ໃນວັນທີ 19 ຕຸລາຜ່ານມາ ຢູ່ທີ່ໂຮງຮຽນປະຖົມສົມບູນໂນນແຕ້ ບ້ານໂນນແຕ້ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອໃຫ້ບ້ານໂນນແຕ້ພາຍໃຕ້ໂຄງການເພື່ອນ້ອງຕ່າງແດນ, ໂດຍການເຂົ້າຮ່ວມຂອງທ່ານ ແກ້ວອິນຖາ ປາກກາທອງ ຮອງເລຂາພັກເມືອງ, ທ່ານ ນາງ ນົງນຸດ ແກ້ວມະນີໄຊ ຫົວໜ້າໂຄງການເພື່ອນ້ອງຕ່າງແດນ ຈາກຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ມີອໍານາດການປົກຄອງບ້ານ, ບັນດາແຂກຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມ.
ທ່ານ ນາງ ນົງນຸດ ແກ້ວມະນີໄຊ ກ່າວວ່າ: ໂຄງການເພື່ອນ້ອງຕ່າງແດນ ແມ່ນເປັນໂຄງການໜຶ່ງໂດຍມີການສະສົມລະດົມທຶນກັນເພື່ອສົມທົບໂຄງການເພື່ອນ້ອງຕ່າງແດນ ຊຶ່ງໂຄງການນີ້ແມ່ນສືບເນື່ອງມາຈາກການຈັດຕັ້ງປະຕິບັດໂຄງການຢູ່ທີ່ແຂວງສະຫວັນນະເຂດລວມມີ 6 ຄັ້ງ ແລະ ມາຈັດຕັ້ງປະຕິບັດຢູ່ແຂວງຄໍາມ່ວນໃນຄັ້ງນີ້ເປັນຄັ້ງທີ 4 ຢູ່ບ້ານໂນນແຕ້ ເມືອງໜອງບົກ ຊຶ່ງປະກອບມີເຄື່ອງນຸ່ງຫົ່ມ, ອຸປະກອນການຮຽນ, ອຸປະກອນການກິລາ, ເຄື່ອງໃຊ້ຫ້ອງການຈໍານວນໜຶ່ງ ແລະ ຕູ້ນໍ້າດື່ມ. ນອກນັ້ນ ຍັງໄດ້ມອບທຶນການສຶກສາໃຫ້ເດັກນັກຮຽນ 30 ທຶນ ແລະ ຜູ້ອາຍຸສູງອີກ 17 ທຶນ. ສ່ວນເງິນສົມທົບສະໜັນໜູນໂຮງຮຽນປະຖົມບ້ານໂນນແຕ້ໃນຄັ້ງນີ້ແມ່ນ 13,000 ບາດ (ສະກຸນເງິນໄທ). ເປັນກຽດມອບໂດຍທ່ານ ນາງ ນົງນຸດ ແກ້ວມະນີໄຊ ແລະ ຮັບໂດຍທ່ານ ນາງ ພັດຕະພານ ແກ້ວສຸວັນ ຜູ້ອໍານວຍການໂຮງຮຽນປະຖົມສົມບູນໂນນແຕ້. ພ້ອມກັນນັ້ນ ທາງທີມງານສິດເກົ່າສຶກສາສົງ (ສສສ) ກໍໄດ້ສົມທົບທຶນຕື່ມອີກຈໍານວນ 1,200,000 ກີບ.
ທ່ານ ແກ້ວອິນຖາ ປາກກາທອງ ກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຂອບໃຈມາຍັງທີມງານໂຄງການຕະຫຼອດເຖິງແຂກຖືກເຊີນທຸກພາກສ່ວນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອບ້ານ ແລະ ໂຮງຮຽນປະຖົມສົມບູນໂນນແຕ້ໃນຄັ້ງນີ້ ແລະ ຫວັງວ່າໃນໂອກາດຕໍ່ໄປຈະໄດ້ຮັບການສະໜັບສະໜູນຊ່ວຍຈາກໂຄງການນີ້ເພື່ອໄປຈັດຕັ້ງປະຕິບັດຢູ່ເຂດຫ່າງໄກສອກຫຼີກຂອງເມືອງຕື່ມອີກ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)