ໃນຕອນຄໍ່າຂອງວັນທີ 13 ຕຸລາຜ່ານມານີ້, ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດງານປະກວດນັກຮ້ອງສຽງດີ ແລະ ສະແດງສິລະປະວັນນະຄະດີໃນງານເທດສະການບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ ພສ 2567 ຄສ 2024 ທີ່ເດີ່ນຜາມໄຊບ້ານປົ່ງ ເມືອງດັ່ງກ່າວໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ເສນ ພັນລັກ ວ່າການເຈົ້າເມືອງໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງອ້ອມຂ້າງເມືອງ, ຕະຫຼອດຮອດພໍ່ແມ່ປະຊາຊົນຊາວເມືອງໄຊຍະບູລີເຂົ້າຮ່ວມຊົມ.
ໃນພິທີ, ທ່ານ ນາງ ພິລາວັນ ອົງແກ້ວ ຮອງເຈົ້າເມືອງ ໄດ້ກ່າວເປີດງານປະກວດຢ່າງເປັນທາງການບາງຕອນທ່ານກ່າວວ່າ: ເພື່ອເປັນການສືບຕໍ່ອານຸລັກຮັກສາສຽງຂັບສຽງລໍາ ແລະ ຖ້ອຍທຳນອງເພງທີ່ເປັນເອກະລັກຂອງຊາດ ແລະ ເສີມຂະຫຍາຍວັດທະນະທຳ, ຮີດຄອງປະເພນີອັນດີງາມທີ່ເປັນເອກະລັກຂອງທ້ອງຖິ່ນ, ຂອງຊາວເມືອງໄຊຍະບູລີ ທັງເປັນການປູກຈິດສຳນຶກໃຫ້ອານຸຊົນ, ຊາວໜຸ່ມເຂົ້າໃຈເຖິງສິລະປະວັດທະນະທຳ, ຮີດຄອງປະເພນີ, ວິຖີຊີວິດວັດທະນະທຳຂອງປະຊາຊົນບັນດາເຜົ່າ. ງານປະກວດຄັ້ງນີ້, ປະກອບມີ 2 ປະເພດ, ມີ 22 ລາຍການ. ໃນນີ້ ການສະແດງສິລະປະວັນນະຄະດີມີ 4 ຄະນະ, ມີ 4 ລາຍການ; ມີຜູ້ເຂົ້າຮ່ວມແຂ່ງຂັນຮ້ອງເພງ 18 ຄົນ; ຜ່ານການແຂ່ງຂັນ ທີ 1 ໄດ້ແກ່ ທ້າວ ບຸນນອງ ທະວີສອນ ມາຈາກບ້ານດອນເງິນ ໄດ້ຮັບເງີນສົດ 1 ລ້ານ 5 ແສນກີບ, ທີ 2 ໄດ້ແກ່ ນາງ ນໍ້າທິບ ຈັນທະວົງ ມາຈາກໂຮງຮຽນ ມສ ນາຍາວ ໄດ້ຮັບເງີນສົດ 1 ລ້ານກີບ, ທີ 3 ໄດ້ແກ່ທ້າວ ສີລິວັນ ມະໂນທໍາ ມາຈາກເມືອງພຽງ ໄດ້ຮັບເງີນສົດ 8 ແສນກີບ ແລະ ລາງວັນຊົມເຊີຍ 5 ແສນກີບ; ສ່ວນການສະແດງສິລະປະວັນນະຄະດີແມ່ນຄະນະລະ 1 ລ້ານກີບ.
(ຂ່າວ-ພາບ: ສົມພົງ ສີສະຫວັດ).