ໂດຍ: ວັນເພັງ
ເມື່ອຮອດມື້ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ແມ່ນບຸນອອກພັນສາປະວໍຣະນາ ຊຶ່ງເປັນໜຶ່ງງານບຸນປະເພນີຂອງຊາວພຸດທີ່ມີຄວາມໝາຍສຳຄັນຫຼາຍທາງພຸດທະສາສະໜາ ທັງເປັນບຸນໃນຮີດ 12 ຄອງ 14 ປະເພນີລາວ, ປີນີ້ແມ່ນກົງກັບວັນທີ 17 ຕຸລາ 2024 (ມື້ຂຶ້ນ 15 ຄໍ່າ ເດືອນ 11 ພ.ສ 2567) ແລະ ຍັງເປັນປະເພນີລາວ ທີ່ສືບທອດກັນມາຮອດປັດຈຸບັນ. ກ່ອນຮອດວັນດັ່ງກ່າວຊາວພຸດທະສາສະນິກະຊົນ ກໍໄດ້ຫ້າງຫາກະກຽມເຂົ້າຕົ້ມ, ເຂົ້າໜົມ, ຂອງຫວານ, ຂອງຄາວ ເພື່ອນຳໄປທຳບຸນຖວາຍໃຫ້ພະສົງ-ສາມະເນນ ຢູ່ໃນວັດວາອາຮາມຕ່າງໆ ເພື່ອເປັນສິລິມຸງຄຸນໃຫ້ແກ່ຕົນເອງ ແລະ ຄອບຄົວໃຫ້ມີຄວາມຢູ່ເຢັນເປັນສຸກ ແລະ ອື່ນໆ.
ພະອາຈານ ສິງໄຊ ທໍາມະວົງ (ອະຣິຍະໂພທິ) ຄະນະກໍາມາທິການ ການຕ່າງປະເທດສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ) ທັງເປັນເຈົ້າອະທິການວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ບ້ານໂພນທອງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດນັກຂ່າວໜັງສືພິມ ປະຊາຊົນ ກ່ຽວກັບປະຫວັດຄວາມເປັນມາ ແລະ ຄວາມໝາຍ-ຄວາມສຳ ຄັນຂອງບຸນອອກພັນສາປະວໍຣະນາ ໃນວັນທີ 14 ຕຸລານີ້ວ່າ: ວັນບຸນອອກພັນສາ ຫຼື ວັນມະຫາປະວໍຣະນາ ເປັນວັນທີ່ສໍາຄັນອີກວັນໜຶ່ງທາງພຸດທະສາສະໜາ ໂດຍເປັນວັນສິ້ນສຸດຂອງການຈໍາພັນສາຖ້ວນໄຕຣມາດໃນໄລຍະ 3 ເດືອນ (ຢູ່ວັດໃດໜຶ່ງ) ຂອງພຣະສົງສາມະເນນ ໂດຍສະເພາະພະພິກຂຸສົງ, ໃນວັນນີ້ເອງ ເປັນວັນທີ່ພະສົງຈະໄດ້ທໍາສັງຄະກໍາ ຄືການປະວໍຣະນາອອກພັນສາ ຂຶ້ນ 15 ຄໍ່າ ເດືອນ 11 ຂອງທຸກໆປີ ແລະ ຖືວ່າເປັນການປະຕິບັດຕາມພະວິໄນຂອງພະພິກຂຸສົງ ທີ່ເປັນຍັດຕິກໍາວາຈາ (ສັງຄະກໍາ) ປະເພດໜຶ່ງໂດຍໃຫ້ໂອກາດພຣະສົງທີ່ຈໍາພັນສາຢູ່ຮ່ວມກັນຖ້ວນໄຕຣມາດ (3 ເດືອນ) ສາມາດກ່າວຕັກເຕືອນ, ຖາມເຖິງຂໍ້ສົງໄສ ແລະ ຊີ້ບອກຂໍ້ບົກຜ່ອງ ດ້ວຍຈິດທີ່ປາຖະໜາດີ ຊຶ່ງກັນ ແລະ ກັນໄດ້ໂດຍຄວາມສະເໝີພາບ ເພື່ອໃຫ້ພະພິກຂຸຮູ້ຂໍ້ບົກຜ່ອງຂອງຕົນ ແລະ ນໍາໄປແກ້ໄຂ, ປັບປຸງຕົວ ໃຫ້ດີຍິ່ງຂຶ້ນໄປ ແລະ ໃນພະໄຕຣປີດົກ ກ່າວໄວ້ວ່າ: ວັນອອກພັນສາຂຶ້ນ 15 ຄໍ່າ ເດືອນ 11 ນີ້ ເປັນວັນທີ່ພະສໍາມາສໍາພຸດທະເຈົ້າ ສະເດັດລົງມາຈາກສະຫວັນຊັ້ນດາວະດິງ ສູ່ໂລກມະນຸດ ຫຼັງຈາກທີ່ພະອົງໄດ້ໄປຈໍາພັນສາເປັນເວລາ 3 ເດືອນ ເພື່ອເທສະນາໂປດພຸດທະມານດາ ທີ່ຢູ່ສະຫວັນຊັ້ນດຸສິດ ແຕ່ລົງມາຟັງທໍາທີ່ສະຫວັນຊັ້ນດາວະດິງ ແລະ ໃນວັນນີ້ເອງ ທີ່ເຮົາເອີ້ນອີກຢ່າງ ໜຶ່ງວ່າ: ວັນພະພຸດທະເຈົ້າເປີດໂລກ ເນື່ອງຈາກຂະນະທີ່ພະພຸດທະອົງ ສະເດັດລົງຈາກສະຫວັນ ມາສູ່ໂລກມະນຸດ ດ້ວຍຄັນໄດທິບທີ່ພະອິນເນຣະມິດຖວາຍບູຊາສະເດັດຈາກສະຫວັນຊັ້ນດາວະດິງ ລົງສູ່ ປະຕູເມືອງ ສັງກັດສະນະດອນ ຊຶ່ງມີພຸດທະສາສະນິກະຊົນມາລໍຕ້ອນຮັບ ແລະ ຖວາຍບິນທະບາດ ທີ່ເຮົາເອີ້ນວ່າ: ການຕັກບາດເທໂວ (ເທໂວໂຣຫະນະ) ຢ່າງຫຼວງຫຼາຍ ແລະ ໃນວັນຂຶ້ນ 15 ຄໍ່າ ເດືອນ 11 ຫາ ວັນແຮມ 1 ຄໍ່າ ເດືອນ 11 ເປັນວັນທີ່ໂລກທັງສາມຄື: ໂລກສະຫວັນ, ໂລກມະນຸດ ແລະ ໂລກນະລົກ ຕ່າງກໍສາມາດເຫັນກັນໄດ້.
ພະອາຈານ ສິງໄຊ ທຳມະວົງ ຍັງກ່າວຕື່ມວ່າ: ວັນບຸນອອກພັນສາປະວໍຣະນາ ທຸກໆວັດກໍຈະມີກິດຈະກຳດີໆ ທາງສາສະໜາ ຫຼາຍຢ່າງທີ່ເປັນສິຣິມຸງຄຸນ ໃຫ້ແກ່ຊີວິດການເປັນຢູ່ ກໍຄືປະເທດຊາດບ້ານເມືອງຂອງເຮົານັ້ນເອງ ໂດຍສະເພາະຢູ່ວັດໂພສີສົມພອນ ໄຊຍາຣາມ (ວັດໂພນທອງ) ກໍຈະມີກິດຈະກຳດີໆ ໃຫ້ທ່ານຮ່ວມບໍາເພັນບາຣະມີ ສ້າງຄວາມດີຮ່ວມກັນ. ໃນວັນພະຫັດ ຕອນເຊົ້າມື້ຂຶ້ນ 15 ຄໍ່າ ເດືອນ 11 ພ.ສ 2567 ຈະໄດ້ມີການໃສ່ບາດຖວາຍທານ ແດ່ພະສົງສາມະເນນ ພາຍໃນວັດ ແລະ ກໍຍັງໄດ້ຮ່ວມຟັງທໍາມະເທສະນາ, ຟັງຄວາມເປັນມາຂອງວັນບຸນອອກພັນສາ ແລະ ໃນຕອນແລງຈະມີການໄຫວ້ພະສູດມົນຈະເລີນ ສະມາທິ ພາວະນາ ປະຕິບັດທໍາ ບູຊາພະຣັດຕະນະໄຕຣ, ຟັງທຳມະເທສະນາ, ຫຼັກທໍາທີ່ເຮັດໃຫ້ສໍາເລັດດັ່ງຄວາມປາຖະໜາທຸກປະການ ແລະ ທຳປະທັກຂິນ, ມີວຽນທຽນອ້ອມພັດທະສີມາ ເພື່ອລະນຶກເຖິງ ແລະ ບູຊາ ຄຸນພະສັມມາສໍາພຸດທະເຈົ້າ. ພິເສດປີນີ້ຢູ່ວັດໂພນທອງ ໃນຕອນແລງວັນທີ 16-17 ຕຸລາ 2024 ເວລາ 18:45-20:30 ໂມງກາງຄືນ ຈະມີການໄຕ້ໂຄມໄຟຕັ້ງ, ໂຄມໄຟລອຍ ຈຳນວນ 999 ດວງ ແລະ ໂຄມບັ້ງ 108 ດວງ. ສະນັ້ນ, ອອກຕົນຍາດໂຍມສາມາດມາຮ່ວມທຳບຸນ ແລະ ຮ່ວມຖ່າຍຮູບ, ເກັບພາບງາມໆໄວ້ເປັນທີລະນຶກ.
ຢ່າງໃດກໍຕາມ ໃນວັນອອກພັນສານີ້ ສໍາລັບຊາວພຸດທະສາສະນິກະຊົນ ຄວນພາກັນຕັ້ງຕົນໃຫ້ຢູ່ໃນສິນລະທໍາ ເພື່ອເປັນການປະຕິບັດບູຊາ ແດ່ພະພຸດທະເຈົ້າ ໂດຍການລະເວັ້ນຈາກຄວາມຊົ່ວ ແລ້ວກະທໍາຄວາມດີ ຄືການຮັກສາສິນ 5 ເປັນຕົ້ນ. ນອກນີ້, ກິດຈະກໍາທີ່ຊາວພຸດ ປະຕິບັດໃນວັນສໍາຄັນດັ່ງກ່າວຄື: ການເຮັດບຸນໃສ່ບາດ, ຖວາຍທານ, ອຸທິດສ່ວນບຸນກຸສົນ ໃຫ້ແກ່ຍາດຕິພີ່ນ້ອງ ທີ່ໄດ້ລ່ວງລັບດັບຂັນໄປ, ໄຫວ້ພະສູດມົນ ຈະເລີນສະມາທິພາວະນາ ແລະ ທໍາປະທັກຂິນ, ວຽນທຽນ ບູຊາພະຣັດຕະນະໄຕຣຕາມວັດຕ່າງໆ ທີ່ໃກ້ບ້ານຕົນ ຫຼື ທ່ານສາມາດເຮັດ ຢູ່ເຮືອນຂອງທ່ານກໍໄດ້, ຢ່າລືມໄປຮ່ວມກິດຈະກໍາ ຕັກບາດເທໂວ (ສ່ວນຫຼາຍກິດຈະກໍານີ້ ຈະເລີ່ມເຮັດເວລາ 3:00 ໂມງເຊົ້າ ຂອງມື້ແຮມ 1 ຄໍ່າ ເດືອນ 11) ຕາມວັດຕ່າງໆ ແລະ ຍັງມີການປັດກວາດເຮືອນຊານ ຫຼື ເດີ່ນວັດ, ທໍາຄວາມສະອາດຫ້ອງນໍ້າວັດຕ່າງໆ ປຽບເໝືອນການສະລ້າງ, ປັດກວາດສິ່ງທີ່ບໍ່ດີ, ອຸປະສັກບັນຫາ ອອກຈາກຈິດໃຈ ແລະ ຊິວິດຂອງຕົນ ເພື່ອຊີວິດທີ່ດີຍິ່ງໆຂຶ້ນໄປ.