ນາງ ສີຣິທິດາ ພຸດທະຈັກ ນັກສຶກສາຈາກພາກວິຊາ ວິສະວະກໍາເຄມີ ຄະນະວິສະວະກໍາສາດ ແລະ ນາງ ສຸພາພອນ ທໍາມະວົງສາ ນັກສຶກສາຈາກພາກວິຊາວິສະວະກໍາສິ່ງແວດລ້ອມ ຄະນະວິສະວະກໍາສາດ ໄດ້ຮັບຫຼຽນລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຂອງມູນນິທິຮອນດາ ຢູ່ ສປປ ລາວ ປະຈຳປີ 2024, ພ້ອມໃບຢັ້ງຢືນ ແລະ ເງິນຄົນລະ 3.000 ໂດລາ.
ພິທີມອບ-ຮັບລາງວັນດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ຜ່ານມາ ທີ່ສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ໂດຍການເຂົ້າຮ່ວມ ແລະ ມອບລາງວັນໃນຄັ້ງນີ້ ມີ ທ່ານ Akira KOJIMA ຜູ້ອໍານວຍການມູນນິທິຮອນດາ ແລະ ປະທານຄະນະກໍາມາທິການສາກົນ, ທ່ານ ເດຊານຸລາດ ແສນດວງເດດ ວ່າການແທນອະທິການບໍດີມະຫາວິທະຍາໄລແຫ່ງຊາດ (ມຊ) ປະທານຄະນະກໍາມະການຄັດເລືອກນັກສຶກສາໂຄງການລາງວັນຮອນດາ, ມີທ່ານ KOIZUMI Tsutomu ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳ ລາວ, ມີນັກສຶກສາ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພອນແກ້ວ ຈັນທະມາລີ ຜູ້ອຳນວຍການສະຖາບັນພັດທະນາຊັບພະຍາກອນມະນຸດລາວ-ຍີ່ປຸ່ນ ຕາງໜ້າຄະນະບໍລິຫານໂຄງການລາງວັນຮອນດາ ສຳລັບນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຂອງມູນນິທິຮອນດາ ຢູ່ ສປປ ລາວ ປະຈຳປີ 2024 ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການດັ່ງກ່າວໃນໄລຍະໜຶ່ງປີຜ່ານມາວ່າ: ມູນນິທິຮອນດາດັ່ງກ່າວ, ສ້າງຕັ້ງຂຶ້ນເພື່ອ ແນໃສ່ປູກຈິດສຳນຶກໃຫ້ໄວຊາວໜຸ່ມໃນຂອບເຂດທົ່ວໂລກ ມີວິໄສທັດກວ້າງໄກມີແນວຄິດສັງສັນ, ອົດທົນຜ່ານຜ່າບັນດາຂໍ້ຫຍຸ້ງຍາກ ແລະ ຮຽນຮູ້ຢ່າງຕໍ່ເນື່ອງ ເພື່ອໃຫ້ສາມາດບັນລຸຄວາມຝັນຂອງຕົນໃນການປະ ກອບສ່ວນເຂົ້າໃນການພັດທະນາປະເທດຊາດແບບຍືນຍົງ ໂດຍຜ່ານການຈັດຕັ້ງປະຕິບັດພາລະກິດຂອງການຈັດຕັ້ງທີ່ຕົນສ້າງຂຶ້ນ ຫຼື ສັງກັດຢູ່. ພ້ອມນັ້ນ, ຜູ້ທີ່ໄດ້ຮັບລາງວັນຮອນດາສໍາລັບນັກວິທະ ຍາສາດ ແລະ ວິສະວະກອນໜຸ່ມ ກໍຕ້ອງປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນທີ່ດີ ແລະ ສົ່ງເສີມການແລກປ່ຽນວັດທະນະທຳຂອງສອງຊາດລາວ-ຍີ່ປຸ່ນ.
