ເມື່ອບໍ່ດົນມານີ້ທີ່ ນະຄອນ ເຈນິວາ ປະເທດສະວິດ ຄະນະຜູ້ແທນຂອງ ສປປ ລາວ ນໍາພາໂດຍ ທ່ານ ນາງ ຈັນໂສດາ ພອນທິບຮອງປະທານ ຄະນະກໍາມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ຮອງປະທານ ສູນກາງສະຫະພັນແມ່ຍິງລາວ ພ້ອມດ້ວຍຄະນະຕິດຕາມ ໄດ້ເຂົ້າຮ່ວມກອງປະຊຸມແບບສ້າງສັນຄັ້ງທີ 89 ຂອງ ຄະນະກໍາມະການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປຊ ຊຶ່ງໄດ້ພິຈາລະນາບົດລາຍງານ ຂອງ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ຂອງ ສປປ ລາວ.ກອງປະຊຸມຄັ້ງນີ້ໄດ້ດໍາເນີນຢູ່ ສໍານັກງານອົງການສະຫະປະຊາຊາດ ປະຈໍານະຄອນເຈນີວາ ພາຍໃຕ້ການເປັນປະທານຂອງ ທ່ານ ນາງ Ms. Ana PeláezNarváezປະທານ ຄະນະກໍາມະການຊີດໍ ໂດຍມີຄະນະຜູ້ແທນຂອງ ສປປ ລາວ ແລະ ຄະນະກໍາມະການຊີດໍ ເຂົ້າຮ່ວມ ພ້ອມນັ້ນຍັງມີ ຜູ້ຕາງໜ້າຈາກ ຫ້ອງການຂ້າຫຼວງໃຫຍ່ສິດທິມະນຸດ, ສື່ມວນຊົນຕ່າງປະເທດ ແລະ ອົງການບໍ່ຫວັງຜົນກໍາໄລຈຳນວນໜຶ່ງ ຈາກຕ່າງປະເທດ ແລະ ປະເທດລາວໃນຖານະຜູ້ສັງເກດການ ເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານຫົວໜ້າຄະນະ ຍັງໄດ້ຍົກໃຫ້ເຫັນເຖິງຜົນງານອັນພົ້ນເດັ່ນ ແລະ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານສິດທິຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ໃນໄລຍະ 5 ປີ ຜ່ານມາ ເປັນຕົ້ນແມ່ນການຈັດຕັ້ງປະຕິບັດນະໂຍບາຍ, ລັດຖະທຳມະນູນ ແລະ ກົດໝາຍ ໂດຍຮັບຮູ້, ເຄົາລົບ, ປົກປ້ອງແລະຮັບປະກັນສິດທິມະນຸດແລະສິດທິຂັ້ນພື້ນຖານຂອງພົນລະເມືອງຕາມກົດໝາຍ. ພົນລະເມືອງລາວຍິງ-ຊາຍ ມີສິດເທົ່າທຽມກັນດ້ານການເມືອງ, ເສດຖະກິດ, ວັດທະນາທຳສັງຄົມແລະຄອບຄົວໂດຍສອດຄ່ອງກັບສົນທິສັນຍາຊີດໍທີ່ສປປລາວເປັນພາຄີ. ການສ້າງສັງຄົມທີ່ຍຸຕິທໍາ ແລະ ສະເໝີພາບຫຼາຍຂຶ້ນ ຊຶ່ງແມ່ຍິງ ແລະ ເດັກຍິງ ດຳລົງຊີວິດຢ່າງອິດສະຫຼະ ແລະ ມີເສລີ, ມີແຫຼ່ງຊັບພະຍາກອນ ແລະ ໂອກາດທີ່ຈຳເປັນເພື່ອພັດທະນາຄວາມສາມາດຂອງຕົນ;ແມ່ຍິງມີວຽກເຮັດງານທຳ, ເຂົ້າເຖິງຕຳແໜ່ງນຳພາ-ຄຸ້ມຄອງ, ເຂົ້າເຖິງໂອກາດ ແລະ ການມີສ່ວນຮ່ວມທາງດ້ານເສດຖະກິດ, ເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ, ເຮັດໃຫ້ບັນດາຄະນະກຳມະການຊີດໍ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດດັ່ງກ່າວ.
