນວພັນພຶດ ມູນຄ່າ 12,800,000 ກີບ ໃຫ້ກຸ່ມຜະລິດດັ່ງກ່າວ ຊຶ່ງມີ 6 ແນວພັນຄື: ແນວພັນສາລີຂາວເຂົ້າໜຽວ, ສາລີເຫຼືອງຫວານສາຍນ້ຳເຜີ້ງ, ຖົ່ວຝັກຍາວ,ໝາກແຕງ, ໝາກເຜັດ ແລະ ໝາກເຂືອ. ກຸ່ມຜະລິດປູກພຶດເປັນສິນຄ້າ ບ້ານໃໝ່ ແລະ ບ້ານດອນນາງລອຍ ມີທັງໝົດ 25 ຄອບຄົວ, ມີເນື້ອທີປູກ 25.70 ເຮັກຕາ, ສະເລ່ຍລາຍຮັບຂອງແຕ່ລະຄອບຄົວທີ່ໄດ້ຈາກການຂາຍຜົນຜະລິດ 35-40 ລ້ານກີບຕໍ່ຄອບຄົວຕໍ່ປີ.
ໃນການລົງຕິດຕາມຊຸກຍູ້ຂະບວນການຜະລິດຄັ້ງນີ້, ທ່ານເຈົ້າເມືອງໄດ້ຮັບຟັງການລາຍງານ ຂອງຫົວໜ້າກຸ່ມຜະລິດປູກພືດເປັນສິນຄ້າແຕ່ລະກຸ່ມ ຊຶ່ງມີທັງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ຜົນກະທົບ, ສິ່ງທ້າທາຍ ຈາກສັດຕູພືດ ແລະ ໄພທຳມະຊາດທີ່ເກີດຂຶ້ນໃນການຜະລິດ, ພ້ອມນັ້ນທ່ານ ພູວອນ ອຸດົມສຸກ ຫົວໜ້າຫ້ອງການກະສີກຳ ແລະ ປ່າໄມ້ເມືອງ ກໍໄດ້ແນະນຳ ວິທີການປ້ອງກັນຈາກສັດຕູພຶດ, ເຕັກນິກ ແລະ ການບົວລະບັດຮັກສາ, ວິທີການໃສ່ຝຸ່ນ, ພ້ອມທັງແນະນຳວິທີການຮັບມືກັບທຳມະຊາດທີ່ຈະເກີດຂຶ້ນ.
ໃນໂອກາດນີ້, ທ່ານເຈົ້າເມືອງພ້ອມຄະນະ ໄດ້ເບີ່ງການປູກຖົ່ວດິນຂອງພໍ່ແມ່ປະຊາຊົນຊາວບ້ານດອນນາງລອຍທີ່ເປັນສິນຄ້າ ສ້າງລາຍຮັບຫຼາຍລ້ານກີບຕໍ່ປີຕື່ມອີກ.
(ຂ່າວ-ພາບ: ນ ໜູລີ່ ຊາພັກດີ)