ກອງປະຊຸມຄົບຄະນະ 10 ກໍາມະການ ເພື່ອກະກຽມຄວາມພ້ອມໃຫ້ແກ່ງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນ ເປັນເຈົ້າພາບ ໄດ້ຈັດຂຶ້ນເມື່ອບໍ່ດົນຜ່ານມາ ທີ່ສະໂມສອນຫ້ອງວ່າການແຂວງສາລະວັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຮອງປະທານຈັດງານແຂ່ງຂັນກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII , ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຮອງປະທານຈັດງານແຂ່ງຂັນງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ມີແຂກທີ່ຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ຄະນະຮັບຜິດຊອບ 10 ກໍາມະການ ປະກອບມີຄື: ກໍາມະການກອງເລຂາ, ກຳມະການເຕັກນິກ-ຈັດການແຂ່ງຂັນ, ກຳມະການພິທີເປີດ-ປິດ, ກຳມະການງົບປະມານ, ການເງິນ ແລະ ລະດົມທຶນ, ກຳມະການກໍ່ສ້າງ ແລະ ສ້ອມແປງພື້ນຖານໂຄງລ່າງ, ກຳມະການທີ່ພັກ, ອາຫານ, ຂົນສົ່ງ ແລະ ປະດັບປະດາ, ກຳມະການພິທີການຕ້ອນຮັບ ແລະ ຍ້ອງຍໍ, ກຳມະການໂຄສະນາປະຊາສຳພັນ, ກຳມະການແພດ ແລະ ປະຖົມພະຍາຍາມ, ກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ພັດປ່ຽນກັນຂຶ້ນລາຍງານຄວາມຄືບໜ້າ ບັນດາວຽກທີ່ຕົນຮັບຜິດຊອບ ພ້ອມທັງຂໍ້ສະເໜີ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຂອງແຕ່ລະກຳມະການສຳເລັດຕາມຄາດໝາຍທີ່ວາງໄວ້.
ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ໄດ້ຮຽກຮ້ອງມາຍັງ ຄະນະນໍາ ແລະ ພະນັກງານທຸກພາກສ່ວນ ທີ່ຮັບຜິດຊອບວຽກງານ ຈົ່ງພ້ອມກັນເອົາໃຈໃສ່ເພີ່ມທະວີຄວາມສາມັກຄີເປັນເອກະພາບ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານດ້ວຍຄວາມເປັນເຈົ້າການ, ໃຫ້ມີຄຸນນະພາບ, ປະສິດທິພາບ ແລະ ປະສິດທິຜົນ ໂດຍສະເພາະການເປັນເສນາທິການໃຫ້ຄະນະນໍາແຂວງ ແລະ ຄະນະນໍາກະຊວງ ເອົາໃຈໃສ່ນໍາພາ-ຊີ້ນໍາວຽກຈຸດສຸມ. ພ້ອມນັ້ນ ກໍໃຫ້ເອົາໃຈໃສ່ເພີ່ມທະວີປະສານສົມທົບໃຫ້ລະອຽດລະຫວ່າງຄະນະຮັບຜິດຊອບຂັ້ນແຂວງ ແລະ ກະຊວງ ກ່ຽວກັບຄວາມຄືບໜ້າໃນສ້າງສະໜາມເປີດ-ປິດ, ສະໜາມຈັດການແຂ່ງຂັນ, ສະຖານທີ່ພັກເຊົ່າຂອງຄະນະນຳ, ຄູຝຶກ ແລະ ນັກກິລາ ຕະຫຼອດຮອດຖະໜົນຫົນທາງໃຫ້ມີຄວາມສະດວກແກ່ແຂກທີ່ເຂົ້າຮ່ວມງານໃນເທື່ອນີ້ ແລະ ວຽກງານອື່ນໆ ທີ່ປະກອບສ່ວນເຂົ້າໃນການກະກຽມຈັດການແຂ່ງຂັນ. ໃຫ້ປະສານສົມທົບກັບສະຫະພັນແມ່ຍິງແຂວງ ຕິດຕາມຊຸກຍູ້ກຸ່ມຜະລິດເຄື່ອງທີ່ລະນຶກ (ແພຄ້ອງຄໍ ຄູຝຶກ ແລະ ນັກກິລາທີ່ໄດ້ຫຼຽນ) 3 ຕົວເມືອງຄື: ເມືອງຕຸ້ມລານ ບ້ານດິນດາກ, ບ້ານດອນບຸ່ງ; ເມືອງຕະໂອ້ຍ ບ້ານເທດສະບານ; ເມືອງເລົ່າງາມ ບ້ານຫ້ວຍຫູນ ໃຫ້ສໍາເລັດການຜະລິດ ໃນເດືອນຕຸລາ 2024.
