ໃນວັນທີ 15 ຕຸລາຜ່ານມາ ນະຄອນຫຼວງວຽງຈັນ ສປປ ລາວ, ອົງການຢູນິີເຊັບ, ລັດຖະບານອົດສະຕຣາລີ, ອົງການ USAID ແລະ ນອກແວ ປະຈໍາ ສປປ ລາວ ໄດ້ມອບຖົງເປ້ ນັກຮຽນ ພ້ອມອຸປະກອນການຮຽນ ແລະ ເຄື່ອງໃຊ້ໃນການຮັກສາອະນາໄມພື້ນຖານຂອງນັກຮຽນ ໃຫ້ບັນດາໂຮງຮຽນອະນຸບານ ແລະ ໂຮງຮຽນປະຖົມໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃຫ້ແກ່ ກະຊວງສຶກສາທິການ ແລະ ກິລາ, ພາຍໃຕ້ການຮ່ວມມືເພື່ອສະໜັບສະໜູນການຟື້ນຟູການສຶກສາໃນເຂດທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນ ສປປ ລາວ. ອົງການຢູນິເຊັບ ປະຈຳລາວ, ລັດຖະບານອົດສະຕຣາລີ, ນອກແວ ແລະ ສະຫະລັດອາເມຣິກາ ຜ່ານອົງການພັດທະນາລະຫວ່າງປະເທດ ຫຼື ອົງການ USAID.ເຄື່ອງອຸປະກອນການຮຽນດັ່ງກ່າວແມ່ນແນໃສ່ເພື່ອຊ່ວຍເຫຼືອນັກຮຽນຊັ້ນອະນຸບານ 1, ອະນຸບານ 2 ແລະ ອະນຸບານ 3 ຈໍານວນ 813 ຄົນ ແລະ ນັກຮຽນຂັ້ນປະຖົມ ປ1 ແລະ ປ2 ຈໍານວນ 840 ຄົນ ລວມທັງໝົດ 1,653 ຄົນ.
ໃນພິທີມອບຮັບອຸປະກອນການຮຽນໂດຍປະກອບມີ ທ່ານ ປອ ສໍາລານ ພັນຄະວົງ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ຫົວໜ້າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ວິຊາການຈາກກົມການສຶກສາກ່ອນໄວຮຽນ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ, ອົງການ USAID ແລະ ອົງການຢູນິເຊັບ ປະຈຳລາວ.
ໃນວັນທີ 7 ກັນຍາ 2024 ທີ່ຜ່ານມາ, ພາຍຸໃຕ້ຝຸ່ນຢາກິ ຊຶ່ງເປັນພາຍຸທີ່ຮຸນແຮງທີ່ສຸດໃນພາກພື້ນອາຊີໃນຮອບຫຼາຍສະຕະວັດ ໄດ້ພັດເຂົ້າຝັ່ງທາງພາກເໜືອ ຂອງ ສປປ ລາວ. ປະຊາຊົນປະມານ 200,000 ຄົນ ລວມທັງເດັກນ້ອຍຢ່າງໜ້ອຍ 48,500 ຄົນ ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ, ເດັກນ້ອຍຢ່າງໜ້ອຍ 24,000 ຄົນ ຕ້ອງການການການຊ່ວຍເຫຼືອ. ຍ້ອນຜົນກະທົບຈາກພາຍຸໃຕ້ຝຸ່ນຢາກິ ເຮັດໃຫ້ເກີດໄພນ້ຳຖ້ວມ,ຫຼາຍໂຮງຮຽນປິດການຮຽນການສອນປະມານ 77 ແຫ່ງ ເຮັດໃຫ້ເດັກນ້ອຍຫຼາຍພັນຄົນບໍ່ໄດ້ຮັບການສຶກສາ, ຂາດການຮຽນ ແລະ ໄດ້ຮັບຜົນກະທົບດ້ານສະພາບຈິດໃຈ. ດັ່ງນັ້ນ, ຈຶ່ງເປັນສະພາວະອັນຮີບດ່ວນໃນການຈັດສົ່ງອຸປະກອນການຮຽນ-ການສອນ ໂດຍສະເພາະເຄື່ອງອຸປະກອນການຮຽນ.
ຊຸດອຸປະກອນການຮຽນ ແມ່ນອອກແບບມາສະເພາະເພື່ອຕອບສະໜອງຕໍ່ຄວາມຕ້ອງການຂອງເດັກນ້ອຍໃນຊັ້ນອະນຸບານສຶກສາ ແລະ ປະຖົມສຶກສາໂດຍປະກອບມີເຄື່ອງຮຽນທີ່ຈຳເປັນເຊັ່ນ: ກະເປົາເປ້, ປຶ້ມຂຽນ, ສໍ, ສີທຽນ, ຜະລິດຕະພັນສຸຂະອະນາໄມ ແລະ ອຸປະກອນເຄື່ອງໃຊ້ອື່ນໆ.
ທ່ານ ປອ ສຳລານ ພັນຄະວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ສະແດງຄວາມຂອບໃຈຕໍ່ອົງການສາກົນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ໄດ້ເນັ້ນໜັກວ່າ “ຊຸດອຸປະກອນການຮຽນແມ່ນຊັບພະຍາ ກອນອັນສຳຄັນຂອງນັກຮຽນຂອງພວກເຮົາ ເນື່ອງຈາກພວກເຂົາກຳລັງຟື້ນຟູຄວາມຫຍຸ້ງຍາກທີ່ເກີດຈາກໄພນ້ຳຖ້ວມ. ພວກເຮົາຂໍຂອບໃຈຢ່າງຍິ່ງ ຕໍ່ການສະໜັບສະໜູນຈາກ ອົງການຢູນິເຊັບ ປະຈຳລາວ, ລັດຖະບານອົດສະຕຣາລີ, ນອກແວ ແລະ ອົງການ USAID ເຊິ່ງສະແດງເຖິງການຮັບປະກັນວ່າການສຶກສາຍັງຄົງເປັນບູລິມະສິດໃນຊ່ວງເວລາທີ່ຫຍຸ້ງຍາກນີ້”.
(ແຫຼ່ງຂ່າວ: ກະຊວງສຶກສາ)