ການແຂ່ງຂັນກິລາເຕະບານນັກຮຽນມັດທະຍົມສຶກສາທົ່ວປະເທດ ຊີງຂັນກະຊວງສຶກສາທິການ ແລະ ກິລາ ຄັ້ງທີVII Copa Coca-Cola Laos 2024 ຈະເລີ່ມຂຶ້ນໃນ ວັນທີ 21 ຕຸລາຈະມາເຖິງນີ້ຊຶ່ງແມ່ນສະຖາບັນກິລາກາຍະກຳ, ກົມກິລາລະດັບສູງ, ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ບໍລິສັດ ລາວໂຄຄາ-ໂຄລາ ບັອດຕລິງ ຈຳກັດ.
ງານຖະແຫຼງຂ່າວກ່ຽວກັບການຈັດແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 16 ຕຸລາ ຜ່ານມາ ທີ່ຫ້ອງປະຊຸມຄະນະກໍາມະການໂອແລັມປິກແຫ່ງຊາດລາວນະຄອນຫຼວງວຽງຈັນ ໂດຍມີ ທ່ານ ແສງພອນ ພົນອາມາດ ເລຂາທິການຮອງປະທານຄະນະກໍາມະການໂອແລັມປິກແຫ່ງຊາດລາວ, ທ່ານ ສຸລິວັນ ເຊີນວິໄລຜູ້ອຳນວຍການສະຖາບັນກິລາ-ກາຍຍະກຳ, ຫົວໜ້າກຳມະການເຕັກນິກ, ທ່ານ ໄພບູນ ລັດຕະນະພຽນ ຜູ້ອໍານວຍການຝ່າຍຂາຍ ບໍລິສັດ ລາວ ໂຄຄາ-ໂຄລາ ບອັດຕລິງ ຈຳກັດ, ພ້ອມດ້ວຍຕາງໜ້າຜູ້ໃຫ້ການສະໜັບສະໜູນ ແລະ ແຂກຮັບເຊີນ ເຂົ້າຮ່ວມ.
ທ່ານ ສຸລິວັນ ເຊີນວິໄລ ໃຫ້ຮູ້ວ່າ: ຈຸດປະສົງຂອງການແຂ່ງຂັນຄັ້ງນີ້ ເພື່ອຊຸກຍູ້ ແລະ ສົ່ງເສີມໃຫ້ນັກຮຽນທີ່ມີພອນສະຫວັນດ້ານກິລາເຕະບານ ທັງຍິງ ແລະ ຊາຍ ໄດ້ສະແດງຄວາມສາມາດໃນການແຂ່ງຂັນ, ຖືກຄັດເລືອກເຂົ້າຝຶກຊ້ອມ ກ້າວສູ່ນັກກິລາທີມຊາດ ແລະ ອາຊີບໃນອະນາຄົດ ພ້ອມເປັນກິດຈະກຳທີ່ຊ່ວຍໃນການແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ. ການແຂ່ງຂັນດັ່ງກ່າວ ມີ 146 ທີມຈາກທົ່ວປະເທດເຂົ້າຮ່ວມແຂ່ງຂັນ ໂດຍກໍານົດເອົານັກຮຽນມັດທະຍົມສຶກສາໃນທົ່ວປະເທດທັງທີມຍິງ ແລະ ທີມຊາຍ ທີ່ມີອາຍຸບໍ່ເກີນ 17ປີ ເພື່ອຄັກເລືອກຫານັກກິລາທົ່ວທຸກພາກຂອງປະເທດລາວ ໂດຍແບ່ງອອກເປັນ 3 ເຂດ ຄື: ເຂດພາກເໜືອ, ນະຄອນຫຼວງວຽງຈັນ ແລະ ພາກກາງ-ໃຕ້ ເພື່ອຄັດເອົາ 8 ທີມຊາຍ ແລະ 4 ທີມຍິງ ເຂົ້າແຂ່ງຂັນໃນຮອບທົ່ວປະເທດ. ສ່ວນເວລາ ແລະ ສະຖານທີ່ແຂ່ງຂັນແຕ່ລະພາກ ມີດັ່ງນີ້:
- ພາກເໜືອ: ແຂ່ງຂັນຢູ່ແຂວງອຸດົມໄຊ ໃນລະຫວ່າງວັນທີ 16-18 ພະຈິກ 2024 ມີທັງໝົດ 12ທີມ ລວມມີ 8ທີມຊາຍ ແລະ 4ທີມຍິງ ຊຶ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ.
- ນະຄອນຫຼວງວຽງຈັນ: ແຂ່ງຂັນຮອບຄັດເລືອກ 9 ຕົວເມືອງນະຄອນຫຼວງວຽງຈັນ ລະຫວ່າງວັນທີ 21 ຕຸລາ-11 ພະຈິກ 2024 ມີທັງໝົດ 123 ທີມ (ທີມຍິງ ແລະ ທີມຊາຍ) ນໍາໃຊ້ 4 ສະໝາມໃນການແຂ່ງຂັນ (ສະໝາມກິລາລ້ານຊ້າງສະເຕດ້ຽມ ໜອງໄຮ, ສະໝາມກິລາສະຖາບັນກິລາ-ກາຍະກຳ, ສະໜາມກິລາປົກຄອງເມືອງສັງທອງ ແລະ ສະໜາມກິລາປົກຄອງເມືອງປາກງື່ມ) ເພື່ອຄັດເລືອກເອົາ 4 ທີມຊາຍ ແລະ 2 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ.
- ພາກກາງ-ໃຕ້: ແຂ່ງຂັນກັນຢູ່ແຂວງສະຫວັນນະເຂດ ມີ ທັງໝົດ 11 ທີມ ລວມ ມີ 7 ທີມຊາຍ ແລະ 4ທີມຍິງ ຊຶ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ.
ສໍາລັບເງິນລາງວັນການແຂ່ງຂັນ ມີດັ່ງນີ້:
- ລາງວັນທີ 1: ຂັນໜຶ່ງໜ່ວຍ, ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 50,000,000 ກີບ, ມີຜະລິດຕະພັນອື່ນໆ 20,000,000 ກີບ ລວມມູນຄ່າທັງໝົດ 70.000.000 ກີບ.
- ລາງວັນທີ 2: ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 30,000,000 ກີບ, ມີຜະລິດຕະພັນອື່ນໆ 10,000,000 ກີບ ລວມມູນຄ່າທັງໝົດ 40.000.000 ກີບ.
- ລາງວັນທີ 3: ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 15,000,000 ກີບ, ມີຜະລິດຕະພັນອື່ນໆ 5,000,000 ກີບ ລວມມູນຄ່າທັງໝົດ 20.000.000 ກີບ.
(ຂ່າວ:ຕຸໄລເພັດ)