ສະຖາບັນວິຈິດສິນແຫ່ງຊາດ ໄດ້ຈັດພິທີສະຫຼຸບການຮຽນ-ການສອນສົກສຶກສາ 2023-2024, ເປີດສົກຮຽນໃໝ່ 2024-2025 ແລະ ມອບ-ຮັບໃບປະກາສະນີຍະບັດໃຫ້ຜູ້ສໍາເລັດການສຶກສາ ປະຈໍາສົກສຶກສາ 2023-2024 ຂຶ້ນໃນວັນທີ 15 ຕຸລາ ນີ້ ທີ່ສະຖາບັນດັ່ງກ່າວ ໂດຍການເຂົ້າຮ່ວມ ແລະ ມອບໃບປະກາສະນີຍະບັດ ຂອງທ່ານ ນາງ ສວນສະຫວັນ ວິຍະເກດ ລັດລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ), ທ່ານ ຄໍາສຸກ ແກ້ວວົງຊາຍ ຜູ້ອໍານວຍການສະຖາບັນວິຈິດສິນແຫ່ງຊາດ, ຄູ-ອາຈານ, ນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສາຍສະໝອນ ໂພທະລິນ ຮອງຜູ້ອໍານວຍການສະຖາບັນວິຈິດສິນແຫ່ງຊາດ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດແຜນການສົກປີ 2023-2024 ແລະ ທິດທາງແຜນການ ສົກປີ 2024-2025 ວ່າ: ໃນສົກຮຽນ ປີ 2023-2024 ພະນັກງານ, ຄູ-ອາຈານ ສ່ວນຫຼາຍຮັກສາໄດ້ທັດສະນະຂອງພັກ, ສັງຄົມນິຍົມ, ເຊື່ອໝັ້ນ ແລະ ຊອກຮູ້ຮໍ່າຮຽນຫຼັກມູນຂອງພັກ-ວິທີການຕ່າງໆຕາມຄວາມ ເໝາະສົມ, ມີແນວຄິດເປັນເອກພາບກັບແນວທາງນະໂຍບາຍຂອງພັກ-ລັດ, ຈໍາແນກໄດ້ມິດສັດຕູຈະແຈ້ງ, ເຊື່ອໝັ້ນໃນກໍາລັງແຮງຂອງມະຫາຊົນ, ຮູ້ເສຍສະຫຼະເພື່ອສ່ວນລວມ, ຮັກໃນອາຊີບ ແລະ ໜ້າທີ່ຂອງຕົນເປັນຢ່າງດີ ນີ້ກໍຍ້ອນມີຄະນະພັກ, ຄະນະອໍານວຍການ ແລະ ການນໍາຂັ້ນຕ່າງໆ ໄດ້ເອົາໃຈໃສ່ ແລະ ຖືເອົາວຽກງານການເມືອງແນວຄິດເປັນບັນຫາສໍາຄັນ ໄດ້ຂົນຂວາຍ ແລະ ນໍາເອົາ ມະຕິ, ຄໍາສັ່ງ, ຄໍາແນະນໍາຂອງພັກ-ລັດ, ກົດໝາຍມາຈັດຕັ້ງການເຜີຍແຜ່ເຊື່ອມຊຶມ ພ້ອມທັງຈັດຕັ້ງການດໍາເນີນຊີວິດ ຢູ່ໃນສາຍພັກ-ລັດເປັນປົກກະຕິ ແລະ ໄດ້ຄົ້ນຄວ້າທຶນບຳລຸງກໍ່ສ້າງສົ່ງພະນັກງານໄປບຳລຸງທິດສະດີການເມືອງການປົກຄອງຕາມເງື່ອນໄຂຂອງທຶນທີ່ໄດ້ຮັບ.