ໃນປີ 2024 ນີ້, ຄະນະກຳມະການ ເຫັນດີເປັນເອກະພາບໃຫ້ນັກສຶກສາເຂົ້າຮ່ວມແຂ່ງຂັນລວມມີ ປີ 2,3,4 ແລະ ປີ 5 ຊຶ່ງມີນັກສຶກສາເຂົ້າແຂ່ງຂັນທັງໝົດ 115 ຄົນ. ຜ່ານການສອບເສັງຄັດເລືອກດ້ວຍການຂຽນບົດຄວາມໃນຫົວຂໍ້ສະເພາະໃດໜຶ່ງເປັນພາສາລາວ ແລະ ພາສາອັງກິດ ພ້ອມທັງໄດ້ດຳເນີນການສຳພາດເປັນພາສາອັງກິດ ເພື່ອສາມາດຄັດເລືອກໄດ້ນັກສຶກສາສອງຄົນທີ່ຈະໄດ້ຮັບລາງວັນ. ການສອບເສັງຂຽນບົດຄວາມເປັນພາສາລາວ ຄັ້ງທີ 1 ມີນັກສຶກສາເຂົ້າສອບເສັງທັງໝົດ 40 ຄົນ ຍິງ 20 ຄົນ, ໃນນັ້ນ, ມາຈາກຄະນະວິສະວະກຳສາດ (ຄວສ) 15 ຄົນ ຍິງ 9 ຄົນ, ຄະນະວິທະຍາສາດທຳມະຊາດ (ຄວທ) 13 ຄົນ ຍິງ 6 ຄົນ ແລະ ຄະນະຊັບພະຍາກອນນ້ຳ (ຄຊນ) 5 ຄົນ ຍິງ 4 ຄົນ ແລະ ຄະນະສະຖາປັດຕະຍະກໍາສາດ (ຄສປ) 7 ຄົນ ຍິງ 6 ຄົນ; ການສອບເສັງຂຽນບົດຄວາມເປັນພາສາອັງກິດ ຄັ້ງທີ 2, ມີນັກສຶກສາເຂົ້າຮ່ວມ 20 ຄົນ ຍິງ 11 ຄົນ, ໃນນັ້ນ, ມາຈາກ ຄວສ 10 ຄົນ ຍິງ 5 ຄົນ, ຄວທ 4 ຄົນ ຍິງ 1 ຄົນ ແລະ ຄສປ 6 ຄົນ ຍິງ 5 ຄົນ. ການສອບເສັງສໍາພາດ ຄັ້ງທີ 3 ມີຜູ້ເຂົ້າຮ່ວມ 10 ຄົນ ຍິງ 7 ຄົນ. ໃນນັ້ນ, ມາຈາກ ຄວສ 5 ຄົນ ຍິງ 3 ຄົນ, ຄວທ 2 ຄົນ ຍິງ 1 ຄົນ ແລະ ຄສປ 3 ຄົນເປັນຍິງທັງໝົດ.
ໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງໄດ້ກ່າວວ່າ: ມຊ ໄດ້ຮັບການສະໜັບສະ ໜູນ ແລະ ຮ່ວມມືຈາກມູນນິທິຮອນດາ ທີ່ປະເທດຍີ່ປຸ່ນໃນການຄັດເລືອກ ແລະ ໃຫ້ລາງວັນຮອນດາເພື່ອນັກວິທະຍາສາດ ແລະ ວິສະວະກອນໜຸ່ມ ຂອງມູນນິທິຮອນດາ ຢູ່ ສປປ ລາວ ສຳລັບນັກສຶກສາດີເດັ່ນ. ມາຮອດປັດຈຸບັນເປັນເວລາ 17 ປີ ແລ້ວ ເຮັດໃຫ້ນັກສຶກສາທີ່ໄດ້ຮັບລາງວັນມີໂອກາດພັດທະນາຕົນເອງ ເພື່ອກາຍເປັນບຸກຄະລາກອນທີ່ດີເດັ່ນ ແລະ ກຽມພ້ອມປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ພ້ອມທັງໄດ້ກາຍເປັນຂົວຕໍ່ຮັດແໜ້ນສາຍສໍາພັນ ແລະ ການຮ່ວມມືທີ່ດີງາມລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນໄດ້ດີຕະຫຼອດມາ.
ໃນໂອກາດນີ້, ທ່ານ ເດຊານຸລາດ ແສນດວງເດດ ຍັງໄດ້ມອບລາງວັນຊົມເຊີຍໃຫ້ນັກສຶກສາທີ່ເຂົ້າຮອບ 10 ຄົນ.
ຂ່າວ-ພາບ: ວັນເພັງ