ໃນໄລຍະສົນທະນາແບບສ້າງສັນລະຫວ່າງຄະນະຜູ້ແທນສປປ ລາວ ແລະ ຄະນະກຳມະການຊີດໍ ນັ້ນຊຶ່ງຄະນະກຳມະການຊີດໍໄດ້ຕັ້ງຄຳຖາມເຈາະຈິ້ມຕໍ່ບັນຫາຕ່າງໆ ໃນການປະຕິບັດສິດທິຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ຊຶ່ງຄະນະຜູ້ແທນ ສປປ ລາວ ໄດ້ສະໜອງຂໍ້ມູນ ແລະ ຊີ້ແຈງອະທິບາຍຢ່າງລະອຽດເປັນຕົ້ນແມ່ນ: ການຈັດຕັ້ງປະຕິບັດບັນດາກົດໝາຍທີ່ກ່ຽວພັນເຖິງສິດ ແລະ ຜົນປະໂຫຍດຂອງແມ່ຍິງ, ການເຂົ້າເຖິງຂະບວນການຍຸຕິທຳຂອງແມ່ຍິງ, ການຄ້ຳປະກັນສິດທິມະນຸດຂັ້ນພື້ນຖານໂດຍສະເພາະສະຖາບັນສິດທິມະນຸດແຫ່ງຊາດ ແລະ ການປົກປ້ອງນັກເຄື່ອນໄຫວສິດທິມະນຸດແມ່ຍິງທີ່ຖືກລົງໂທດທາງອາຍາ, ມາດຕະການພິເສດຊົ່ວຄາວໃນການບັນລຸຄວາມສະເໝີພາບຍິງ-ຊາຍ, ການລຶບລ້າງຄວາມອັກຄະຕິຕໍ່ແມ່ຍິງ ແລະ ບັນທັດຖານສັງຄົມຕໍ່ກັບແນວຄວາມຄິດດ້ານເພດ, ການຊ່ວຍເຫຼືອຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ແລະ ລົງໂທດຜູ້ກະທຳຜິດ, ຕໍາແໜ່ງນຳພາຄຸ້ມຄອງໃນແຕ່ລະຂັ້ນທັງພາຍໃນ ແລະ ຕ່າງປະເທດ, ການມີສັນຊາດຂອງເດັກທີ່ມີພໍ່ແມ່ເປັນແຮງງານເຄື່ອນຍ້າຍ, ການເຂົ້າເຖິງການສຶກສາຂອງເດັກຍິງ, ບັນຫາສຸຂະພາບຂອງແມ່ຍິງ, ການມີວຽກເຮັດງານທຳ, ເຄືອຂ່າຍຕາໜ່າງປະກັນສັງຄົມ ແລະ ສິດໃນການໄດ້ຮັບການເບິ່ງແຍງດູແລ ແບບບໍ່ໄດ້ຮັບຄ່າຕອບແທນ ສໍາລັບແຮງງານທີ່ເປັນແມ່ຍິງໃນການຈ້າງງານແບບນອກລະບົບ ແລະ ແຮງງານເຄື່ອນຍ້າຍເພດຍິງ ແລະ ການແຕ່ງດອງກ່ອນໄວ, ບັນດາກຸ່ມດ້ອຍໂອກາດ ແລະ ກຸ່ມຄົນອ່ອນໄຫວ ເປັນຕົ້ນ ແມ່ຍິງໃນເຂດຊົນນະບົດ, ແມ່ຍິງໃນກຸ່ມຊົນເຜົ່າ, ກຸ່ມຜູ້ທຸກຍາກ, ພິການ ແລະ ກຸ່ມແມ່ລ້ຽງດ່ຽວລວມທັງການຈັດສັນງົບປະມານ, ສະຖິຕິບົດບາດຍິງ-ຊາຍ, ການປ່ຽນແປງດິນຟ້າອາກາດ ຊຶ່ງການອະທິບາຍ ແລະ ຊີ້ແຈງຂອງຄະນະຜູ້ແທນ ສປປ ລາວ ໄດ້ເຮັດໃຫ້ຄະນະກຳມະການຊີດໍ ແລະ ຜູ້ເຂົ້າຮ່ວມອື່ນໆ ມີຄວາມເຂົ້າໃຈເປັນຢ່າງດີກ່ຽວກັບການປະຕິບັດສິດທິມະນຸດຂອງແມ່ຍິງບັນດາເຜົ່າໃນ ສປປ ລາວ. ນອກນັ້ນ ຄະນະຜູ້ແທນ ຂອງ ສປປ ລາວ ໄດ້ສົ່ງຄຳຊີ້ແຈງເປັນລາຍລັກອັກສອນເພີ່ມເຕີມໃຫ້ຄະນະກຳມະການຊີດໍ ກ່ຽວກັບສະຖິຕິໂຣກເອດ ແລະ ບັນດາກົດໝາຍ ແລະ ນິຕິກຳ ກ່ຽວກັບການຄຸກຄາມທາງເພດໃນສະຖານທີ່ເຮັດວຽກ ແລະ ການປົກປ້ອງສິດຂອງຄອບຄົວ.
. ຫຼັງຈາກນີ້ ພາຍໃນເດືອນຕຸລາ 2024 ຄະນະກຳມະການຊີດໍ ກໍຈະມີບົດປະກອບຄໍາເຫັນມ້ວນທ້າຍ ໃນການຈັດຕັ້ງປະຕິບັດສົນທິສັນຍາ ຊີດໍ ເພື່ອໃຫ້ ສປປ ລາວພິຈາລະນາ ແລະ ຈັດຕັ້ງຜັນຂະຫຍາຍ ແລະ ລາຍງານຄະນະກໍາມະການຊີດໍ ໃນຮອບຮຽນຕໍ່ໄປ.
ສົນທິສັນຍາສາກົນວ່າດ້ວຍສິດທິມະນຸດຂອງແມ່ຍິງ ເພື່ອປົກປ້ອງສິດທິມະນຸດຂອງແມ່ຍິງແລະຄວາມຕ້ອງການຂອງບັນດາປະເທດຕ່າງໆໃນການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງທັງໃນພາກລັດ,ພາກເອກະຊົນແລະ ສ່ວນຕົວເປັນຕົ້ນແມ່ນດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ. ອົງການສະຫະປະຊາຊາດຮັບຮອງເອົາວັນທີ 18 ທັນວາ 1979 ມີຜົນບັງຄັບໃຊ້ 3 ກັນຍາ 1981, ໃນປັດຈຸບັນມີ 189 ປະເທດເປັນພາຄີ.
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວໄດ້ໃຫ້ສັດຕະຍາບັນຕໍ່ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (ຊີດໍ) ໃນ ວັນທີ 14 ສິງຫາ 1981 ແລະ ໄດ້ປະຕິບັດພັນທະຂອງຕົນສົ່ງບົດລາຍງານແຫ່ງຊາດ ໃຫ້ ຄະນະກຳມະການຊີດໍ ທັງໝົດ 4 ສະບັບ ແລະ ເຂົ້າຮ່ວມການພິຈາລະນາມາແລ້ວຄື: ສະບັບທີ 1 ແມ່ນກວມເອົາໄລຍະເບື້ອງຕົ້ນ ຮອດໄລຍະທີ 5 ຖືກພິຈາລະນາປີ 2005, ສະບັບທີ 2 ແມ່ນກວມເອົາໄລຍະທີ 6-7 ຖືກພິຈາລະນາປີ 2009 ແລະ ສະບັບທີ 3 ແມ່ນກວມເອົາໄລຍະທີ 8-9ຖືກພິຈາລະນາປີ 2018; ໄລຍະທີ 10 ຖືກພິຈາລະນາໃນປີ 2024.