ສໍາລັບດ້ານວຽກງານວິຊາສະເພາະສະຖາບັນວິຈິດສິນແຫ່ງຊາດ ໄດ້ຈັດຕັ້ງປະຕິບັດຫຼັກສູດ ການຮຽນ-ການສອນ ຕາມການຮັບຮອງອະນຸມັດຈາກກະຊວງສຶກສາທິການ ແລະ ກິລາ, ກະຊວງ ຖວທ, ໄດ້ດໍາເນີນການຮຽນ-ການສອນ ຢູ່ 3 ລະດັບເຊັ່ນ: ຫຼັກສູດລະດັບອະນຸປະລິນຍາລະບົບ 3 ປີ, ມີ 3 ສາຂາວິຊາຄື: ສາຂາວິຊາຈິດຕະກຳ, ປະຕິມະກຳ ແລະ ສິລະປະພາບພິມ, ຫຼັກສູດລະດັບປະລິນຍາຕີລະບົບ 5 ປີ, ປະກອບ ມີ 5 ພາກວິຊາເຊັ່ນ: ພາກວິຊາຈິດຕະກຳ, ພາກວິຊາປະຕິມະກຳ, ພາກວິຊາສິລະປະພາບພິມ, ພາກວິຊາສິລະປະພື້ນເມືອງ-ປະຕິສັງຂອນ, ພາກວິຊາອອກແບບນິເທດສິນ ແລະ ປະກອບດ້ວຍ 9 ສາຂາວິຊາເຊັ່ນ: ຈິດຕະກຳ, ປັ້ນ-ຫຼໍ່, ຄັດແກະສະຫຼັກ, ສິລະປະປັ້ນດິນເຜົາ, ສິລະປະໂລຫະ, ສິລະປະພາບພິມ, ສິລະປະພື້ນເມືອງ-ປະຕິສັງຂອນ, ຮູບເງົາ-ກາຕູນ ແລະ ອອກແບບບັນຈຸພັນ, ໄດ້ມີຫຼັກສູດລະດັບປະລິນຍາໂທລະບົບ 2 ປີ ມີ 1 ສາຂາວິຊາຄື: ສາຂາວິຊາບໍລິຫານຄຸ້ມຄອງ ສິລະປະ-ວັດທະນະທຳ. ສໍາລັບຜົນການຮຽນຂອງນັກສຶກສາຊັ້ນປະລິນຍາຕີ: ນັກສຶກສາປະລິນຍາຕິ ປີ 1 ສອບເສັງຜ່ານຈໍານວນ 48 ຄົນ, ຄິດເປັນເປີເຊັນ 87.72 %; ນັກສຶກສາປະລິນຍາຕີ ປີ II ສອບເສັງຜ່ານຈໍານວນ 46 ຄົນ, ຄິດເປັນເປີເຊັນ 86.80%; ນັກສຶກສາປະລິນຍາຕີ ປີ III ສອບເສັງຜ່ານ ຈໍານວນ 48 ຄົນ, ຄິດເປັນເປີເຊັນ 92.31% ນັກສຶກສາປະລິນຍາຕິ ປີ IV ສອບເສັງຜ່ານ ຈໍານວນ 37 ຄົນ, ຄິດເປັນເປີເຊັນ 97.37%; ນັກສຶກສາ ປີທີ 1 ຫາປີທີ IV ທຽບໃສ່ສົກປີຜ່ານມາຫຼຸດລົງ 39.86%; ນັກສຶກສາປະລິນຍາຕີ ປີ V ມີສິດເຂົ້າສອບເສັງຈໍານວນ 56 ຄົນ ຍິງ 13 ຄົນ, ສອບເສັງຈົບຊັ້ນໄດ້ 52 ຄົນ ຍິງ 12 ຄົນ, ຄິດເປັນເປີເຊັນ 92.85%; ມີນັກສຶກສາ ປີທີ III ຂໍສອບເສັງຈົບຊັ້ນລະດັບຊັ້ນອານຸປະລິນຍາ ຈໍານວນ 1 ຄົນ, ສາມາດສອບເສັງ ຈົບຊັ້ນໄດ້ 1 ຄົນ, ຄິດເປັນເປີເຊັນ 100%; ນັກສຶກສາຊັ້ນອານຸປະລິນຍາປີທີ 3 ສາຂາໂຮງຮຽນວິຈິດສິນ ແຂວງສະຫວັນນະເຂດ ທີ່ມີສິດເຂົ້າສອບເສັງ ຈໍານວນ 10 ຄົນ ຍິງ 3 ຄົນ, ສາມາດສອບເສັງໄດ້ 10 ຄົນ ຍິງ 3 ຄົນ, ຄິດເປັນເປີເຊັນ 100%; ມີນັກສຶກສາມາສອບເສັງທັງໝົດ 85 ຄົນ ສາມາດສອບເສັງໄດ້ທັງໝົດຕາມພາກວິຊາ ແລະ ສາຂາວິຊາຕ່າງໆ ມີນັກສຶກສາໃໝ່ມາສະເໜີຕົວ ແລະ ລົງທະບຽນເຂົ້າຮຽນ ຈໍານວນ 59 ຄົນ ຍິງ 21 ຄົນ; ມີນັກສຶກສາຮຽນຊໍ້າຫ້ອງປີທີ 1 ຈຳນວນ 10 ຄົນ ຍິງ 6 ຄົນ; ມີນັກສຶກສາທີ່ມາຮຽນລະດັບປະລິນຍາຕີລະບົບຕໍ່ເນື່ອງ ຈໍານວນ 1 ຄົນ. ໃນນັ້ນ, ມີນັກສຶກສາຊັ້ນປະລິນຍາໂທຮຸ່ນທີ 2 ມີຈໍານວນ 17 ຄົນ ຍິງ 8 ຄົນ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ຍັງໄດ້ໃຫ້ກຽດໂອ້ລົມ ສະແດງຄວາມຊົມເຊີຍຕໍ່ຜົນສໍາລັດທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຊີ້ທິດເຍື່ອງທາງ ເພື່ອໃຫ້ສະຖາບັນວິຈິດສິນແຫ່ງຊາດ ມີການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ.
(ຂ່າວ-ພາບ: ວັນເພັງ)