ໂດຍ: ວັນເພັງ
ງານບຸນອອກພັນສາປະວໍຣະນາ ແລະ ບຸນຊ່ວງເຮືອປະເພນີ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ (ນວ) ເປັນໜຶ່ງງານບຸນທີ່ມີຄວາມໝາຍ-ຄວາມສຳຄັນຫຼາຍ ທັງເປັນບຸນປະເພນີ ນອນຢູ່ໃນຮີດ 12 ຄອງ 14 ປະເພນີລາວ ຊຶ່ງຈັດຂຶ້ນໃນທຸກໆປີ, ໃນວັນທີ 18 ຕຸລາ 2024 (ມື້ແຮມ 1 ຄໍ່າ ເດືອນ 11 ພ.ສ 2567)ແມ່ນມື້ສຸດທ້າຍຂອງງານບຸນແລ້ວ ເຫັນໄດ້ວ່າມີມວນຊົນທັງພາຍໃນ ແລະ ນັກທ່ອງທ່ຽວຕ່າງປະເທດ ຫຼັ່ງໄຫຼ, ໃຫ້ຄວາມສົນໃຈມາທ່ຽວງານບຸນເປັນຈຳນວນຫຼາຍ ແລະ ຄຶກຄື້ນມ່ວນຊື່ນ.
ດັ່ງທີ່ຮູ້ແລ້ວວ່າ ເມື່ອຮອດ ມື້ເພັງ 15 ຄໍ່າ ເດືອນ 11 ເປັນມື້ອອກພັນສາປະວໍຣະນາ ມື້ຕໍ່ມາກໍມີງານບຸນຊວງເຮືອປະເພນີ ຈັດຂຶ້ນຢູ່ແຕ່ລະເຂດແຂວງຕາມຄວາມເໝາະສົມ ຄວບຄູ່ກັນໄປໃນແຕ່ລະປີ, ປີນີ້ການຈັດບຸນຊ່ວງເຮືອ ທີ່ທ່າວັດຈັນ ແມ່ນເລີ່ມແຕ່ວັນທີ 15-18ຕຸລາ 2024ເປັນເວລາ 4 ວັນ.ສຳລັບມື້ນີ້ເປັນມື້ທີສຸດທ້າຍຂອງງານບຸນ, ການຈັດງານບຸນດັ່ງກ່າວ ແມ່ນຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ທີ່ໄດ້ສືບທອດກັນມາແຕ່ບູຮານນະການໄດ້ຫຼາຍເຊັ່ນຄົນແລ້ວ, ມີບຸນອອກພັນສາ ກໍຕ້ອງມີບຸນຊ່ວງເຮືອຄຽງຄູ່ກັນໄປ. ບຸນປະເພນີດັ່ງກ່າວ, ຍັງມີປະຫວັດຄວາມເປັນມາອັນຍາວນານ ຊຶ່ງການແຂ່ງຂັນຊ່ວງເຮືອ ໃນມື້ບຸນອອກພັນສາປະວໍຣະນາ ເປັນກິລາທາງໜ້ານ້ຳປະເພດໜຶ່ງ ຈັດຂຶ້ນເພື່ອເປັນການສ້າງໂອກາດໃຫ້ປະຊາຊົນ ໄດ້ມາພົບປະເພື່ອນມິດສະຫາຍ, ຍາດຕິພີ່ນ້ອງທີ່ມາຈາກທົ່ວສາລະທິດ, ໄດ້ມາພັກຜ່ອນຢ່ອນໃຈ ພາຍຫຼັງທີ່ທຳການຜະລິດໃນລະດູຝົນຕະຫຼອດຫຼາຍເດືອນຜ່ານມາ.ນອກນັ້ນ, ຍັງເປັນໂອກາດດີໃຫ້ປະຊາຊົນໄດ້ເຕົ້າໂຮມຄວາມສາມັກຄີ ຊຶ່ງກັນ ແລະ ກັນ.
ພາຍໃນງານບຸນຈະມີຫຼາຍກິດຈະກຳໃຫ້ມວນຊົນໄດ້ທ່ຽວໄດ້ຊົມທັງເວັນ ແລະ ຄືນຕື່ມອີກຄື: ມີງານວາງສະແດງ-ຈໍາໜ່າຍສິນຄ້າເຄື່ອງທົ່ວໄປທັງພາຍໃນ ແລະ ຕ່າງປະເທດ ໂດຍໄດ້ເນັ້ນການສົ່ງເສີມຜະລິດຕະພັນ, ສິນຄ້າທີ່ພົ້ນເດັ່ນຂອງທ້ອງຖິ່ນ, ຂອງບ້ານ, ເມືອງ, ຄົວຄອບຕົວແບບ, ຜະລິດສິນຄ້າໂອດັອບ ແລະ ອື່ນໆ. ໃນນັ້ນ,ຍັງມີຈຳນວນຫົວໜ່ວຍທຸລະກິດ, ຫ້າງຮ້ານ ທີ່ມາວາງສະແດງ, ຂາຍສິນຄ້າເປັນຕົ້ນ ຂາຍເຂົ້າຫຼາມ, ປີ້ງໄກ່ ຈໍານວນຫຼາຍຫົວໜ່ວຍ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າ ແລະ ນັກທ່ອງທ່ຽວຕ່າງປະເທດທີ່ມາທ່ຽວງານບຸນໄດ້ທ່ຽວຊົມ, ຈັບຈ່າຍຊື້-ຂາຍ, ໄດ້ແລກປ່ຽນຜະລິດຕະພັນພາຍໃນ, ສົ່ງເສີມສິນຄ້າພາຍໃນ ກໍຄືການທ່ອງທ່ຽວພາຍໃນປະເທດລາວເຮົາ.
ສຳລັບກິດຈະກໍາການຊ່ວງເຮືອປະເພນີໃນມື້ນີ້ ແມ່ນເລີ່ມແຕ່ເລລາ 8:30 ໂມງເຊົ້າ ຈົນຮອດ 16:00ໂມງແລງ ເພື່ອໃຫ້ຜູ້ມາທ່ຽວໄດ້ເຕັມອີມກັບງານບຸນໝົດມື້. ປີນີ້, ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 9 ລຳ. ໃນນັ້ນ, ເຮືອຊ່ວງປະເພນີຊາຍ 55 ສີພາຍ ມີ 6 ລຳ ແລະ ເຮືອປະເພນີຍິງ 55 ສີພາຍ 3 ລຳ. ສະນັ້ນ, ງານບຸນຊ່ວງເຮືອປີນີ້ເຫັນວ່າມີມວນຊົນເຂົ້າໄປທ່ຽວຊົມເປັນຈໍານວນຫຼາຍ, ຄຶກຄື້ນ ແລະ ມີຄວາມປະທັບໃຈເປັນຢ່າງດີ.