ຄຽງຄູ່ກັນນີ້, ກໍມອບໃຫ້ກຳມະການເຕັກນິກ-ຈັດການແຂ່ງຂັນ ລົງຕິດຕາມໃກ້ຊິດໂຄງການກໍ່ສ້າງ ແລະ ສ້ອມແປງສະໜາມຝຶກຊ້ອມ ແລະ ແຂ່ງຂັນກິລາ 12 ປະເພດ; ມອບໃຫ້ກຳມະການເປີດ-ປິດ ພາກສ່ວນກະຊວງ ປະສານສົມທົບກັບຄະນະຮັບຜິດຊອບແຂວງ ໃນການກະກຽມຄັດເລືອກນັກສະແດງ, ອອກແບບ ແລະ ຝຶກແອບການສະແດງ ໃນພິທີເປີດ-ປິດ ເພື່ອຮັບຮອງເປັນທາງການ; ການລະດົມທຶນພາກນໍາສ່ວນສັງຄົມແມ່ນໃຫ້ຂຸ້ນຂ້ຽວດຳເນີນການປະສານສົມທົບພາກສ່ວນທີ່ເປັນເປົ້າໝາຍໃນການຂໍອຸປະຖຳ ແລະ ຮ່າງເອກະສານເປັນທາງການຫາບໍລິສັດ, ຫ້າງຮ້ານຕ່າງໆ; ມອບໃຫ້ຄະນະກໍາມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການກະກຽມຄວາມພ້ອມຮອບດ້ານໃນການສ້າງສະໜາມ ເປີດ-ປິດ, ສ້ອມແປງອາຄານສະຖານທີ່ຮອງຮັບການຈັດການແຂ່ງຂັນ-ທີ່ພັກຂອງຄະນະນັກກິລາ ແລະ ຖະໜົນຫົນທາງໃຫ້ມີຄວາມສະດວກໃນການຮອງຮັບແຂກເຂົ້າຮ່ວມງານກິລາ; ມອບໃຫ້ຄະນະກຳມະການທີ່ພັກ; ອາຫານ, ການຂົນສົ່ງ ແລະ ປະດັບປະດາ ປະສານສົມທົບກັບຄະນະກໍາມະການກໍ່ສ້າງ, ສ້ອມແປງພື້ນຖານໂຄງລ່າງໃນການຕິດຕາມ, ຊຸກຍູ້ການສ້ອມແປງສະຖານທີ່ເປົ້າໝາຍຮອງຮັບຄະນະນັກກິລາ, ຄູຝຶກ ແລະ ຕິດຕາມ, ຊຸກຍູ້ໃຫ້ຜູ້ປະກອບການໂຮງແຮມ, ຮ້ານອາຫານ, ການສະໜອງສິນຄ້າອຸປະໂພກ, ບໍລິໂພກໃຫ້ມີປະລິມານທີ່ພຽງພໍຮອງຮັບແຂກເຂົ້າຮ່ວມງານກິລາ.
ນອກນີ້, ກໍມອບໃຫ້ຄະນະກຳມະການໂຄສະນາປະຊາສຳພັນປະສານ ສົມທົບກັບ ບໍລິສັດ ເບຍລາວ ຈຳກັດ ເພື່ອຕິດປ້າຍງານກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII ຈຸດຊັ່ງນໍ້າໜັກລະຫວ່າງ ບ້ານຖໍ້າພວງ ຫາ ດ່ານປາກຕະພານ ຂະໜາດ 3x6 ແມັດ, ປ້າຍໂຄສະນາຕາມຈຸດສຳຄັນຕ່າງໆ ພາຍໃນຕົວເມືອງ ແລະ ອອກສື່ໂຄສະນາປະຊາສຳພັນໃນສື່ອອນໄລ, ໂທລະພາບ, ວິທະຍຸ; ມອບໃຫ້ຄະນະກຳມະການແພດ ແລະ ປະຖົມພະຍາບານ ກະກຽມຄວາມພ້ອມບຸກຄະລາກອນທາງການແພດທີ່ຈະລົງປະຈຳການໃນສະຖານທີ່ ທີ່ກຳນົດໄວ້; ມອບໃຫ້ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ວາງແຜນປ້ອງກັນໃນແຕ່ລະຈຸດ ທີ່ພັກຄະນະນັກກິລາ, ສະໜາມແຂ່ງຂັນ, ພີທີເປີດ-ປິດ, ເຂດທ່ອງທ່ຽວ, ເຮືອນພັກ-ໂຮງແຮມ ແລະ ມອບໃຫ້ກຳມະການຕ່າງໆຜ່ານແຜນ ແລະ ກຳນົດວັັນເວລາເຮັດວຽກຂອງຕົນຕາມງົບປະມານ.
(ພາບ-ຂ່າວ: ສົງການ ພັນແພງດີ)